ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-21 11:38:25    
​ດົນ​ຕີ​ຊໍ​ອູ້​ທີ່​ເສບ​ໂດຍ​ທ່ານ​ລິວ​ຊ່ຽງ ນັກ​ເສບ​ດົນ​ຕີ​ໄວ​ໜຸ່ມ​ຂອງ​ຈີນ​(ສຽງ)

cri Author: zhangshuo


ໃນ​ລາຍການ​ມື້ນີ້,ຂ້າ​ພະ​ເຈົ້າຈະ​ຈັດ​ດົນຕີ​ຊໍ​ອູ້​ປະມວນ​ໜຶ່ງ​ທີ່​​ເສບໂດຍທ່ານ​ລິວ​ຊ່ຽງ ນັກ​ເສບ​ດົນຕີ​ໄວ​ໜຸ່ມ​ຂອງ​ຈີນ.

​ເພື່ອນ​ຜູ້​ຟັງ,ຊໍ​ອູ້​ແມ່ນ​​ເຄື່ອງ​ເສບສາຍ​ແບບດັ້ງ​ເດີມ​ຂອງ​ຈີນ,ມີສຽງ​​ເສາະ​ໃ​ສແລະ​ສູງ,ມັກ​ໃຊ້​ເສບ​ດ່ຽວ ເສບຮວມໝູ່​​ແລະ​ເສບ​ສະຫຼັບ​ໃນ​ງິ້ວ ທ້ອງ​ຖິ່ນ.ຊໍ​ອູ້​ມີຫຼາຍຊະນິດ,ຄື​ຊໍ​ອູ້​ສຽງ​ສູງ ສຽງ​ກາງ​ແລະຊໍ​ອູ້​ທີ່​ມີ​ໄມ້ປັບ​ສຽງສອງ​ອັນ​.

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​​ແມ່ນ​ດົນຕີ​ "​ສາວ​ນ້ອຍ​ເບິ່ງງິ້ວ"ທີ່​ທ່ານ​ລິວ​ຊ່ຽງ​ເສບດ້ວຍ​ຊໍ​ອູ້​ສຽງ​ສູງ. ດົນຕີ​ນີ້​ມີ​ທຳ​ນອງ​ມ່ວນ​ຊື່ນ,​ໄດ້​ສະ​ແດງ​​ໃຫ້​ເຫັນຄວາມ​ມ່ວນ​ຊື່ນ​ຂອງພວກສາວ​ນ້ອຍ​ໃນ​ຊົນ ນະບົດ​​ທີ່​ໜ້າ​ຮັກເປັນ​ໝູ່​ກັນ​ໄປ​​ເບິ່ງງິ້ວ.

ທ່ານ​ລິວ​ຊ່ຽງ​ເກີດ​ເມື່ອ​ປີ1963,ພໍ່​ຂອງລາວ​ແມ່ນ​ທ່ານ​ລິວ​ມີ​ງຢວນ ອາຈານ​ດົນຕີເຄື່ອງ​ສາຍ​ທີ່ມີ​ຊື່​ສຽງ​ຂອງ​ຈີນ.​ໃນ​​ເວລາ​ທ່ານ​ລວ​ຊ່ຽງ6ປີ,ພໍ່​ຂອງ​ທ່ານ​ກໍ​ເລີ່​ມສອນ​ສີ​ຊໍ.​ໃຕ້​ການ​ສິດ ສອນ​ຂອງ​ພໍ່,ທ່ານ​ລຽວ​ຊ່ຽງ​​ກ້າວໜ້າ​ໄວຫຼາຍ,​ໃນ​ເວລາ​ຮຽນ​ຊັ້ນ​ປະຖົມ​ປີ​ທີ​2​ແລະ​ປີ​ທີ3,​ລາວກໍ​ໄດ້​ຮັບ​ລາງວັນ​ຫຼາຍ​ເທື່ອ​ໃນ​ການ​ແຂ່ງຂັນ​ເສບ​ດົນຕີ​ຂອງເຍົາວະ​ຊົນ​​ທີ່​ຈັດ​ຂຶ້ນຢູ່​ນະ ຄອນຫຼວງປັກ​ກິ່ງ.ຕໍ່​ໄປ​ເຊີນ​ຟັງ​ດົນຕີ "ຕ້າ​ສິປານ"ທີ່​ທ່ານ​ລິວ​ຊ່ຽງ​ເສບ​ດ້ວຍ​ຊໍ​ອູ້​ສຽງ​ສູງ. ດົນ​ຕີ​ນີ້​ບໍ່​ຍາວ,ຈັງຫວະ​ໄວ,​ເຕັມ​ໄປ​ດ້ວຍ​ອາ​ລົມ​ທີ່​ຟົດ​ຟື້ນ​ແລະ​ມ່ວນ​ຊື່ນ,ມີ​ກິ່ນ​ອາຍ​ຊົນ​ນະ​ບົດ​ອັນ​ເຂັ້ມຂຸ້ນ.

ຍ້ອນ​ວ່າ​ທ່ານລິວ​ຊ່ຽງ​ໄດ້​ຮັບ​ການ​ສິດສອນຢ່າງ​ເຄັ່ງ​ຄັດ​ຈາກ​ພໍ່​ມາແຕ່​ຍາມຍັງ​ນ້ອຍ,ບວກ​ກັບ​ຄວາມ​ດຸ​ໝັ່ນຂອງ​ທ່ານ,​ທ່ານ​ລິວ​ຊ່ຽງໄດ້​ສືບ​ທອດຈຸດ​ພິ​ເສດ​ຂອງ​ພໍ່​​ ​ຊຳນິຊຳນານ​,ສຽງ​ຊໍ​ອ້ອຍ​ອິ່ນ​ອອນ​ຊອນ.ຕໍ່​ໄປ​ເຊີນ​ຟັງ​ດົນຕີ "​ແສ່ວ​ປ້າຍຄຳ"ທີ່​ທ່ານ​ລິວ​ຊ່ຽງ​ເສບ​ດ້ວຍ​ຊໍ​ອູ້​ທີ່​ມີ​ໄມ້​ປັບ​ສຽງ​ສອງ​ອັນ.

​ດົນຕີ​ນີ້​ໄດ້​ບັນ​ລະ​ຍາຍພາບ​ທີ່ປະຊາຊົນ​ຈີນ​ເອົາ​ຊະນະ​ສັດຕູ,​ແລະ​ພວມ​ສະ​ເຫຼີມສະຫຼອງ ກັນຢ່າງ​ຟົດ​ຟື້ນ​ໃນ​ທົ່ວ​ປະ​ເທດ.

ປີ1987,ທ່ານ​ລິວ​ຊ່ຽງ​​ໄດ້​ເຂົ້າເຮັດວຽກ​​ໃນວົງ​ດົນຕີ​ຊົນ​ຊາດ​ສູນ​ກາງ​ຈີນ,​ໄດ້​ຮັບແຕ່ງຕັ້ງ​ເປັນຮອງ​ຫົວໜ້າ​ຜູ້​ເສບຂອງ​ວົງ​ດົນຕີ.ຫຼາຍປີ​ມາ​ນີ້,ທ່ານ​ລິວ​ຊ່ຽງ​ພ້ອມວົງ​ດົນຕີ​​ໄດ້ໄປ​ຢ້ຽມ ຢາມສະ​ແດງ​ຢູ່10ກວ່າ​ປະ​ເທດ​ແລ​ະ​ເຂດ​ແຄ້ວ​ນ ​ເຊັ່ນ ອາ​ເມ​ລິ​ກາ ​ເຢຍລະ​ມັນ ​ໂອ​ຕຼິສ ສິງກະ​ໂປ​ແລະ​ສ.​ເກົາ ຫຼີ​ເປັນຕົ້ນ,​ເຄີຍ​ເຂົ້າຮ່ວມ​ການສະ​ແດງ​ໃນ​ງານ​ດົນຕີ​ຊົນ​​ຊາດບຸນ​ກຸດ​ຈີນ​ທີ່​ວົງ​ດົນຕີ​ຊົນ​ຊາດສູນ​ກາງ​ຈີນຈັດ​ຂຶ້ນຢູ່​ຫໍ​ຄຳ​ກຸງ​ວຽນນັ້ນສອງ​ເທື່ອ,​ແລະ​ເປັນ​ຜູ້​ເສບ​ດ່ຽວ​.

​ທ່ານຜູ້​ຟັງ,ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ດົນຕີ "ບ້ານ​ເກີດຂອງທຳນອງ​ເພງ​ຮົວ" ທີ່​ທ່ານ​ລິວ​ຊ່ຽງ​ເສບ​ດ້ວຍ​ຊໍອູ້​ສຽງ​ກາງ.ດົນຕີ​ນີ້​ໄດ້​ບັນຍາຍທິວ​ທັດ​ທຳ​ມະ​ຊາດ​ອັນ​ສວຍ​ງາມ​ຂອງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ​ແລະສັນລະ​​ເສີນຊີວິດອັນ​ດີງາມ​ຂອງ​ປະຊາ​ຊົນ​ແຫ່ງ​ນັ້ນ.

​ເມື່ອ​ໄດ້​ມານະພະຍາຍາມ​ຫຼາຍປີ​ແລ້ວ,ລະດັບ​ເສບ​ດົນຕີ​ຂອງ​ທ່ານ​ລິວ​ຊ່ຽງ​ກໍສູງ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ,​ແລະ​ໄດ້​ຮັບ​ລາງວັນ​ຫຼາຍ​ເທື່ອ​ໃນ​ການ​​ແຂ່ງຂັນ​ດົນຕີ​ຊົນ​ຊາດ​ຂອງ​ຈີນ.ຫວ່າ​ງມໍ່ໆ​ນີ້, ທ່ານ​ລິວ​ຊ່ຽງ​ໄດ້​ອັດແຜ່ນCDຂອງ​ຕົນ​ແຜ່ນ.​ມ້ວນ​​ທ້າຍ​ລາຍການ​ພາກ​ນີ້,ເຊີນ​ຟັງ​ດົນ​ຕີ​"ສະ​ເຫຼີມສະຫຼອງບຸນ​ກຸດ​ຈີນ"ທີ່​ເກັບ​ໃນ​ແຜ່ນCD​ແຜ່ນ​ໃໝ່​ຂອງ​ທ່ານ​ລິວ​ຊ່ຽງ.ດົນຕີ​ນີ້​ໄດ້​ບັນ​ລະ​ຍາຍ​ພາບ​ອັນ​ມ່ວນ​ຊື່ນຟົດ​ຟື້ນ​ໃນ​ເວລາປະຊາຊົນ​ພາກ​ຕ​າ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຈີນ​ສະ​ຫຼອງບຸນ​ກຸດ​ຈີນ​.