ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-22 14:24:10    
ກອງ​ປະຊຸມ​ກະກຽມຄັ້ງ​​ປະຖົມມະ​ເລີກຂອງກອງ​ປະຊຸມ​ໃຫຍ່​ປອງ​ດອງ​ຊາດອີຣັກອັດ​ລົງ

cri

ຕາມ​ຂ່າວcri: ກອງ​ປະຊຸມ​ກະກຽມຄັ້ງ​​ປະຖົມມະ​ເລີກຂອງກອງ​ປະຊຸມ​ໃຫຍ່​ປອງ​ດອງ​ຊາດອີຣັກທີ່​ໄຂ​ຂຶ້ນ​ຢູ່​ເລີ​ແກ​ເປັນ​ເລ​ລາ3ມື້​​ໄດ້ອັດ​ລົງ​​​ແລ້ວ​ໃນ​ວັນ​ທີ21 ພະຈິກ.ຜູ້​ແທນ​60ກວ່າຄົນ​ຂອງ​ບັນດາ​ຝ່າຍການ​ເມືອງຂອງ​ອີຣັກ​ໄດ້​ຫາລື​ບັນຫາ​ຕ່າງໆ​ເຊັ່ນກ​ອງທະຫານ​ຕ່າງປະ​ເທດຖອນ​ຫນີ,ອົງການປະກອບ​ອາວຸດກັບ​ລັດທິກໍ່​ການ​ຮ້າຍ​​ພ້ອມ​ດ້ວຍ​ການຊຸກຍູ້​ຂະ​ບວນ​ການ​ເມື​ອງ​ເປັນ​ຕົ້ນ​ແລະ​ໄດ້​ຮັບ​ຫມາກຜົນ​ເບື້ອງ​ຕົ້ນ.

ຖະ​ແຫລ​ງການ​ສຸດ​ທ້າຍ​ທີ່​ປະກາດ​ຫລັງ​ກອງ​ປະຊຸມ​ຊີ້​ອອກ​ວ່າ,ບັນດາ​ຝ່າ​ຍການ​ເມືອງຂອງ​ອີຣັກ​ເປັນ​ເອກະສັນ​ກັນ​ເຫັນ​ດີຈັດ​ກອງ​ປະຊຸມ​ໃຫຍ່ ​ປອງ​ດອງ​ຊາດ​ຢູ່​ອີຣັກ​ໃນ​ທ້າຍ​ເດືອນ​ກຸມພາ​ຫລື​ຕົ້ນ​​ເດືອນ​ມີນາປີຫນ້າ.ຮອດ​ເວລາ​ນັ້ນ,ຈະ​ຈັດ​ເອົາ​ຈາກກຳລັງຂອງ​ອີຣັກເຂົ້າ​ໃນ​ຂະ​ບວນ​ການ​ເມືອງ,ການບັນລຸ​ຄວາມ​ເປັນເອກະ​ພາບ,​ເອກະລາດ​ແລະ​ອະທິປະ​​ໄຕ​ຂອງ​ອີຣັກ,ສິ້ນ​ສຸດ​ການ​ຄົງ​ຕົວດ້ານ​ການ​ທະຫານ​ຂອງ​ຕ່າງປະ​ເທດ​ຢູ່​ອີຣັກ,​ແກ້​ໄຂ​ບັນຫາຫນີ​ສິນແລະ​ການສ້າງສາ​ຄືນ​​ໃຫມ່​ຂອງ​ອີຣັກ​ແລະ​ບັນຫາ​ອື່ນໆຈະ​ກາຍ​ເປັນ​ຫົວ​ຂໍ້​ຫາລື​ຂອງກອງ​ປະຊຸມ​ໃຫຍ່​ປອງ​ດອງ​ຊາດ.

ມື້​ດຽວ​ກັນ,ພາຍຫລັງ​ອັດ​ປະຊຸມ​ແລ້ວທ່ານ​ມູຊາ ​ເລຂາທິການ​ໃຫຍ່​ສັນນິບາດ​ປະ​ເທດ​ອາ​ລາບ​ໄດ້​ອ່ານ​ຖະ​ແຫລ​ງການ​ສຸດ​ທ້າຍວ່າ,ບັນດາຜູ້​ແທນ​​ເປັນ​ເອກະສັນ​ກັນຮຽກຮ້ອງ​ກອງ​ທະຫານ​ຕ່າງປະ​ເທດ​ຖອນອອກ​ຕາມ​ຕາ​ລາ​ງ​ເວລາ,ພ້ອມ​ກັນ​ນັ້ນວາງແຜນກາ​ນ​ໂດຍ​ໄວ​ເພື່ອສ້າງ​ກອງປະກອບ​ອາວຸດ​ຂອງອີຣັກຄື​ນ​ໃຫມ່​,ອົບຮົມ​ແລະ​ປະກອບ​ອາວຸດ​​ໃຫ້​ກອງ​ປະກອບ​ອາວຸດ,​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ມີ​ຄວາມ​ສາມາດ​ຄວບ​ຄຸມ​ສະພາບ​ຄວາມ​ປອດ​ໄພ​ຂອງ​ປະ​ເທດ​ຕົນ,​ໂຈມຕີກາ​ນ​ເຄື່ອນ​ໄຫວ​ລັດທິ​ການ​ກໍ່​ການ​ຮ້າຍ​ຢ່າງ​ບັງ​ເກີດຜົນ.