|
|
(GMT+08:00)
2005-11-23 14:44:56
|
|
ຕູຕາງອີມ້ຽນ
cri
ສຸພາສິດ "ຕູຕາງອີມ້ຽນ" ກໍແມ່ນຜັນແປມາຈາກນິທານດັ່ງກ່າວ, ໝາຍເຖິງຫາບແບກໜ້າທີ່ດ້ານໃດດ້ານໜຶ່ງພຽງຜູ່ດຽວ. ດຽວນີ້ໄດ້ໃຊ້ມາອຸປະມາຄົນໃດຄົນໜຶ່ງສະຫຼາດແລະຊ່າງເຮັດຊ່າງທຳ, ມີຄວາມສາມາດອັນລ້ຳເລີດ.
ໃນສະໄໝອຳນາດສູກັບອຳນາດຮັ້ນສູ້ກັນພາຍຫຼັງລາຊະວົງສິນຖືກໂຄ່ນລົ້ມລົງ, ສະ ຖານະການທ່າບຸກທ່າຮັບລະຫວ່າງລິວປ່າງກັບຊ້ຽງອີໄດ້ມີການປ່ຽນແປງເລື້ອຍໆ, ສອງຝ່າຍໄດ້ປ່ຽນກັນຢູ່ໃນທ່າບຸກຫຼືຕົກຢູ່ໃນທ່າຮັບຫຼາຍຄັ້ງ.
ໃນໄລຍະຕົ້ນຂອງສົງຄາມ, ຊ້ຽງອີມີກຳລັງທະຫານແຂງແຮງ, ໄດ້ຮັບໄຊຊະນະຢ່າງຕໍ່ເນື່ອງ, ລິວປ່າງຈຳເປັນຕ້ອງຖອນໄປຢູ່ເຂດປ່າສູກໍ່ຄືແຂວງເຊສວນໃນປະຈຸບັນ. ແຕ່ຜ່ານມາບໍ່ດົນ, ລິວປ່າງໃຊ້ກົນອຸບາຍຢ່າງແນບນຽນ, ເຄື່ອນທັບຂ້າມເສິນຊາງ (ປະຈຸບັນຢູ່ພາກຕາເວັນອອກເມືອງເປົາຈີ່ແຂວງສານຊີ່), ຕີເມືອບຸກຄືນເມືອງສຽນຢາງ, ຍຶດເອົາເຂດກ່ວນຈົ່ງກໍ່ຄືແຖບລ້ອງແມ່ນ້ຳເວິ້ຍເຫີປະຈຸບັນ. ຕໍ່ມາ, ລິວປ່າງໄດ້ຮັບໄຊຊະນະຫຼາຍເທື່ອອີກ, ຈົນຍຶດໄດ້ເຜິງເສິງ ເມືອງສຳຄັນພາກໃຕ້ແມ່ນ້ຳຢາງເຊ ກໍ່ຄືເມືອງສີໂຈ່ວແຂວງຈ່ຽງຊູໃນປະຈຸບັນ, ບັດນີ້ ລິວປ່າງຈຶ່ງເລີດລອຍທີ່ສຸດ. ແຕ່ບໍ່ນຶກເລີຍວ່າຊ້ຽງອີສວຍໂອກາດຕ່າວຕີຄືນ, ກອງທະຫານລິວປ່າງຖືກຕີແຕກຜ່າຍແລະເສຍໄຊຢ່າງເຈັບແສບ.
ຈ່າງລຽງແມ່ນທີ່ປຶກສາສຳຄັນຂອງລິວປ່າງ, ໄດ້ວາງຂໍ້ສະເໜີອັນລ້ຳຄ່າໃຫ້ລິວປ່າງບໍ່ໜ້ອຍ. ພາຍຫຼັງລິວປ່າງຍຶດເອົາເຂດກ່ວນຈົ່ງແລ້ວ, ໄດ້ພະລາຊະທານຈ່າງລຽງເປັນພະຍາເສິງຊິ້ນ, ຖືເປັນຜູ່ໄວ້ໃຈໄດ້. ໃນນັ້ນ, ກອງທະຫານລິວປ່າງໄດ້ໜີໄປຮອດເມືອງເຊ້ຍອີ້(ປະຈຸບັນຢູ່ພາກຕາເວັນອອກເມືອງຕ້າງຊານແຂວງອານຮຸຍ). ຍ້ອນເສຍໄຊ, ລິວປ່າງຮູ້ສຶກເສຍໃຈຫຼາຍ, ບວກກັບພົນທະຫານທັງຫຼາຍໃຜໆກໍ່ຫງ່ວນເຫງົາຫຼາຍ, ຈຶ່ງຮູ້ສຶກເສົ້າໝອງທີ່ສຸດ. ເມື່ອລົງຈາກມ້າພັກຜ່ອນ, ລິວປ່າງເວົ້າຕໍ່ຈ່າງລຽງວ່າ:"ພະອົງເຮົາຄຽດແຄ້ນທີ່ສຸດ, ຖ້າຜູ່ໃດຊ່ອຍພະອົງເຮົາເອົາຊະນະຊ້ຽງອີ, ພະອົງເຮົາຍິນດີພະລາຊະທານແຜ່ນດິນທີ່ຢູ່ພາກຕາເວັນອອກຂອງດ່ານຫານກູກ່ວນໃຫ້ຜູ້ນັ້ນ. ເຈົ້າຊ່ອຍຄິດເບິ່ງວ່າ ໃຜສາມາດສ້າງຄຸນງາມຄວາມດີແນວນີ້ໄດ້?" ຈ່າງລຽງຄຶດຢູ່ໜ້ອຍໜຶ່ງແລ້ວເວົ້າຢ່າງມີເຫດມີຜົນວ່າ:"ສົງປູ້ ເຈົ້າພະຍາຈິວຈ່ຽງແມ່ນແມ່ທັບຜູ່ໜຶ່ງທີ່ອົງອາດກ້າຫານ, ໃຜກໍ່ສູ້ບໍ່ໄດ້ໃນການສູ້ລົບ. ແຕ່ເດີມ ເຂົາແມ່ນນາຍພົນຂອງຊ້ຽງອີ, ແຕ່ບໍ່ຖືກກັບຊ້ຽງມາດົນແລ້ວ, ຄົນນີ້ສາມາດນຳໃຊ້ໄດ້. ອີກຜູ່ໜຶ່ງແມ່ນນາຍພົນເຜິງເຢ້, ເຂົາຄວບຄຸມກອງທະຫານຫຼາຍໝື່ນຄົນ, ຖືກຖຽນຢົງ ເຈົ້າພະຍາສີຄວບຄຸມ, ສອງຄົນພວກເຂົາເຈົ້າພວມນຳພາກອງທະຫານຕໍ່ຕ້ານກັບຊ້ຽງອີຢູ່ແຖບເຫີໜານ, ນີ້ກໍ່ແມ່ນກອງທະຫານເກັ່ງກອງໜຶ່ງ. ຖ້າມີເງື່ອນໄຂອັນເໝາະສົມ, ຂ້າພະບາດຄິດວ່າ ພວກເຂົາເຈົ້າຍ່ອມຈະເຂົ້າຂ້າງພະອົງ. ຄວນຂ້ຽວເລັ່ງຕິດຕໍ່ພົວພັນກັບກຳລັງສອງກອງນີ້, ສ່ວນລູກນ້ອງຂອງພະອົງນັ້ນ ຂ້າພະບາດເຫັນວ່າ ໃນໝູ່ນາຍພົນເຫຼົ່ານີ້ ມີແຕ່ຫານຊິ້ນຜູ່ດຽວເທົ່ານັ້ນສາມາດຫາບແບກໜ້າທີ່ດ້ານໜຶ່ງພຽງຜູ່ດຽວໄດ້. ຖ້າພະອົງຊອກຫາຄົນເກັ່ງມາຊ່ອຍຕີເອົາແຜ່ນດິນ, ສາມຄົນນີ້ແມ່ນເໝາະສົມທີ່ສຸດ.
ລິວປ່າງເຫັນດີນຳຄຳສະເໜີຂອງຈ່າງລຽງ, ແລະແຕ່ງຄົນໄປຕິດຕໍ່ກັບສອງກອງທະຫານທີ່ນຳພາໂດຍສົງປູ້ແລະເຜິງເຢ້ໃນທັນທີ, ທັງເລື່ອນຊັ້ນໃຫ້ຫານຊິ້ນ ດຳລົງຕຳແໜ່ງສຳຄັນ, ແລະໃຫ້ຄຳໝັ້ນສັນຍາຕໍ່ສາມຄົນນີ້ວ່າ, ພາຍຫຼັງຊະນະສົງຄາມແລ້ວຈະພະລາຊະທານທັງສາມຄົນໃຫ້ເປັນເຈົ້າພະຍາແລະມອບດິນແດນໃຫ້. ວິທີດັ່ງກ່າວບັງເກີດຜົນ ທີ່ສຸດ, ສາມຄົນຮ່ວມມືກັນ, ນຳພາກອງທະຫານຕີໜີບຊ້ຽງອີຈາກດ້ານໜ້າແລະດ້ານຫຼັງ, ຕີໃຫ້ຊ້ຽງອີທີ່ອວດວ່າໂຕເກັ່ງກວ່າໝູ່ໃນໂລກຈົນຕາແຈ, ແລະປະລາໄຊຢ່າງຮາບຄາບໃນທີ່ສຸດ. ລິວປ່າງໄດ້ຮັບໄຊຊະນະໃນຂັ້ນສຸດທ້າຍ.
|
|
|