ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-23 21:19:47    
ນາງ​ເຢິນສຽວ​ລູ້ ດາລາ​ຄວາມ​ຫວັງຂອງ​ວົງ​ການ​ເປຍ​ໂນ​ຈີນ​(ສຽງ)

cri

ນາງເຢິນສຽວ​ລູ້​ແມ່ນຜູ້​ທີ່​ໄດ້​ຮັບ​ລາງວັນ​ທີສອງ​ຂອງ​ການ​ແຂ່ງຂັນ​ເປຍ​ໂນ​ອາຊີ​ຢ່າງ​ເປີດ​ເຜີຍຄັ້ງ​ທີ13ປີ2005,ຫວ່າງ​ມໍ່ໆ​ນີ້,ນາງ​​ໄດ້ຈັດ​ງານ​ບັນ​ເລງສ່ວນ​ບຸກຄົນເທື່ອ​ທຳ​ອິດ​ຢູ່ນະຄອນ​ທຽນ​ສິນ​,​ໄດ້​ມີ​ປະຕິ​ກິ​ລິ​ຍາ​ຢ່າງ​ຟົດ​ຟື້ນ.​ໃນລາຍການ​ວັດທະນະທຳ​ຈີນ​ມື້​ນີ້ຈະ​ແນະນຳ​ດາລາ​ຄວາມ​ຫວັງ​ຂອງ​ວົງ​ການ​ເປຍ​ໂນ​ຈີນ​ຜູ້​ນີ້​ສູ່​ທ່ານຟັງ.

ທ່ານ​ຜູ້​ຟັງ​ທີ່​ໂຄລົບ,​ດົນຕີທີ່ທ່ານ​ພວມ​ຟັງຢູ່​ນີ້​​ແມ່ນ​ດົນຕີ​ເປີດສາກ​ຂອງ​ງານ​ບັນ​ເລງສ່ວນ​ບຸກຄົນ​ຂອງ​​ນາງເຢິນສຽວ​ລູ້ທີ່​ພາດ​ຫົວ​ເລື່ອງ​ວ່າ ​ເທບ​ນິຍາຍ​ຂອງ​ລະດູ​ໃບ​ໄມ້​ຫລົ່ນ.ນາງ​ເຢິນສຽວ​ລູ້​ປີ​ນີ້​ອາຍຸ22ປີ​ປີ​ເປັນ​ນັກສຶກສາ​ປີ​ທີ4ຂອງ​ວິຊາ​ເປຍ​ໂນ​ພະ​ແນ​ກ​​ເຄື່ອງ​ເສບ​ປະ​ເພດ​ມີ​ແປ້ນດີດ​ຂອງ​ສະ​ຖາ​ບັນ​ດົນຕີ​ນະຄອນທຽນ​ສິນ.​ເມື່ອຫວນ​ຄຶດ​​ເສັ້ນທາງທີ່​ຮຽນສິລະ​ປະ​​ເປຍ​ໂນ​ຂອງ​ຕົນ​ເອງ,​ນາງເຢິນສຽວ​ລູ້​​ໄດ້ຫົວ​ຢ່າງ​ມ່ວນ​ໃຈ,ນາງ​ເວົ້າ​ວ່າ,​ໃນ​ເວລາ​ນາງ​ມີ​ອາ​ຍຸ4ປີ,​ໂອກາດ​​ໂດຍບັງ​ເອີນ​​ເທື່ອຫນຶ່ງ​ເຮັດ​ໃຫ້​ນາງ​​ໄດ້ສຳຜັດກັບ​ການບັນ​ເລງ​ເປຍ​ໂນ,​ເບິ່ງ​ສິລະ​ປະ​ປິນບັນ​ເລງ​ເປຍ​ໂນ​ຢ່າງສະຫງ່າ​ງາມ,ນົດ​ເພງ​ທີ່​ອອນຊອນ​ກໍ່​ໄຫລລິດ​ອອກ​ມາ​ຈາກ​ນິ້ວມື​ຂອງ​ສິລະ​ປິນ,ນາງ​ຮູ້ສຶກ​ຫນ້າ​ງຶດງໍ້​ທີ່​ສຸດ,ມ່ວນ​ແທ້ໆ,ສະ​ນັ້ນ​ນາງກໍ​ຮ້ອງຂໍ​ຢາກ​ຮຽນ​ເປຍ​ໂນ,​ພໍ່​ກໍ່​ຍິນ​ຍອມນຳ​ນາງ,​ ໃຫ້​ນາງ​ຮຽນ​ເປຍ​ໂນ.ນາງ​ເວົ້າ​ວ່າ:

"​ໃນ​ເວລາ​ນັ້ນ,ຄົນ​ທັງ​ຫລາຍ​ລ້ວນ​ແຕ່​ຮຽນ​ເປຍ​ໂນ,ຂ້ອຍ​ກໍມາ​ຮ່ວມ​ນຳ​ຫມູ່,ສຸດທ້າຍມີແຕ່ຂ້ອຍໄດ້ຍຶດຫມັ້ນຮຽນ,ໃນເລລານັ້ນ,ຄຳ​ບໍ່​ເຖິງ​ປຸ່ມ​ເປຍ​ໂນ,​ເພາະມື​ຍັງນ້ອຍ​,​ເລີຍນັ່ງ​ຢູ່​ເທີ​ງຕັ່ງ​ເປຍ​ໂນ,ຍັງ​​ເອົາຕັ່ງ​ນ້ອຍມາ​ຮອງ​ຕີນ."

ເຖິງ​ແມ່ນ​ວ່າ​ມີ​ອາຍຸ​ນ້ອຍ,​ແລະ​ທັງ​ຫລິ້ນ​ທັງ​ຮຽນ,​ແຕ່​ພອນ​ສະຫວັນດ້ານ​ດົນຕີທີ່​ບົ່ມ​ຊ້ອນຢູ່​ແລະ​ຈິນຕະນາການ​ດ້ານ​ດົນຕີ​ທີ່ຫົວ​ໄວ​ຂອງ​ນາງ​ກໍ​​ໄດ້​ປະກົດ​ຕົວ​ອອກ​ມາ​ເທື່ອ​ລະ​ກ້າວ.ປີ1999,​ນາງເຢິນສຽວ​ລູ້​​ໄດ້ເຂົ້າ​ຮຽນ​ໃນໂຮງຮຽນ​ມັດທະຍົມຂອງ​ສະ​ຖາ​ບັນ​ດົນຕີນະຄອນ​ທຽນ​ສິນ,ຢູ່​ແຫ່ງ​ນັ້ນ​ນາງ​​ໄດ້ເລີ່​ມຮຽນ​ວິຊາ​ສະ​ເພາະ​ຢ່າງ​ເປັນລະບົບ.​ຕາມ​ນາງ​ເຢິນສຽວ​ລູ້​ເວົ້າ​ວ່າ,​ແຕ່​ເວລາ​ນັ້ນ,ນາງ​ຈຶ່ງ​ໄດ້ເຂົ້າ​ໃນ​ຫໍ​ດົນຕີ​ຢ່າງ​ແທ້​ຈິງ,ນາງ​ເວົ້າ​ວ່າ:

"ຢູ່​ໂຮງຮຽນ​ມັດທະຍົມ​​ຂອງ​ສະ​ຖາ​ບັນ​ດົນຕີ​ນະຄອນທຽນ​ສິນ,ການ​ເຂົ້າ​ໃຈຕໍ່​ທຳນອງ​ເພງ​ຂອງ​ຂ້ອຍ​ເລີ່​ມມີຄວາມ​ຄິດ​ເຫັນຂອງ​ຕົນ​ເອງ,ຝີ​ມື​ກໍ​ສຸກ​ງອມ​ກວ່າ​ເກົ່າ."

ເພື່ອ​ຍົກ​ລະດັບບັນ​ເລງ​ເປຍ​ໂນ​ແລະ​ການ​ເຂົ້າ​ໃຈ​ຕໍ່​ດົນຕີ​ໃຫ້​ສູງ​ຂຶ້ນ,​ນາງເຢິນສຽວ​ລູ້​​ໄດ້​​ໄປຮຽນ​ຢູ່​ສະ​ຖາ​ບັນ​ດົນຕີ​ໂອ​ເດຊາຂອງ​ອູ​ແກຼນ​ແລະ​ສະ​ຖາ​ບັນ​ດົນຕີ​ສູນ​ກາງ​ຈີນຢ່າງ​ເປັນ​ລຳດັບ,​ໃນ​ໄລຍະ​ນີ້,ນາງ​​ໄດ້ສຳຜັດ​ກັບບົດ​​ປະພັນ​ດົນຕີ​ຢ່າງ​ກວ້າງຂວາງ,​ໄດ້ສ້າງ​ພື້ນ​ຖານ​ອັນ​ຫມັ້ນແກ່ນ​ໃຫ້​ແກ່ການ​ຮຽນ​ວິຊາ​ສະ​ເພາະ.ປີ2002,ນາງ​ເຢິນສຽວ​ລູ້ໄດ້ສອບ​ເສັງ​ເຂົ້າ​ສະ​ຖາ​ບັນ​ດົນຕີ​ນະຄອນທຽນ​ສິນ​ດ້ວຍ​ຄະ​​ແນນ​ອັນ​ດີ​ເລີດ,ຜ່ານ​ການ​ຮຽນ​ຢ່າງ​ລຳບາກ,​ໄດ້​ເຮັດ​ໃຫ້​ສີ​ມື​ບັນ​ເລງອຸດົມສົມບູນ​ຂຶ້ນ,ສ້າງ​​ວາດຊົງ​ບັນ​ເລງຂອງ​ຕົນ​ເອງ​​ເທື່ອ​ລະ​ກ້າວ.ຕົ້ນປີນີ້,ນາງ​​ໄດ້ຕາງຫນ້າ​ຈີນ​ເຂົ້າ​ຮ່ວມການ​ແຂ່ງຂັນ​ເປຍ​ໂນ​ອາຊີ​ຢູ່​ເປີດ​ເຜີຍຄັ້ງ​ທີ13,​ໄດ້​ໂປ​ໂລ​ເດັ່ນ​ຂຶ້ນ​ຈາກ​ຫນ່ວຍ​ບັນ​ເລງ​ປະສານ​ສຽງ,​ໄດ້​ຮັບລາງວັນ​ທີ​ສອງ.

ທ່ານ​ລູສຽວ​ລ້ຽງ ສາດສະດາຈານທີ່​ຊີ້​ນຳ​​ເປຍ​ໂນ​ຂອງນາງ​ເຢິນສຽວ​ລູ້​ພໍ​ໃຈ​ຫລາຍນຳການປະ​ພືດ​ໃນ​ການເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຂອງນາງ​ເຢິນສຽວ​ລູ້.ທ່ານ​ເວົ້າວ່າ,ນາງ​ເຢິນສ​ຽວລູ້​ໄດ້​ສຸກ​ງອມຂຶ້ນ​ໃນ​ດ້ານ​ສີ​ມື​​ແລ້ວ,ມີ​ຄວາມ​ຮູ້ສຶກ​ສະ​ເພາະ​ຕົວ​ຕໍ່​ດົນຕີ,ສຳຄັນ​ທີ່​ສຸດ​ນັ້ນແມ່ນ,ດົນຕີ​ຂອງນາງ​ເຕັມ​ໄປ​ດ້ວຍ​ຄວາມ​ກະຕືລື​ລົ້ນ​,ນີ້​ແມ່ນ​ຫາ​ຍາກ​ທີ່​ສຸດ.ທ່ານ​ບອກ​ນັກ​ຂ່າວ​ວ່າ:

"ນາງ​ມັກ​ໃຊ້​ສະຫນອງ,ມັກສື​ກສາ​ຄົນ​ຄວ້າ​ເປັນ​ພິ​ເສດ,​ແລະ​ມີ​ຄຳ​ຖາມ​ເລື້ອຍໆ.ນາງ​ພະຍາຍາ​ມທີ່​ສຸດ,ເຄັ່ງ​ຄັດ​ຕໍ່​ຕົນ​ເອງກວ່າ​ນັກ​ຮຽນ​ທຳ​ມະ​ດາ​.ທີ່​ຈິງ​ແລ້ວ,ກຳລັງ​ຕົວ​ຈິງຂອງ​ນາງ​ສູງ​ກວ່ານັກ​ສຶກສາ​ອື່ນໆ​ບໍ່​ຫລາຍ,​​​ແຕ່​ຫົວທີ​ມີ​ລະດັບ​ພໍໆ​ກັນ,ແຕ່​ນາງ​ສະ​ສົມມາ4ປີ​ແລ້ວ,ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ​ໂດຍ​ຕະຫລອດ,ດົນ​ຕາມ​ດົນ​,ນາງ​ກໍ່​ກ້າວຫນ້າ​ຫລາຍຂຶ້ນ."

 ຕໍ່​ຜົນສຳ​ເລັດ​​ໃນ​ການ​ແຂ່ງ​ຂັນແລະງານ​ບັນ​ເລງ,ນາງ​ເຢິນສຽວ​ລູ້​ເອງ​ພັດສະຫງົບ​​​ໃບ​ທີ່​ສຸດ,ນາງ​ເວົ້າ​ວ່າ,ງານດົນຕີ​ຈະ​ກະຕຸກ​ຊຸກຍູ້​ນາງ​ສືບ​ຕໍ່​ສານ​​ເທບ​ນິ​ຍາຍດົນຕີ​ອັນ​ງາມ​ວິ​ໄລ​ຂອງ​ນາງດ້ວຍ​ເບຍ​ໂນ:

"ຂະ​ບວນວິວັດ​ທີ່​ຂ້ອຍ​ບັນ​ເລງ​​ເປຍ​ໂນກໍ່​ແມ່ນ​ຂະ​ບວນວິວັດ​ທີ່​ຂ້ອຍ​ເຕີບ​​ໃຫຍ່ຂຶ້ນ,​ໃນ​ຂະ​ບວນວິວັດ​ນີ້,ຂ້ອຍ​ໄດ້​ຊາບ​ຊືມ​ເຖິງ​ເສັ້ນທາງ​​ແຫ່ງຊີວິດ​ຈະ​ຍ່າງ​ຜ່ານ​ແນ​ວ​ໃດ,​ໂດຍ​ຜ່າ​ຍງານ​ດົນຕີ​ເທື່ອ​ນີ້,ຂ້ອຍ​ສາມາດຊອກ​ຫາ​ຈຸດ​ອ່ອນ,​ເປຍ​ໂນ​ຈະ​ຕິດຕາມ​ຂ້ອຍ​ໄປ​ຕະຫລອດ​ຊີວິດ​."