ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-24 11:19:57    
ຫວຽດ​ນາມ​ໃໝ່​​ພວມໂປ​ໂລ​ຂຶ້ນ(ຕອນ​ຕົ້ນ) (ສຽງ)

cri Author: da


ໃນ​ຫຼາຍ​ປີ​ມາ​ນີ້,ຫວຽດ​ນາມ​ຖອດ​ຖອນ​ເອົາ​ບົດ​ຮຽນ​ການ​ກໍ່ສ້າງ​ເສດ​ຖະກິດ​ຂອງ​ຈີນ,ປະ​ຕິບັດ​"ນະ​ໂຍ​ບາຍ​ປ່ຽນ​ແປງ​ໃໝ່​ແລະ​ໄຂ​ປະຕູ​",​ຫວຽດ​ນາມ​ປ່ຽນ​ໂສມ​ໜ້າ​ໃໝ່​ຊູ່ມື້,​ລະ​ດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຊົນ​ຍົກ​ສູງ​ຂຶ້ນ​ຊູ່ປີ,​ທັດ​ສະນະ​ຄະຕິ​ຊີວິດ​ກໍ​ນັບ​ມື້​ນັບ​ທັນ​ສະ​ໄໝ​. ໃນ​ລາຍ​ການ​​ເຂົ້າສູ່​ອາ​ຊຽນ ພວກ​ເຮົາ​ຈະ​​​ແບ່ງ​ອອກ​ເປັນ​ສອງ​ເທື່ອ ລາຍ​ງານສະ​ພາບ​ການ​ປ່ຽນ​ແປງ​ຂອງ​ຫວຽດ​ນາມ​ສູ່​ທ່ານ​ຟັງ​.

ຮ່າ​ໂນ້ຍ​ແມ່ນ​ເມືອງ​ທັນ​ສະ​ໄໝ ທັງ​ມີ​ມູນ​ເຊື້ອ​ວັດທະ​ນະທຳ​ຝ່າຍ​ຕາ​ເວັນ​ອອກ​ອັນ​ເຂັ້ມ​ຂຸ້ນ. ​ຕອນ​ຄ່ຳ,​ແສງ​ໄຟ​​ເຍືອງ​ໃສ່ຖະ​ໜົນ​ຫົນ​ທາງ​ທີ່​ມີ​ຜູ້​ສັນ​ຈອນ​ແລະ​ລົດລາ​ໄປໆ​ມາໆ​ລຸດໆ​ລ້າຍໆ​;ດອກ​ໄຟ​ນິອອນ​ສີ​ຕ່າງໆ​ເທິງ​ຮ້ານ​ກາ​ເຟ​ແລະບາ​ເຫຼົ້າທີ່​ແຈກ​ຢາຍ​ຢູ່​ແຫ່ງ​ຕ່າງໆ​ເຫຼື້ອມ​ມາບໆ,​ແລະ​ມີ​ສຽງ​ເພງ​ທີ່​ມ່ວນ​ອອນ​ຊອນ​ແລະ​ຈັບໃຈ​ຄົນ​ສົ່ງ​ມາ​ເລື່ອຍ​ລອຍ​ຢູ່​ເທິງ​ທ້ອງ​ຟ້າ,​​ເຮັດ​ໃຫ້​ລາຕີ​ເມືອງ​ຮ່າ​ໂນ້ຍ​ເພີ່ມ​ບັນຍາ​ກາດ​ອ່ອນ​ໂຍນ​ແລະມີ​ສະ​ເໜ. ຍ້ອນ​ໄດ້​ຮັບ​ຜົນ​ສະທ້ອນ​​ຈາກ​ວັດທະ​ນະທຳ​ຂອງ​ຝ່າຍ​ຕາ​ເວັນ​ຕົກ ຕອນ​ຄ່ຳ,ຊາວ​ໜຸ່ມ​ທ້ອງ​ຖິ່ນມັກ​ໄປ​ຢ່ອນ​ອາ​ລົມຢູ່​ຮ້ານ​ກາ​ເຟ​ ​ບາ​ເຫຼົ້າ ແລະ​ຮ້ານ​ດິສ​ໂກ; ນັດ​ພົບ​ກັບ​ຄູ່​ຮັກ ຫຼື​ເຕົ້າ​ໂຮມ​ກັນ​ກັບ​ໝູ່​ເພື່ອນ​,ລ້ວນ​ແຕ່​ຕ້ອງ​ການ​ສະຖານ​ທີ່​ທີ່​ນິຍົມ​ກັນ​ແລະ​ຟົດ​ຟື້ນ​ປະ​ເພດ​ນີ້.

ປ້າ​ຫງວຽນ​ເວີນ​ໂລວ ອາຍຸ 55 ປີ ​ແມ່ນ​ພິຍານທີ່​ຢືນຢັນ​ການ​​ປ່ຽນ​ແປງ​ໃໝ່​ແລະ​ໄຂ​ປະຕູ​ຂອງ​ຫວຽດ​ນາມ​,​ຢືນ​ຢັນ​ການ​ປ່ຽນ​ແປງ​ໃໝ່ອັນ​ເລິກ​ເຊິ່ງ​ຂອງ​​ເສດ​ຖະກິດ​ສັງຄົມ​ຫວຽດ​ນາມ​ຍ້ອນ​ດຳ​ເນີນ​ການ​​ປ່ຽນ​ແປງ​ໃໝ່​ແລະ​ໄຂ​ປະຕູ​.ຕໍ່​ລົດ​ນິຍົມ​ຂອງ​ຊາວ​ໜຸ່ມ​ທີ່ມັກ​ໄປຫຼິ້ນ​​ຢູ່ບາ​,ປ້າ​ເວົ້າ​ຢ່າງ​ມີ​ຄວາມ​ຮູ້ສຶກ​ວ່າ,​ແຕ່​ກ່ອນ ຊາວ​ໜຸ່ມ​ໃສ​ຊິມີ​ເງິນ​ໄປ​ຫຼິ້ນ​ບາ,​ເຂົ້າຈະ​ຢາ​ທ້ອງ​ກໍ​ຍັງ​ບໍ່​ພໍ​ຊ້ຳ. ປ້າ​ເວົ້າວ່າ,​ໃນ​ຊຸມ​ປີ​ 70-80 ສະຕະ​ວັດທີ່​ແລ້ວ,​ຍ້ອນ​ມູນ​ເຫດ​ຕ່າງໆ ​ໂດຍ​ສະ​ເພາະ​ແມ່ນ​ບັນຫາ​ໂຄງ​ປະກອບ​ເສດ​ຖະກິດ,​ເສດ​ຖະກິດ​ສັງຄົມ​ຂອງ​ຫວຽດ​ນາມ​ໄດ້​ປະສົບ​ຄວາມ​ຫຍຸ້ງ​ຍາກ​ນາໆ​ປະການ,ຕົກ​ຢູ່​ໃນ​ວິ​ກິດ​ການ​ອັນ​ໜັກ​ໜ່ວງ,​ກາຍ​ເປັນ​ປະ​ເທດ​ທີ່​ທຸກ​ຍາກ​ກວ່າ​ເພິ່ນປະ​ເທດ​ໜຶ່ງໃນ​ໂລກ. ​ໃນ​ຄາວ​ນັ້ນ,ທົ່ວ​ປະ​ເທດ​ຫວຽດ​ນາມ​ຂາດ​​ເຂີນ​ອາຫານ​,​ແຕ່ລະ​ປີ ລັດ​ຕ້ອງ​ຊື້ເຂົ້າ​ນຳ​ຕ່າງປະ​ເທດ​ນັບ​ເປັນ​ລ້ານ​ໂຕນ. ຄອບ​ຄົວ​ຂອງ​ປ້າ​ທັງ​ໝົດ 4 ຄົນ​ກໍ​ທຸກ​ຍາກ​ຫຼາຍ​ຄືກັບ​ຄອບ​ຄົວ​ສ່ວນ​ຫຼາຍ,​ນອກ​ຈາກມີ​​ເຮືອນ​ຫ້ອງ​ນ້ອຍໆ​ທີ່​ມີ​ 10 ​ແມັດ​ກາ​ເລ​ທີ່​ຫົວ​ໜ່ວຍ​​ແບ່ງປັນ​ໃຫ້​ນັ້ນ​ແລ້ວ,​ສິ່ງ​ທີ່​ມີ​ຄ່າ​ທີ່​ສຸດ​ໃນ​ຄອບຄົວ ​ກໍ​ມີ​ແຕ່​ລົດ​ຖີບ​ສອງ​ຄັນ ຊຶ່ງ​ເປັນ​ຍານ​ພາ​ຫະນະ​ຕົ້ນຕໍ​ຂອງ​ຊາວ​ຫວຽດ​ນາມ​ໃນ​ຄາວ​ນັ້ນ,​ໃນ​ນັ້ນ ມີ​ຄັນ​ໜຶ່ງ​ແມ່ນ​ລົດ​ຖີບ​ກາເຟີ້​ງ​ຮວງ​ຂອງ​ຈີນ.

ຈີນ​ຫວຽດ​ນາມ​ມີ​ພູຜາ​ແມ່​ນ້ຳຕິດ​ຈອດ​ກັນ,ສະ​ພາບ​ຂອງ​ສອງ​ປະ​ເທດ​ກໍຄ້າຍຄື​ກັນ,ມີ​ໂຄງ​ປະກອບ​ແບບ​ດຽວ​ກັນ. ​​ໃນ​ເວລາ​ທີ່ລັດຖະ​ບານ​ຫວຽດ​ນາມ​ທຳ​ຄວາມ​ພະຍາ​ຍາມ​ເພື່ອ​​ໃຫ້​ປະຊາ​ຊົນ​ມີ​​ຢູ່​ມີ​ກິນ​ນັ້ນ,ນະ​ໂຍບາຍ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ​ພວມ​ກ້າວ​ເຂົ້າສູ່​ລວງ​ເລິກ.ໝາກ​ຜົນ​ອັນ​ໃຫຍ່​ຫຼວງ​ທີ່​ໄດ້​ຮັບ​ຈາກ​ການ​ປະຕິ​ຮູບ​ໄດ້​ປ່ຽນ​ແປງ​ໂສມ​ໜ້າ​ຂອງ​ປະ​ເທດທີ່​ມີ​ປະຊາ​ກອນ​ຫຼາຍ​ກວ່າ​ເພິ່ນ​ໃນ​ໂລກ​ຢ່າງ​ວ່ອງ​ໄວ,ປະ​ຊາ​ຊົນຈີນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ເທື່ອ​ລະ​ກ້າວ,​ເດີນ​ໄປ​ສູ່​ຄວາມ​ຮັ່ງມີ. ການ​ປ່ຽນ​ແປງ​ໃໝ່ອັນ​​ເລິກ​ເຊິ່ງ​ຂອງ​ສັງຄົມ​ຈີນ​ເຜີຍ​ແຜ່​ມາ​ຫາ​ຫວຽດ​ນາມ​ຢ່າງ​​ໄວວາ,​ໄດ້​ດູດ​ດຶງ​​ຊັ້ນ​ຜູ້ນຳ​ຂອງ​ຫວຽດ​ນາມ​ຢ່າງ​ເລິກ​ເຊິ່ງ,​ເກີດ​ຜົນ​ສະທ້ອນ​ຕໍ່​ມວນ​ຊົນ​ທ້ອງ​ຖິ່ນ. ການ​ປະຕິ​ຮູບ​ໂຄງ​ປະກອບ​ທີ່​ມີ​ຢູ່​ໃນ​ປະຈຸ​ບັນ​ສຸມ​ກຳ​ລັງດຳ​ເນີນ​ການ​ສ້າງ​ສາ​ເສດ​ຖະກິດ ​ໄດ້​ກາຍ​ເປັນ​ໜ້າ​ທີ່​​ດ່ວນ​ທີ່​ສຸດ​ຂອງ​ລັດຖະ​ບານ​ຫວຽດ​ນາມ​ໃນ​ຄາວ​ນັ້ນ.

​ເມື່ອ​ໄດ້ຖອດ​ຖອນ​ເອົາ​ບົດຮຽນ​ອັນ​ສຳ​ເລັດ​ຜົນຂອງ​ຈີນ​ແລະ​ໄດ້​ຮັບ​ໝາກຜົນ​​ໃນການ​ທົດ​ລອງ​​ເບື້ອງ​ຕົ້ນ​ແລ້ວ,​ໃນ​ທ້າຍ​ປີ 1986,​ກອງ​ປະຊຸມ​​ໃຫຍ່​ຂອງພັກ​ກອມ​ມູນິດ​ຫວຽດ​ນາມ​ຄັ້ງທີ 6 ​ໄດ້​ທຳ​ການ​ຕົກ​ລົງ​ທີ່​ສຳຄັນ,ປະ​ຕິບັດ​ນະ​ໂຍ​ບາຍ​ປ່ຽນ​ແປງ​ໃໝ່​ແລະ​ໄຂ​ປະຕູ​ຢ່າງ​ຮອບ​ດ້ານ,​ສຸມ​ກຳລັງ​ສ້າງ​ສາ​ເສດ​ຖະກິດ,​ພະຍາ​ຍາມ​ເຮັດ​ໃຫ້​ຫວຽດນາມ​​ພົ້ນ​ອອກ​ຈາກ​ວິ​ກິດ​ການ​ເສດ​ຖະກິດ​ສັງ​ຄົມ.​ ໃນ​ເກືອບ 20 ປີ​ຫຼັງຈາກ​ນັ້ນ​ມາ,ຜູ້ນຳ​ຊັ້ນສູງ​ຂອງ​ຈີນ​ແລະ​ຫວຽດນາມ​​ໄດ້ຢ້ຽມຢາມ​ກັນ​ເລື້ອຍໆ,ການ​ແລກ​ປ່ຽນ​ແລະ​ຮ່ວມ​ມືກັນ​​ໃນ​ຂົງ​ເຂດ​ຕ່າງໆ​ກໍ​ດຳ​ເນີນ​ໄປ​ຢ່າງ​ຕໍ່​ເນື່ອງ,ສອງ​ຝ່າຍ​ຮ່ຳຮຽນ​​ນຳກັນ,ຖອດ​ຖອນ​ເອົາ​ບົດຮຽນ​ຂອງກັນ,​ເຮັດ​ໃຫ້​ພາລະ​ກິດ​ການ​ປະຕິ​ຮູບ​ໄຂ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນແລະ​ພາລະກິດ​ປ່ຽນ​ແປງ​​ໃໝ່​ໄຂ​ປະຕູ​ຂອງ​ຫວຽດ​ນາມ​ໄດ້​ຮັບ​ຜົນສຳ​ເລັດ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.

ພາ​ລະກິດ​ປ່ຽນ​ແປງ​ໃໝ່​ແລະ​ໄຂ​ປະຕູ​ຂອງ​ຫວຽດ​ນາມ ກ່ອນ​ອື່ນ​ໄດ້​ຮັບ​ຜົນສຳ​ເລັດ​ຢູ່​ຊົນນະ​ບົດ. ຫວຽດ​ນາມ​ແມ່ນ​ປະ​ເທດ​ກະ​ສີ​ກຳ​ຫຼ້າ​ຫຼັງ,ມີ​ປະຊາ​ກອນ 80% ດຳ​ລົງ​ຊີວິດ​ໃນ​ຊົນນະ​ບົດ,​ການ​ພັດ​ທະນາ​ກະສິກຳ​ແລະ​ສະ​ຖຽນລະ​ພາບ​ຂອງ​ຊົນນະ​ບົດ​​ແມ່ນ​ສຳຄັນ​ທີ່​ສຸດ​ຕໍ່​ສະຖຽນ​ລະ​ພາບ​ທາງ​ສັງ​ຄົມ​ແລະ​ການ​ເມືອງ​ຂອງ​ຫວຽດ​ນາມ. ​ສະ​ນັ້ນ,ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດ​ນາມ​ຈຶ່ງ​ຖື​ການ​ປະຕິ​ຮູບ​ຊົນນະ​ບົດ​ເປັນ​ປ່ອງ​ບຸກ​ທະລຸ​ແຫ່ງ​ການ​ປ່ຽນ​ແປງ​​ໃໝ່​ແລະ​​ໄຂ​ປະຕູ.​ ເລີ່​ມ​ແຕ່​ປີ 1987​ ເປັນ​ຕົ້ນ​ມາ, ລັດ​ຖະບານ​ຫວຽດ​ນາມ​ໄດ້​ປະກາດ​ນະ​ໂຍບາຍ​ປ່ຽນ​ແປງ​ໃໝ່​ຕ່າງໆ​ເປັນ​ລຳດັບ​ເພື່ອ​ປົດ​ປ່ອຍ​ກຳລັງ​ການ​ຜະລິດ​ໃນ​ຊົນນະບົດ​ແລະ​ລະດົມ​ຄວາມ​ຫ້າວ​ຫັນ​​ໃນການ​ຜະລິດ​ຂອງ​ຊາວ​ກະສິ​ກອນ,​ແກນ​ກາງຂອງ​ນະ​ໂຍບາຍ​ແມ່ນ​ປະຕິ​ບັດລະ​ບອບ​ຮັບຜິດ​ຊອບ​ຮັບ​ເໝົາ​ທີ່​ດິນ.

ການ​ປະຕິ​ບັດ​ນະ​ໂຍບາຍ​ເຫຼົ່າ​ນີ້ ​ໄດ້​ນຳ​ເອົາ​ປະສິດ​ທິຜົນ​ມາ​ໃຫ້​ເຫັນ​ກັບ​ຕາ.ຊາວ​ກະສິ​ກອນ​ມີ​ຄວາມ​ຫ້າວ​ຫັນດຳ​ເນີນ​ການ​ຜະລິດ​ຢ່າງ​ບໍ່​ເຄີຍ​ມີ​ມາ​ກ່ອນ,ການ​ຜະລິດ​ກະສິກຳ​ໄດ້​ຮັບ​ຜົນ​ອຸດົມ​ສົມ​ບູນ​​ຫຼາຍ​ປີ​ລຽນ​ຕິດ. ປີ 1988,ຜົນ​ຜະລິດ​ທັນ​ຍາ​ຫານ​ຂອງ​ຫວຽດນາມ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີ​ກ່ອນ 2 ລ້ານ​ກວ່າ​​ໂຕນ,​ບັນລຸ 19 ລ້ານ 5 ​ແສນ 8 ໝື່ນ​ໂຕນ,ມີທັນ​ຍາ​ຫານກຸ້ມ​ຕົນ​ເອງ​ແລ້ວ​. ປີ 1989,ຫວຽດ​ນາມ​ໄດ້​ສົ່ງ​​ເຂົ້າ​ສານ​ອອກ​ຂາຍ​ຕ່າງປະ​ເທດ​ເທື່ອ​ທຳ​ອິດ 1 ລ້ານ 4 ​ແສນ 2 ໝື່ນ​ໂຕນ.ຈາກ​ນັ້ນມາ​ຫຼາຍ​ປີ​,ຫວຽດ​ນາມ​ໄດ້​ສົ່ງ​ເຂົ້າ​ສານ​ອອກ​ຂາຍ​ຢ່າງ​ຫຼວງ​ຫຼາຍ ​ແລະ​ກາຍ​ເປັນ​ປະ​ເທດ​ທີ່​ຂາຍ​ເຂົ້າສານ​ໃຫ້​ຕ່າງປະ​ເທດ​ຫຼາຍ​ທີ 3 ​ໃນ​ໂລກ. ປີ 2003,ສົ່ງ​ອອກ 3 ລ້ານ 8 ​ແສນ 6 ໝື່ນ​​ໂຕນ,ກາຍ​ເປັນ​ປະ​ເທດ​ຂາຍ​ເຂົ້າ​ສານ​ຫຼາຍ​ທີ 2 ​ໃນ​ໂລກ ຊຶ່ງ​ພຽງ​ແຕ່​ຖັດຈາກ​​ໄທ. ປີ 2004,ຕົວ​ເລກ​ຂາຍ​ເຂົ້າ​ສານ​ໄດ້​ບັນລຸ 4 ລ້ານ 5 ​ແສນ​ໂຕນ,ສືບ​ຕໍ່​ຮັກສາ​ຖານະທີ 2 ​​ຂອງ​ປະ​ເທດ​ຂາຍ​ເຂົ້າ​ສານ​ໃນ​ໂລກ. ນັບ​ມາ​ຮອດ​ເດືອນ​ກັນ​ຍາ​ປີ 2005,​ຫວຽດ​ນາມ​ໄດ້​ສົ່ງ​ເຂົ້າ​ສານ​ຂາຍ​ໃຫ້​ຕ່າງປະ​ເທດ​ເຖິງ 4 ລ້ານ 6 ​ແສນ​ໂຕນ​,ສ້າງ​ສະຖິຕິ​ສູງ​ໃໝ່​ໃນ​ປະຫວັດ​ສາດ.