ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-24 16:24:09    
ກອງ​ປະ​ຊຸມ​ເວ​ທີ​ປາ​ໄສ​ອາ​ຊີ​ທ້ອນ​ໂຮມ​ຈີນ​ເຂົ້າ​ເປັນ​ເອ​ກະ​ພາບ​ກັນ​ໂດຍ​ສັນ​ຕິ​ໄຂ​ຂຶ້ນ​ຢູ່​ຟິ​ລິບ​ປິນ

cri
ຕາມ​ຂ່າວ​ສານ​ຊີນ​ຮວາ,​ວັນ​ທີ23​ພະ​ຈິກ,​ກອງ​ປະ​ຊຸມ​ເວ​ທີ​ປາ​ໄສ​ອາ​ຊີ​ທ້ອນ​ໂຮມ​ຈີນ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ໂດຍ​ສັນ​ຕິ​ຄັ້ງ​ທີ2​ທີ່​ສະມາ​ຄົມ​ຊຸກ​ຍູ້​ການ​ທ້ອນ​ໂຮມ​ຈີນ​ເຂົ້າ​ເປັນ​ເອ​ກະ​ພາບ​ກັນ​ໂດຍ​ສັນຕິ​ຂອງ​ຟິລິບປິນ​ເປັນ​ເຈົ້າ​ພາບ​ໄດ້​ໄຂ​ຂຶ້ນ​ຢູ່​ມາ​ນີລາ,​ຜູ້​ຮ່ວມ​ປະ​ຊຸມ​ພາ​ກັນ​ສະ​ແດງ​ວ່າ​ຄັດຄ້ານ​ການ​ທຸກ​ເຄື່ອນ​ໄຫວ​ແບ່ງ​ແຍກ​ໄຕ້​ຫວັນ​ເປັນ​ເອກະລາດ.

ໃນ​ເວ​ລາ​ກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ໄຂ​ກອງ​ປະຊຸມ,​ທ່ານ​ວາງ​ໄຈ້​ຊີ ຮອງ​ຫົວ​ໜ້າ​ຫ້ອງ​ການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ລັດ​ຖະ​ບານ​ຈີນ​ກ່າວ​ວ່າ,​ໂດຍ​ມີ​ພີ່​ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ​ຊ່ອງ​ແຄບ​ແລະ​ຊາວ​ຈີນ​ພົ້ນ​ທະ​ເລ​ພ້ອມ​ກັນ​ພະຍາ​ຍາມ,​ປັດ​ໄຈອັນ​ຕັ້ງໜ້າ​ໃນ​ການ​ພົວ​ພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ທີ່​ມີ​ຜົນ​ດີ​ຕໍ່​ການ​ສະກັດ​ກັ້ນ​ການ​ແບ່ງ​ແຍກ​ໄຕ້​ຫວັນ​ເປັນ​ເອກະ​ລາດ​ພວມ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.​ທ່ານ​ກ່າວ​ລື້ມ​ວ່າ,​ລັດ​ຖະ​ບານ​ຈີນ​ ຍຶດ​ໝັ້ນ​ຫຼັກ​ການ​ຈີນ​ດຽວ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ​,​ເດັດຂາດ​ບໍ່​ຢຸດ​ຕິ​ການ​ຄັດ ຄ້ານ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ໄຕ້​ຫວັນ​ເປັນ​​ເອ​ກະ​ລາດ.

ທ່ານ​ວາງ​ໄຈ້​ຊີ​ຍັງ​ກ່າວ​ວ່າ,​ຫວັງ​ໃຫ້​ການ​ເຄື່ອນ​ໄຫວ​ຄັດ​ຄ້ານ​ການ​ແບ່ງ​ແຍກ​ເລັ່ງ​ລັດ​ການ​ທ້ອນ​ໂຮມ​ຈີນ​ເຂົ້າ​ເປັນ​ເອກະ​ພາບ​ຂອງ​ພົ້ນ​ທະ​ເລ​ພະຍາ​ຍາມ​ໂຄ​ສະ​ນາ​ນະ​ໂຍ​ບາຍ​ຂອງ​ລັດ​ຖະບານ​ຈີນ​ໃນ​ບັນ​ຫາ​ໄຕ້​ຫວັນ,​ໃຫ້​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ຫຼາຍ​ກວ່າ​ເກົ່າ​ໄດ້​ຟັງ​ສຽງ​ທີ່​ເລັ່ງ​ລັດ​ການ​ທ້ອນ​ໂຮມ​ຈີນ​ເຂົ້າ​ເປັນ​ເອ​ກະ​ພາບ.