ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-25 09:48:21    
ວິ​ສາ​ຫະ​ກິດ​ທຶນ​ຕ່າງ​ປະ​ເທດ​ມີ​ຄວາມ​ແນ່​ໃຈ​ຕໍ່​ແຂວງ​ຢຸນ​ນານ​ຂອງ​ຈີນ

cri

                             

ນັບມາຮອດເດືອນພຶດສະພາປີ 2004,ຮ້ານຂາຍວັດສະດຸຕົກແຕ່ງເຮືອນໃນເຄືອ
B&Q ອັງກິດເຊິ່ງແມ່ນຊຸບເປີມາເກັດວັດສະດຸກໍ່ສ້າງທີ່ໃຫຍ່ກວ່າໝູ່ຢູ່ເອີລົບໄດ້
ເປີດຮ້ານໃນເຄືອ 18 ແຫ່ງຢູ່ເຂດໃນຂອງຈີນແລ້ວ,ຮ້ານຢູ່ຄຸນມິງແຂວງຢຸນນານ
ຂອງຈີນແມ່ນຮ້ານທີ່ຫ່າງຈາກສຳນັກງານໃຫຍ່ຂອງເຄືອ B&Qໄກກວ່າໝູ່ແລະ
ຫ່າງຈາກໜ້ານ້ຳທະເລສູງກວ່າໝູ່.ຫວ່າງມໍ່ໆນີ້,ທ່ານຫູຢູ້ໝິນ ຜູ່ອຳນວຍການ
ໃຫຍ່ບໍລິສັດຮ່ວມທຶນ B&Qສາຂາຄຸນໝິງເວົ້າຕໍ່ນັກຂ່າວວ່າ,B&Qເລືອກມາເປີດ
ຮ້ານຢູ່ຄຸນມິງແມ່ນຍ້ອນວ່າມີຄວາມແນ່ໃຈຕໍ່ອະນາຄົດໃນການພັດທະນາຂອງຄຸນ
ມິງ,ໂດຍສະເພາະແມ່ນຖານະຂອງຄຸນມິງທີ່ເປັນເທດສະບານແຂວງຢຸນນານໃນ
ການພັດທະນາພາກຕາເວັນຕົກຂອງຈີນ. ການພັດທະນາພາກຕາເວັນຕົກຢ່າງ
ໃຫຍ່ຢູ່ແຂວງຢຸນນານເປັນຕົ້ນແມ່ນເຫດການສຳຄັນຂອງຈີນແທ້,ສະນັ້ນພວກ
ຂ້າພະເຈົ້າຈິ່ງໄດ້ເລືອກເອົາຄຸນມິງເປັນຈຸດພື້ນຖານຂອງພວກຂ້າພະເຈົ້າ.ຄຸນມິງ
ແມ່ນເມືອງທ່ອງທ່ຽວ,ແລະໃນອະນາຄົດຈະພັດທະນາກາຍເປັນນະຄອນສາກົນ.
ໃນການນຳເຂົາໂຄງການນັ້ນ,ພວກຂ້າພະເຈົ້າກໍ່ໄດ້ຊອກຮູ້ຢ່າງຫລວງຫລາຍ,
ແມ່ນເຫັນໄປໃນແງ່ດີທີ່ສຸດຕໍ່ການພັດທະນາຢູ່ຄຸນມິງ.

ແຂວງຢຸນນານແມ່ນແຂວງໜຶ່ງໃນການປະຕິບັດຍຸດທະສາດພັດທະນາພາກຕາ
ເວັນຕົກຢ່າງໃຫຍ່ຂອງຈີນ.ຢູ່ແຂວງນີ້ມີເສັ້ນຊາຍແດນຍາວ 4 ພັນກວ່າກິໂລ
ແມັດ,ຕໍ່ແດນກັບຫວຽດນາມ ລາວແລະມຽນມາ.ຢູ່ແຂວງດັ່ງກ່າວຍັງມີແນວພັນ
ສັດແລະພຶກສາຊາດປ່າອັນລ້ຳຄ່າຢ່າງອຸດົມສົມບູນ,ຖືກວົງການພຶກສະສາດໂລກ
ເອີ້ນເປັນສາງແຢນຂອງແນວພັນໃນໜ່ວຍໂລກ.ທ່າແຮງພູມິພາກແລະທ່າແຮງ
ຊັບພະ ຍາກອນທີ່ມີເອກະລັກພິເສດ,ບວກກັບນະໂຍບາຍທີ່ມີຜົນດີຍ້ອນການ
ພັດທະນາພາກຕາເວັນຕົກຢ່າງໃຫຍ່,ເຮັດໃຫ້ແຂວງຢຸນນານພວມກາຍເປັນ
ຕະຫລາດລົງທຶນທີ່ມີກຳລັງດຶງດູດທີ່ສຸດຕໍ່ພາຍນອກ.

ຂໍຍົກເອົາບໍລິສັດ B&Q ມາເປັນຕົວຢ່າງ,ຮ້ານສາຂາຄຸນມິງເປີດທຸລະກິດເມື່ອ
ເດືອນກັນຍາປີ 2002.ທ່ານຫູຢູ້ໝິນ ຜູ່ອຳນວຍການໃຫຍ່ບອກນັກຂ່າວວ່າ,ໃນ
ສອງປີກວ່າມານີ້,ຮ້ານນີ້ໄດ້ພັດທະນາໄວຫລາຍ,ການຈຳໜ່າຍໃນປີນີ້ເມື່ອທຽບ
ກັບປີ 2003 ແລ້ວໄດ້ເພີ່ມຂຶ້ນເກີນ 50%.ທ່ານຫູຢູ້ໝີນເຫັນວ່າ,ຜົນສຳເລັດຂອງ
B&Qແມ່ນປາສະຈາກການສະໜັບສະໜູນຂອງອົງການປົກຄອງທ້ອງຖີ່ນບໍ່ໄດ້,
ສ່ວນສິນຄ້າທີ່ມີຄົບໝົດທຸກແນວ ລະບົບການບໍລິການຫລັງຈຳໜ່າຍອັນດີງາມ
ຂອງພວກເຂົາເຈົ້າກໍ່ເຮັດໃຫ້ໄທເມືອງຢ່າງຫລວງຫລາຍຢູ່ແຫ່ງນັ້ນຮັບຮອງເອົາ
ຮ້ານຕົກແຕ່ງເຮືອນທີ່ມາຈາກພາຍນອກຮ້ານນີ້.ນາງຫວງລີ້ທີ່ຕັ້ງຂັບລົດໜຶ່ງຊົ່ວ
ໂມງມາເລືອກຊື້ແປ້ນປູພື້ນຢູ່ຮ້ານນີ້ບອກນັກຂ່າວວ່າ, ຄຸນນະພາບຂອງຜະລິດຕະ
ພັນຮ້ານ B&Qມີການຮັບປະກັນດີສົມຄວນ,ລາຄາສ່ຳໃດກໍ່ມີ.ການບໍລິການຫລັງ
ຈຳໜ່າຍກໍ່ອ່າວດີ.

ຕ່າງກັບຮ້ານ B&Qສາຂາຄຸນມິງ,ກຸ່ມເຫົ້ຼາເບຍຄາວສເບີກສາຂາຕ້າຫລີແຂວງ
ຢຸນນານແມ່ນບໍລິສັດທ່ີດານມາກລົງທຶນແຕ່ຝ່າຍດຽວ,ເມ່ືອເດືອນກັນຍາປີ 2003,ບໍລິສັດດັ່ງກ່າວໄດ້ຮັບຄຸ້ມຄອງກຸ່ມເຫຼົ້າເບຍຕ້າຫລີແຂວງຢຸນນານ.ກ່ອນໜ້ານີ້,ກຸ່ມເຫົ້ຼາເບຍຕ້າຫລີແມ່ນວິສາຫະກິດເຫົ້ຼາເບຍທີ່ໃຫຍ່ກວ່າໝູ່ໃນຂະແໜງການ
ເຫົ້ຼາເບຍແຫ່ງລັດຂອງແຂວງຢຸນນານ,ທ່ານຢາງເຈີປ່ຽວ ປະທານກຸ່ມເຫົ້ຼາເບຍ
ດັ່ງກ່າວ ດຽວນີ້ແມ່ນຜູ່ອຳນວຍການໃຫຍ່ຂອງກຸ່ມເຫົ້ຼາເບຍຄາສເບີກສາຂາຕ້າ
ຫລີ.ທ່ານບອກນັກຂ່າວວ່າ,ຄາສເບີກໄດ້ເລືອກເອົາກຸ່ມຕ້າຫລີ,ດ້ານໜຶ່ງແມ່ນ
ຍ້ອນກຸ່ມດັ່ງກ່າວແມ່ນວິສາຫະກິດໃຫຍ່ກວ່າໝູ່ໃນຂະແໜງການເຫົ້ຼາເບຍຢູ່
ແຂວງຢຸນນານ,ດ້ານໜຶ່ງອີກກໍ່ແມ່ນຍ້ອນເຫັນທ່າແຮງພູມິພາກຂອງແຂວງຢຸນ
ນານແລະທ່າແຮງດ້ານຊັບພະຍາກອນນ້ຳຂອງຕ້າຫລີ.

ຢູ່ອາຊີອາຄະເນ ຢູ່ຫວຽດນາມ ລາວ ບຼູໄນ ມາເລເຊຍແລະໄທ,ຄາສເບີກ
ລ້ວນແຕ່ມີວິສາຫະກິດຂອງຕົນ,ຄາສເບີກກໍ່ຢາກນຳໃຊ້ເງື່ອນໄຂທີ່ແຂວງຢຸນ
ນານພວກເຮົາຕໍ່ແດນກັບອາຊີອາຄະເນມາເຮັດໃຫ້ຕະຫລາດແຖບນີ້ເປັນແບບ
ສະບັບ,ກາຍເປັນ ຕາໜ່າງຕະຫລາດທີ່ໃຫ່ຍໂຕ,ບັນລຸຍຸດທະສາດພັດທະນາ
ຂອງຄາສເບີກຢູ່ອາຊີໂດຍສະເພາະແມ່ນຢູ່ຈີນ.ຄາສເບີກກໍ່ຖືກໃຈນຳຕ້າຫລີທີ່
ມີຊັບພະຍາກອນນ້ຳດີລື່ນໝູ່,ຕົວຢ່າງຄື ບໍ່ນ້ຳຫິມະຢູ່ເທີງພູຊາງຊານແມ່ນນ້ຳ
ທາດອ່ອນທີ່ສຸດແລະບໍ່ມີສິ່ງເຊື່ອມພິດ,ທາດນ້ຳຢູ່ແຫ່ງນີ້ແມ່ນດີທີ່ສຸດສຳລັບຕົ້ມ
ເຫົ້ຼາ.

ທ່ານຢາງຍັງບອກນັກຂ່າວວ່າ,ກຸ່ມເຫົ້ຼາເບຍຕ້າຫລີເອງກໍ່ພັດທະນາໄດ້ຢ່າງດີ
ຫລາຍ,ສາເຫດທີ່ເລືອກຮ່ວມມືກັບຄາສເບີກແມ່ນຢາກໄດ້ບົດຮຽນການຄຸ້ມ
ຄອງແລະເຕັກນິກກ້າວໜ້າທີ່ວິສາຫະກິດຕ້ອງການໃນການພັດທະນາຕື່ມອີກ.
ສ່ວນເລື່ອງຈິງກໍ່ໄດ້ຢັ້ງຢືນໃຫ້ເຫັນແລ້ວວ່າ,ຮ່ວມມືກັນຫລາຍເດືອນແລ້ວ,ຄາສເບີກໄດ້ເຮັດໃຫ້ວິສາຫະກິດເກີດມີການປ່ຽນແປງຢ່າງໃຫຍ່ຫລວງ. ໜຶ່ງ,ທັດສະນະຄະຕິຂອງພະນັກງານກຳມະກອນຕະຫລອດຮອດຂັ້ນຄຸ້ມຄອງຂອງ
ພວກເຮົາລ້ວນແຕ່ມີການປ່ຽນແປງຢ່າງໃຫຍ່ຫລວງ.ສອງຄາສເບີກໄດ້ຖືພະນັກ
ງານກຳມະກອນເປັນຊັບສິນທີໜຶ່ງຂອງວິສາຫະກິດ,ພະຍາຍາມຍົກຄຸນທາດໃນ
ດ້ານຕ່າງໆຂອງພະນັກງານກຳມະກອນໃຫ້ສູງຂຶ້ນ,ດຳເນີນການຝຶກອົບຮົມຫລາຍ
ດ້ານ,ເຊັ່ນ ການເຮັດວຽກຢູ່ຫ້ອງການທີ່ທັນສະໄໝແລະລະບົບຄອມພີວເຕີ ຮຽນ
ພາສາອົງກິດ,ແລະອົບຮົມວິຊາຕຳແໜ່ງໜ້າທີ່ອີກດ້ວຍ.

ແຕ່ກ່ອນ,ໃນດ້ານຍົກຄຸນນະພາບຜະລິດຕະພັນໃຫ້ສູງຂຶ້ນ,ກຸ່ມເຫົ້ຼາເບຍຕ້າຫລີ
ຢາກນຳໃຊ້ເຕັກນິກໃສ່ກະປ໋ອງກາດໂບນິດທີ່ກ້າວໜ້າຕະຫລາດມາ,ແຕ່ຂາດ
ເງິນທຶນ.ພາຍຫລັງຄາສເບີກເຂົ້າມາແລ້ວ,ໄດ້ລົງທຶນໃສ່ລະບົບດັ່ງກ່າວ,ຍົກຄຸນ
ນະພາບຂອງຜະລິດຕະພັນໃຫ້ສູງຂຶ້ນ.ທ່ານຢາງເວົ້າວ່າ,ການພັດທະນາຂອງວິ
ສາຫະກິດໃນປະຈຸບັນອ່າວປອດໃສ,ຈຸດໜັກວຽກງານຂອງພວກເຂົາເຈົ້າໃນຂັ້ນ
ຕໍ່ໄປກໍ່ແມ່ນອີງໃສ່ທ່າແຮງຂອງຄາສເບີກ,ແລະປະສານສົມທົບກັບທ່າແຮງຂອງ
ທ້ອງຖີ່ນ,ສ້າງວິສາຫະກິດໃຫ້ໃຫຍ່ຂຶ້ນແລະເຂັ້ມແຂງຂຶ້ນ.

ບໍລິສັດຈົ່ງຕ້າ Ima ທີ່ຕັ້ງຢູ່ກິ່ງແຂວງຕ້າຫລີແຂວງຢຸນນານແມ່ນວິສາຫະກິດຈີນ
ກັບຕ່າງປະເທດຮ່ວມທຶນກັນ,ຝ່າຍລົງທຶນມີກຸ່ມ Imaທີ່ຜະລິດເຄື່ອງຫອມທີ່ມີຊື່
ສຽງຂອງຝຣັ່ງແລະກຸ່ມຈົ່ງຕ້າແຂວງເຈິຈ່ຽງຂອງຈີນ.ວຽກງານຂອງກຸ່ມຈົ່ງຕ້າIma ລວມທັງເຫັດປ່າແລະຜະລິດຕະພັນປຸງແຕ່ງຜັກຢ່າງລະອຽດຈຳນວນໜ້ອຍຊະນິດ
ຕ່າງໆ,ຕົ້ນຕໍແມ່ນສົ່ງຂາຍໃຫ້ຝຣັ່ງ ອີຕາລີແລະອາເມລິກາ.ທ່ານວາງຈ້ຽນ ຜູ່ອຳ
ນວຍການໃຫຍ່ຂອງກຸ່ມຈົ່ງຕ້າ Imaເວົ້າວ່າ,ເມື່ອ 12 ປີກ່ອນ,ກຸ່ມ Imaເລີ່ມຈັດຊື້
ເຫັດປ່າຢູ່ຈີນ,ເມື່ອສາມປີກ່ອນໄດ້ລົງທຶນຕັ້ງໂຮງງານຫລັງທຳອິດຢູ່ຕ້າຫລີແຂວງ
ຢຸນນານ.ທ່ານເວົ້າວ່າ,Imaເລືອກມາປັກຫລັກຢູ່ຕ້າຫລີໃນທີ່ສຸດ,ຕົ້ນຕໍແມ່ນເຫັນຕ້າ
ຫລີມີທ່າແຮງດ້ານຊັບພະຍາກອນ.ທ່ານເວົ້າວ່າ,Ima ເລືອກເອົາແຫ່ງນີ້, ດ້ານໜີ່ງ
ແມ່ນຍ້ອນວ່າ ບ່ອນມີເຫັດປ່າຫລາຍກວ່າໝູ່ຂອງຈີນແມ່ນຢູ່ແຂວງຢຸນນານ.ດ້ານ
ໜຶ່ງອີກ,ເວົ້າໃນດ້ານປະຫວັດສາດແລ້ວ,ຕ້າຫລີ ເມືອງສຳຄັນຢູ່ພາກຕາເວັນຕົກ
ແຂວງຢນຸນານກໍ່ແມ່ນສູນການຄ້າແຫ່ງໜຶ່ງ,ແຫ່ງນີ້ມີທາງຄົມມະນາຄົມເນັ່ງໄປສູ່
ທຸກທິດສະ,ໄປຫາຄຸນມິງ ເທດສະບານແຂວງຢຸນນານກໍ່ອ່າວໃກ້,ມີຍົນ ມີທາງລົດ
ໄຟ ມີໂອໂຕລຸດ,ໄປທາງອື່ນເຊັ່ນເຂດຊາຍແດນຈີນມຽນມາ,ການຄົມມະນາຄົມກໍ່
ສະດວກທີ່ສຸດ.

ທ່ານວາງເວົ້າວ່າ,ນັບມາຮອດປະຈຸບັນ,ບໍລິສັດຂອງພວກເຂົາເຈົ້າໄດ້ສົ່ງປ່າເຫັດ
ປ່າອອກຂາຍນອກລື່ນກາຍ 1500 ໂຕນແລ້ວ,ໄດ້ສ້າງເງິນຕາຕ່າງປະເທດ 6-7
ລ້ານໂດລາສະຫະລັດ,ສິ່ງທີ່ທ່ານຮູ້ສຶກຍິ່ງມີຄວາມໝາຍນັ້ນແມ່ນ,ພວກເຂົາເຈົ້າ
ຮັບຊື້ເຫັດປ່າຈາກຊາວກະສິກອນ,ກໍ່ໄດ້ໄຂຊ່ອງທາງໃຫ້ຊາວກະສິກອນມີລາຍໄດ້
ເພີ່ມຂຶ້ນ.

ນັກຂ່າວໄດ້ຮູ້ວ່າ,ຄຽງຄູ່ກັບການພັດທະນາເສດຖະກິດແລະການປົວແປງສະພາບ
ແວດລ້ອມການລົງທຶນໃຫ້ດີຂຶ້ນຂອງແຂວງຢຸນນານ,ປະຈຸບັນ,ວິສາຫະກິດທຶນຕ່າງ
ປະເທດທີ່ມາລົງທຶນຢູ່ແຫ່ງນີ້ກໍ່ນັບມື້ນັບຫລາຍຂຶ້ນ,ຕາມສະຖິຕິ,ນັບມາຮອດທ້າຍ
ປີກາຍ,ວິສາຫະກິດທຶນຕ່າງປະເທດທີ່ລົງທຶນຢູ່ແຂວງຢຸນນານໄດ້ລື່ນກາຍ 2400
ຫລັງ.ວິຫະກິດທຶນຕ່າງປະເທດເຫົ່ຼານີ້ໄປລົງທຶນຢູ່ຢຸນນານ,ບໍ່ພຽງແຕ່ໄດ້ຊຸກຍູ້ການ
ພັດທະນາເສດຖະກິດຢູ່ແຫ່ງນີ້ເທົ່ານັ້ນ,ຫາກຍັງໄດ້ຮັບຄ່າຕອບແທນທີ່ອຸດົມສົມບູນ
ອີກດ້ວຍ.