ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-25 12:24:46    
ຜູ້​ແທນ​ຈີນ​ບັນ​ລະ​ຍາຍ​ຫຼັກ​ໝັ້ນ​ຫຼັກ​ການ​ຂອງ​ຈີນ​ໃນ​ບັນ​ຫາ​ນິວ​ເຄຼຍ​ຂອງ​ອີ​ຣານ

cri Author: zhangshuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ24​ພະຈິກ,​ໃນ​ກອງ​ປະຊຸມ​ສະພາ​ມົນຕີ​ອົງການ​ພະລັງ​ປະ​ລະ​ມາ​ນູ​ສາ​ກົນ,​ທ່ານ​ອູ​ໄຫ​ລົງ ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະຈຳ​ສຳນັກ​ງານ​ສະ​ຫະ​ປະ​ຊາ​ຊາດ​ທີ່​ກຸງ​ວຽນ​ແລະ​ອົງ​ການ​ສາ​ກົນ​ອື່ນໆ​​ໄດ້​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ,​ບັນ​ລະ​ຍາຍ​ຫຼັກ​ໝັ້ນ​ຫຼັກ​ການ​ຂອງ​ຈີນ​ໃນ​ບັນ​ຫາ​ນິວ​ເຄຼຍ​ຂອງ​ອີ​ຣານ.

ທ່ານ​ອູ​ໄຫ​ລົງ​ເວົ້າວ່າ,ຈີນ​ມີ​ເຈດ​ຈຳນົງ​ຕະຫຼອດມາ​ໃຫ້ແກ້​ໄຂ​ບັນຫາ​ນິວ​ເຄຼຍຂອງ​ອີ ຣານ​ຢ່າງ​ເໝາະ​ສົມ​ໂດຍ​ພາຍ​ໃນ​ຂອບ​ອົງການ​ພະລັງ​ປະລະມານູ​ສາກົນ,ສະ​ໜັບ​ສະ​ໜູນ​ສະ​ຫະ​ພາບ​​ເອີ​ລົບ​ກັບ​ອີຣານສະ​ແຫວ​ງຫາ​ແຜນການ​ແກ້​ໄຂ​​ໄລຍະ​ຍາວ​ນານ​ໂດຍ​ຜ່ານ​ຈາກ​ການ​ສົນທະນາ​​ແລະ​ການເຈລະຈາກັນ.​ເຖິງ​ວ່າການ​ເຈ​ລະ​ຈາ​​​ໃນ​ສະ​ເພາະ​ໜ້າ​ນີ້​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງຍາກ​ບາງ​ຢ່າງກໍ​ຕາມ,​ແຕ່​ບໍ່​ຄວນ​ປະລະ​ທິດ​ທາງ​ຫຼັກ​ທີ່​ແກ້ໄຂ​ຄວາມ​ເຫັນ​ຂັດ​ກັນ​ໂດຍ​ຜ່ານ​ຈາກການ​ເຈລະຈາ​.ທ່ານ​ຫວັງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ສະ​ແດງ​ຄວາມ​ຄ່ອງ​ແຄ້ວ​ຍິ່ງ​ຫຼາຍກວ່າ​ເກົ່າ,​ໃຊ້​ທ່າ​ທີ​ແລະ​ການ​ເຄື່ອນ​ໄຫວ​ທີ່​ມີ​ລັກ​ສະ​ນະ​ສ້າງສັນ.

ທ່ານ​ອູ​ໄຫ​ລົງ​ກ່າວ​ວ່າ,ຝ່າຍ​ຈີນ​ຫວັງ​ໃຫ້​ອີຣານປະຕິບັດ​ຕາມມະຕິ​ທີ່​ກ່ຽວຂ້ອງ​ຂອງ​ສະ​ພາ​ມົນຕີ​ອົງ​ການ​ພະ​ລັງ​ປະລະມານູ​ສາກົນ​ຢ່າງ​ແທ້​ຈິງ,​ເພີ່ມຄວາມ​ເຂົ້າ​ໃຈ​ຂອງ​ປະ​ຊາຄົມ​ໂລກ.​ພ້ອມ​ກັນ​ນັ້ນ,ຝ່າຍ​ອື່ນໆ​ກໍ​ຄວນ​ປະຕິບັດ​ຕໍ່​ຄວາມ​ສົນ​ໃຈ​ທີ່​ສົມ​ເຫດ​ສົມຜົນ​ຂອງ​ຝ່າຍ​ອີຣານຢ່າງ​ທ່ຽງ​ທຳ​ແລະ​ພາວະ​ວິ​ໄສ.ຝ່າຍ​ຈີນ​ຍິນ​ດີ​ເສີມ​ຂະຫຍາຍ​ບົດບາດ​ທີ່​ມີ​ລັກສະນະ​ສ້າງ​ສັນ​ເພື່ອ​ບັນລຸ​ເປົ້າໝາຍ​ດັ່ງກ່າວ.