ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-25 12:48:19    
​ທ່ານ​ເຈິ່ງ​​ເຜີຍ​ອຽນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກ່າວ​ວ່າ,​ຈີນ​ຈະ​ອອກ​ແຮງ​ພັດ​ທະ​ນາ​ພາ​ລະ​ກິດ​ສາ​ທາ​ລະ​ນະ​ຂອງ​ຕົວ​ເມືອງ

cri Author: zhangshuo
ຕາມ​ຂ່າ​ວສານ​ຊິນ​ຮວາ:ວັນ​ທີ24​ພະ​ຈິກ,ຢູ່​ທີ່​ປັກ​ກິ່ງ,ທ່ານ​ເຈິ່ງ​ເຜີຍ​ອຽນ ຮອງ​ນາ​ຍົກ​ລັດ​ຖະ​ມົນຕີ​ຈີນ​ກ່າວ​ວ່າ,ຈີນ​ຈະ​ອອກ​​ແຮງ​ພັດ​ທະ​ນາ​ພາ​ລະ​ກິດ​ສາ​ທາ​ລະ​ນະ​ຂອງ​ຕົວ​ເມືອງ,​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ປະຕິ​ຮູບ​ພາ​ລະ​ກິດ​ສາ​ທາ​ລະ​ນະ​ຂອງ​ຕົວ​ເມືອງ,​ຍົກ​ຄຸນ​ນະ​ພາບ​ແລະ​ລະ​ດັບ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ໃຫ້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ວັນ​ທີ24​ພະ​ຈິກ,ທ່ານ​ເຈິ່ງ​​ເຜີຍອຽນ​ໄດ້ໄປ​ທັດສະນະ​ສຶກສາບັນຫາການ​ປະຕິ​ຮູບ​ແລະ​ການ ພັດ​ທະ​ນາ​ພາ​ລະ​ກິດ​ສາ​ທາ​ລະ​ນະ​ຂອງ​ຕົວ​ເມືອງ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ,​ແລະ​ໄດ້​ຈັດ​ງານ​ສົນ​ທະ​ນາ.​ໃນ​ງານ​ສົນ​ທະ​ນາ,​ທ່ານ​ກ່າວ​ວ່າ,​ການ​ເຮັດ​ວຽກ​ງານ​ສ້າງສາ​ແລະ​ຄຸ້ມ​ຄອງ​ພາ ລະກິດ​ສາ​ທາ​ລະ​ນະ​ຂອງ​ຕົວ​ເມືອງ​ໃຫ້​ດີ​ນັ້ນ,​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ປົວ​ແປງ​ເງື່ອນ​ໄຂ ການ​ຜະ​ລິດ​ແລະ​ການ​ດຳ​ລົງ​ຊີວິດ​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ.​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຕ້ອງ​ຮັບ ປະກັນ​ສະ​ໜອງ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ທີ່​ສະ​ດວກ ​ປະຢັດ ປອດ​ໄພ ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ແລະ​ສະ​ບາຍ​ໃຫ້​​ແກ່​ມວນ​ຊົນ,​ໂດຍ​ຜ່ານ​ຈາກ​ການ​ປະຕິ​ຮູບ.