ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-25 17:38:03    
ຄະ​ນະ​ທະ​ນາຍ​ຄວາມ​ຂອງ​ທ່ານ​ຊັດ​ດາມ​ຈະ​ຂຶ້ນ​ສານ​ຕາມ​ເວ​ລາ​ກຳ​ນົດ

cri
ຕາມ​ຂ່າວສານ​ຊີນ​ຮວາ,​ວັນ​ທີ​24​ພະຈິກ,​ຄະ​ນະ​ທະ​ນາຍ​ຄວາມ​ຂອງ​ທ່ານ​ຊັດ​ດາມ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣັກ​ທີ່​ຕັ້ງ​ສຳ​ນັກ​ງານ​ໃຫຍ່​ຢູ່​ອຳ​ມານ​ກ່າວ​ວ່າ,​ເຖິງ​ວ່າ​ຄວາມ​ປອດ​ໄພ​ຂອງ​ຕົນ​ບໍ່​ໄດ້​ຮັບ​ການ​ຮັບ​ປະ​ກັນ​ກໍ​ຕາມ,​ແຕ່​ພວກ​ເຂົາ​ເຈົ້າ​ຈະ​ບໍ່​ຂວ້ຳບາດ​ສານ​ພິ​ເສດ​ຂອງ​ອີຣັກ​ອີກ,​ຈະ​ເຂົ້າ​ຮ່ວມ​ການ​ສືບ​ສວນ​ຄັ້ງ​ທີ​2​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ​28​ພະ​ຈິກ​ຕາມ​ເວ​ລາ​ກຳນົດ.

ພາຍຫຼັງໄຂ​ສານ​ສືບ​ສວນ​ຄະດີ​ຊັດ​ດາມ​ເປັນ​ຄັ້ງ​ທຳ​ອິດ​ໃນ​ວັນ​ທີ​19​ຕຸ​ລາ​ແລ້ວ,​ສະ​ມາ​ຊິກ​ສອງ​ຄົນ​ຂອງ​ຄະ​ນະ​ທະ​ນາຍ​ຄວາມ​ຂອງ​ທ່ານ​ຊັດ​ດາມ​ໄດ້​ຖືກ​ຂ້າ​ຕາຍ.​ວັນ​ທີ​9ພະ​ຈິກ,​ທ່ານ​ດູ​ເລ​ມີ ຫົວ​ໜ້າ​ທະ​ນາຍ​ຄວາມ​ຂອງ​ຄະ​ດີ​ຊັດ​ດາມ​ໄດ້​ອອກ​ຖະ​ແຫຼງ​ການ​ປະ​ກາດ​ວ່າ,​ຍ້ອນ​ຖືກ​ຂົ່ມ​ຂູ່​ໃນ​ດ້ານ​ຄວາມ​ປອດ​ໄພ,​ທະ​ນາຍ​ຄວາມ​ທີ່​ວ່າ​ຄວາມ​ຊ່ວຍ​ທ່ານ​ຊັດ​ດາມ​ແລະ​ຈຳ​ເລີຍ​ອີກ​7ຄົນ​ໃນ​ຄະດີ​ດຽວ​ກັນ​ຈະ​ຢຸດຕິ​ການ​ສຳຜັດ​ທັງ​ໝົດ​ກັບ​ສານພິ​ເສດ​ຂອງ​ອີຣັກ.

ວັນ​ທີ23ພະຈິກ,​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ​ຜູ້​ໜຶ່ງ​ເວົ້າ​ວ່າ,​ການ​ສືບ​ສວນ​ທ່ານ​ຊັດ​ດາມ​ແລະ​ຈຳ​ເລີຍ​ອີກ​7​ຄົນ​ຄັ້ງ​ທີ2ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ​28​ພະຈິກ​ຕາມ​ເວລາ​ກຳ​ນົດ.​ເພິ່ນ​ຍັງ​ກ່າວ​ວ່າ,​ຝ່າຍ​ທີ່​ກ່ຽວ​ຂ້ອງ​ໄດ້​ໃຊ້​ມາດ​ຕະການ​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ທະ​ນາຍ​ຄວາມ​.