ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-28 21:29:41    
​​​ໂຄງ​ການ​ມໍ​ລະ​ດົກ​ໂລກ​ຕ່າງໆ ​ເຊັ່ນ​ເຂດ​ເມືອງ​ເກົ່າ​ມາ​ກາວ​ໄດ້​ຮັບ​ໃບ​ຢັ້ງ​ຢືນ

cri Author: zhangshuo
ຕາມ​ຂ່າວ​ສານ​ຊິນ​ຮວາ:ວັນ​ທີ28​ພະ​ຈິກ,​ພິ​ທີ​ມອບ​ໃບຢັ້ງຢືນ​ໃຫ້​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ ໂລກ​ຕ່າງໆ ​ເຊັ່ນ ​ເຂດ​ເມືອງ​ເກົ່າ​​ມາ​ກາວ​ແລະ​ວັງ​ກູ້​ກົ່ງ​ຂອງ​ເມືອງ​ເສິນ​ຢາງ​ເປັນ​ຕົ້ນ​ໄດ້​ຈັດ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ.

​ໃນບັນດາ​ມໍລະດົກ​ວັດທະນະທຳ​ໂລກ​ທີ່​ໄດ້​ຮັບ​ໃບ​ຢັ້ງ​ຢືນ​ເທື່ອ​ນີ້,​ເຂດເມືອງ​ເກົ່າ​ຂອງ​ມາ​ກາວ​ແມ່ນ​ຖືກ​ຮັບ​ຮອງ​ໃນ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ມໍ​ລະ​ດົກ​​ໂລກ​ຄັ້ງ​ທີ 29​ທີ່​ຈັດ​ຂຶ້ນ​ຢູ່​ອາ​ຟະ​ລິ​ກາ​ໃຕ້​ໃນ​ເດືອນ​ກໍ​ລະ​ກົດ​ປີ​2005.​ມໍ​ລະ​ດົກ​ລາຍ​ນີ້​ແມ່ນ​ເຂດ​ພິ​ເສດ​ມາ​ກາວ​ຮ້ອງ​ຂໍ​ມໍ​ລະ​ດົກ​ໂລກ​ຢ່າງ​ສຳ​ເລັດ​ຜົນ​ຄັ້ງ​ທຳ​ອິດ​ແຕ່​ຮົງ​ກົງ ມາ​ກາວ​ກັບ​ຄືນ​ປະ​ເທດ​ຊາດ​ແລ້ວ.

​ໂຄງ​ການ​ຮ້ອງ​ຂໍ​ອື່ນໆ ​ເຊັ່ນ ວັງ​ກູ້​ກົ່ງ​ຂອງ​ເມືອງ​ເສີນ​ຢາງ​ເປັນ​ຕົ້ນ​ແມ່ນ​ຖືກ​ຮັບ​ຮອງ​ໃນ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ມໍ​ລະ​ດົກ​ໂລກ​ຄັ້ງ​ທີ​28​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ຊູ່​ໂຈ່ວ​ຂອງ​ຈີນ​ໃນ​ເດືອນ​ກໍ​ລະ​ກົດ​ປີ​2004.

ປະ​ຈຸ​ບັນ​ນີ້,ຈີນ​ລວມມີ31​ໂຄງການ​ຖືກຮັບ​ຮອງ​ເປັນ​ມໍລະດົກ​ໂລກ,​ເຊິ່ງ​ພຽງ​ແຕ່​ຖັດ​ຈາກ​ອີ​ຕາ​ລີ​ແລະ​ແອສ​ປາຍ.