ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-28 21:40:29    
ທ່ານ​ເວີ່ນ​ເຈ່ຍ​ປາວ​ກ່າວ​ວ່າ,​ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັບ​ຝ່າຍ​ມົງ​ໂກ​ລີ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຂາ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ແລະ​ຕ່າງ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະ​ຫວ່າງ​ສອງ​ປະ​ເທດ

cri Author: zhangshuo


ຕາມ​ຂ່າວCRI:ວັນ​ທີ28​ພະຈິກ,ຢູ່​ທີ່​ປັກ​ກິ່ງ,​ໃນ​ເວລາ​ພົບ​ປະ​ທ່ານ​ນາມ​ບາ​ລິນ​ເອັນ​ເຮິບາ​ຢາ ປະ​ທາ​ນາ​ທິ​ບໍ​ດີ​ປະ​ເທ​ດມົງ​ໂກລີ​ທີ່​ມາ​ຢ້ຽມຢາມ,ທ່ານ​ເວີ່ນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກ່າວ​ວ່າ,​ຝ່າຍ​ຈີນ​ຍິນ​ດີ​ສືບ​ຕໍ່​ຍຶດ​ໝັ້ນ​ນະ​ໂຍບາຍ​ການ​ຕ່າງ​ປະ​ເທດ​ອ້ອມ​ຂ້າງ​ທີ່ມີ​ໄມຕີ​ຈິດ​ຕໍ່​ປະ​ເທດ​ໃກ້​ຄຽງ​ແລະ​ຖື​ປະ​ເທດ​ໃກ້​ຄຽງ​ເປັນ​ເພື່ອນ,​ພ້ອມ​ກັນ​ກັບ​ຝ່າ​ຍມົງ​ໂກ​ລີ​ຊຸກ​ຍູ້​ການ​ພົວ​ພົນ​ຄູ່​ຂາ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ແລະ​ຕ່າງ​ໄວ້​ເນື້ອ​ເຊື່ອ​​ໃຈ​​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ຮອບ​ດ້ານ.

ທ່ານ​ເວີ່ນ​​ເຈ່ຍ​ປາວ​ເວົ້າ​ວ່າ,​ທັງ​ສອງ​ຝ່າຍ​ຈີນ​ມົງ​ໂກ​ລີ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ອັນ​ບັງ​ເກີດ​ຜົນ​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ ການ​ຄ້າ ການ​ລົງ​ທຶນ​ແລະ​ການ​ຮັບ​ເໝົາ​​ໂຄງ​ການ​ເປັນ​ຕົ້ນ,​ການ​ຮ່ວມ​ມື​ມີ​ພາບ​ອະ​ນາ​ຄົດ​ອັນ​ກວ້າງ​ຂວາງ.​ທ່ານ​ຫວັງ​ໃຫ້​ສອງ​ຝ່າຍ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ພັດ​ທະ​ນາ​ພະ​ລັງ​ງານ​ແລະ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ເປັນ​ຕົ້ນ​ຢ່າງ​​ແທດ​ເໝາະ.

ທ່ານ​ນາມ​ບາ​ລິນ ​ເອັນ​ເຮິ​ບາ​ຢາ ກ່າວ​ວ່າ,ລັດຖະ​ບານ​ແລະ​ປະຊາຊົນ​ມົງ​ໂກ​ລີ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ນຳ​ຝ່າຍ​ຈີນ​ທີ່​ໄດ້​ຮ່ວມ​ມື​​ກັບ​ມົງ​ໂກ​ລີ​ໃນ​ການ​ສ້າງ​ສາ​ເສດ​ຖະ​ກິດ​ຂອງ​ມົງ​ໂກ​ລີ,​ຫວັງ​ໃຫ້​​ເພີ່ມ​ທະ​ວີ​ການ​ຄ້າ​ສອງ​ຕໍ່​ສອງ,​ຊົມ​ເຊີຍ​ຝ່າຍ​ຈີນ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ສ້າງ​ສາ​ໃນ​ດ້ານ​ຕ່າງໆ​ຂອງ​ມົງ​ໂກ​ລີ ​ເຊັ່ນ​ການ​ພັດ​ທະ​ນາ​ກະ​ສິ​ກຳ ການ​ລ້ຽງ​ສັດ ການ​ພັດ​ທະ​ນາ​ ​ໄຟ​ຟ້າ​ແລະ​​ບໍ່​ແຮ່​ເປັນ​ຕົ້ນ.