ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-28 21:47:32    
ຄະນະ​ຜູ່​ແທນ​ແມ່​ຍິງ​ຈີນ​ຢາມ​ລູກ​ກຳ​ພ້າ​ກຳ​ພອຍ​ຂອງ​ໄທ​ຍ້ອນໄພ​ຊືນາ​ມີ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ27​ພະຈິກ,ຄະນະ​ຜູ່​ແທນ​ແມ່ຍິງ​ຈີນ​ທີ່​ພວມ​ຢ້ຽມຢາມ​​ໄທ​ໄດ້​ໄປ​ຢາມ​ລູກ​ກຳພ້າ​ກຳພອຍຍ້ອນ​ໄພ​ຊືນາ​ມີ​ຢູ່​ຈັງຫວັດ​ພັງ​ງາ ພາກ​ໃຕ້​ຂອງ​ໄທ,​ແລະ​ສົ່ງ​ຄວາມ​ຮັກ​ແພງ​ແລະ​ຄວາມ​ດູ​ແລ​ໄປ​ຍັງ​ປະຊາຊົນ​ເຂດ​ປະສົບ​​ໄພ.

ຄະນະ​ຜູ່​ແທນ​ໄດ້​ຈັດ​ງານ​ຮັບຮອງ​​ເພື່ອ​ລູກ​ກຳພ້າ​ກຳພອຍ​ຍ້ອນໄພ​ຊືນາ​ມີທີ່​ມາ​ຈາກ​ສາມ​ຈັງ​ຫວັດ​ຄື​ຈັງຫວັດ​ພູ​ເກັດ,ຈັງຫວັດ​ພັງ​ງາ​ແລະ​ຈັງຫວັດ​ກະ​ບີ່​ພ້ອມ​ດ້ວຍ​ພໍ່​ລ້ຽງ​ແມ່​ລ້ຽງ​ຂອງ​ພວກ​ເຂົາ​ເຈົ້າ​ ,​ແລະ​ບໍລິຈາກ​ເງິນ​ໃຫ້​ລູກ​ກຳພ້າ​ກຳພອຍ​ແລະ​ຍັງ​ໄດ້​ຢາຍ​ເຄື່ອງຮຽນ​ແລະ​ເຄື່ອງ​ຫຼິ້ນ​ໃຫ້​ພວກ​ເດັກນ້ອຍ​ເຫຼົ່າ​ນີ້.

ເດືອນ​ທັນວາ​ປີ​ກາຍ​ນີ້,​ໄພ​ຊືນາ​ມີ​ຂອງ​ມະ​ຫາ​ສະ​ໝຸດ​ອິນ​ເດຍ​ໄດ້​​ເຮັດ​ໃຫ້6​ຈັງ​ຫວັດ​ທີ່​ຢູ່​ແຄມ​ທະ​ເລ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ໄທ ປະ​ສົບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ,​ເດັກ​ນ້ອຍ​ຫຼາຍໆ​ຄົນ​ໄດ້​ກາຍ​ເປັນ​ລູກ​ກຳພ້າ​ກຳ​ພອຍ.