ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-28 22:09:40    
ເຈົ້າ​ໜ້າ​ທີ່​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ພາ​ຂອງ​ປະ​ເທດ​ໃຫຍ່​ໃນ​ການ​ບັນ​ລຸ​ການ​ສຶກ​ສາ​ທົ່ວ​ປວງ​ຊົນ​ໃນ​ໂລກ

cri
ຕາມ​ຂ່າວcri,​ວັນທີ​28ພະ​ຈິກຢູ່​ປັກ​ກິ່ງ,​ທ່ານ​ບີ​ເດີ ສມິສ ຜູ້​ຊ່ວຍ​ຜູ້​ອຳ​ນວຍ​ການ​ໃຫຍ່​ດ້ານ​ການ​ສຶກ​ສາ​ຂອງ​ອົງ​ການ​ຢູ​ເນສ​ໂກ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ,​ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ພາ​ຂອງ​ປະ​ເທດ​ໃຫຍ່​ໃນ​ການ​ບັນ​ລຸ​ການ​ສຶກ​ສາ​ທົ່ວ​ປວງ​ຊົນ​ໃນ​ໂລກ.

ທ່ານ​ສມິສ​ແມ່ນ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ໃນ​ເວ​ລາ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຂັ້ນ​ສູງ​ການ​ສຶກ​ສາ​ທົ່ວ​ປວງ​ຊົນ​ຄັ້ງ​ທີ​5​ຂອງ​ອົງ​ການ​ຢູ​ເນສ​ໂກ​ສະ​ຫະ​ປະ​ຊາ​ຊາດ.​ທ່ານ​ກ່າວ​ວ່າ,​ຈີນ​ໄດ້​ວາງ​ຍຸດ​ທະ​ສາດ​ພັດ​ທະ​ນາ​ອັນ​ຈະ​ແຈ້ງ​ແລະ​ແຜນ​ດຳ​ເນີນ​ງານ​ອັນ​ລະ​ອຽດ​ໃນ​ດ້ານ​ການ​ບັນ​ລຸ​ການ​ສຶກ​ສາ​ທົ່ວ​ປວງ​ຊົນ.

ທ່ານ​ສມິສ​ກ່າວ​ວ່າ,​ຈີນ​ເອົາ​ການ​ຂະ​ຫຍາຍ​ການ​ສຶກ​ສາ,​ການ​ພັດ​ທະ​ນາ ເສດ​ຖະ​ກິດ​ຢ່າງ​ວ່ອງ​ໄວ​ແລະ​ສັງຄົມ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ທັງ​ສາມ​ຢ່າງ​ປະ​ສານ​ກັນ,​ເຮັດ​ແນວ​ນີ້​ທັງ​ມີ​ຜົນ​ດີ​ຕໍ່​ຜົນ​ປະ​ໂຫຍ​ດກົກ​ຮາກ​ຂອງ​ປະຊາ​ຊົນ​ຈີນ,​ທັງ​ເປັນ​ແບບ​ຢ່າງ​ໃຫ້ທົ່ວ​ໂລກ​ໃນ​ການ​ຊຸກ​ຍູ້​ການ​ສຶກ​ສາ​ທົ່ວ​ປວງ​ຊົນ.