ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-28 22:21:29    
ທ່ານ​ເວີນ​ເຈ່ຍ​ປາວ​ກ່າວ​ວ່າ, ຈີນ​ຈະ​ໃຫ້​ການ​ຊ່ອຍ​ເຫຼືອ​ດ້ານ​ການ​ສຶກ​ສາ​ແກ່​ປະ​ເທດ​ພວມ​ພັດ​ທະ​ນາ​ຫຼາຍ​ຂຶ້ນ​ຕື່ມ​ອີກ

cri


ຕາມ​ຂ່າວCRI: ວັນ​ທີ 28 ພະຈິກ, ກອງ​ປະຊຸມ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ສຶກສາທົ່ວ​ປວງ​ຄັ້ງ​ທີ5​ທີ່​ດຳ​ເນີນ​ເປັນ​ເວລາ 3 ມື້​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ. ​ໃນ​ເວ​ລາ​ກ່າວ​ຄຳ​ປາ​ໄສ​ທ່ານ​ເວີນ​​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກ່າວ​ວ່າ, ຈີນ​ຈະ​​ໃຫ້​ການ​ຊ່ອຍ​ເຫຼືອ​ດ້ານ​ການ​ສຶກສາ​​ແກ່​ປ​ະ​ເທດ​ພວມ​ພັດ​ທະ​ນາ​ຫຼາຍ​ຂຶ້ນ​ຕື່ມ​ອີກ,​ປະ​ກອບ​ສ່ວນ​ຫຼາຍ​ກວ່າ​​ເກົ່າ​ໃນ​ວຽກ​ງານ​ການ​ສຶກ​ສາ​ທົ່ວ​ປວງ​ຊົນ​​ໂລກ.

ທ່ານ​ເວີນ​ເຈ່ຍ​ປາວ​ເວົ້າ​ວ່າ, ອົງການ​ຢູ​ເນັສ​ໂກ​ສະ​ຫະ​ປະ​ຊາ​ຊາດ​ຈັດ​ເອົາ​ແຜນ​ການ​ການ​ສຶກ​ສາ​ທົ່ວ​ປວງ​ຊົນ​ເປັນ​ໂຄງ​ການ​ບູລິ​ມະ​ສິດ,​ແມ່ນ​ສອດ​ຄ່ອງ​ກັບ​ຄວາມ​ປາ​ຖະ​ໜາ​ຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ​ແລະ​ປະ​ຊາ​ຄົມ​ໂລກ. ກອງ​ປະຊຸມ​ເທື່ອ​ນີ້​ມີ​ວັດ​ຖຸ​ປະ​ສົງ​ຊຸກ​ຍູ້​ການ​ສຶກ​ສາ​ທົ່ວ​ປວງ​ຊົນ​ໃນ​ຂອບ​ເຂດ​ທົ່ວ​ໂລກ,  ​ເອົາການ​ລົບ​ລ້າງ​ຄວາມ​ຖືກ​ໜັງ​ສື​ແລະ​ການ​ສຶກ​ສາ​ຊົນ​ນະ​ບົດ​ເປັນ​ຫົວ​ຂໍ້, ​ໄດ້​ສະ​ແດງ​​ໃຫ້​ເຫັນ​ວ່າ​ປະ​ຊາ​ຄົມ​ໂລກ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ນຳ​ການ​ສຶກ​ສາ​ໃນ​ຊົນ​ນະ​ບົດ​ແລະ​ເຂດ​ດ້ອຍ​ພັດ​ທະ​ນາ.

ກອງ​ປະຊຸມ​ຂັ້ນ​ສູງກ່ຽວ​ກັບ​ການ​ສຶກ​ສາ​ທົ່ວ​ປວງ​ຊົນ​ຄັ້ງ​ທີ5​​ແມ່ນ​ຈັດ​ຂຶ້ນ​ຢູ່​ຈີນ​ພາຍ​ໃຕ້​ການ​ຊຸກ​ຍູ້​ຂອງ​ອົງ​ການ​ຢູ​ເນັສ​ໂກ​ສະ​ຫະ​ປະ​ຊາ​ຊາດ.​ ​ ​ສຸດ​ທ້າ​ຍ, ກອງ​ປະຊຸມ​ຈະ​ອອກ​"ປະ​ກາດ​ແຈ້ງ​ການ​ປັກ​ກິ່ງ"​ແລະ​"​ແຜນ​ການ​ເຄື່ອນ​ໄຫວ​ຮ່ວມ​" ອອກ​ແຮງ​ຊຸກ​ຍູ້​​ໃຫ້​ວາງ​ມາດ​ຕະ​ການ​ທີ່​ປະ​ຕິ​ບັດ​ໄດ້​ແທ້​ຈິງ​ໃນ​ດ້ານ​ພັດ​ທະ​ນາ​ການ​ສຶກ​ສາ​ທົ່ວ​ປວງ​ຊົນ.