ທ່ານຈຽວບົວແມ່ນຊ່າງຖ່າຍຮູບທີ່ມີຊື່ສຽງຂອງຈີນ,30ປີທີ່ຜ່ານມານີ້,ທ່ານໄດ້ຖ່າຍຮູບໃຫ້ພໍ່ແມ່ຂອງຕົນນັບເປັນຫມື່ນແຜ່ນທ່ານ,ໄດ້ບັນທຶກເລື່ອງລາວຕ່າງໆດ້ານຊີວິດການເປັນຢູ່ຂອງຜູ້ເຖົ້າສອງຄົນນີ້,ຜົນງານຮູບຖ່າຍແລະຟິມເອກະສານຂອງທ່ານທີ່ມີຫົວຂໍ້ວ່າພໍ່ແມ່ຂອງຂ້ອຍໄດ້ພາໃຫ້ສັງຄົມສັ່ນສະເທືອນ,ຖືກສື່ມວນຊົນວິຈານວ່າ"ສະເທືອນປັກກິ່ງ,ສະເທືອນຈີນ".ໃນລາຍການວັດທະນະທຳຈີນມື້ນີ້,ພວກເຮົາຈະແນະນຳຊ່າງຖ່າຍຮູບຈຽວບົວແລະພໍ່ແມ່ຂອງທ່ານ.
ປະມວນຮູບຖ່າຍທີ່ຊື່ວ່າ"ພໍ່ແມ່ຂອງຂ້ອຍທີ່ຈຽວບົວພິມຈຳຫນ່າຍໃນປີນີ້ໄດ້ຄັດເລືອກຮູບຖ່າຍ120ແຜ່ນ,ປະກອບຕົວຫນັງສືທີ່ງ່າຍດາຍ,ບັນທຶກພາບຊີວິດຂອງພໍ່ແມ່ທ່ານຈຽວບົວ ຜົວເມຍຊາວກະສິກອນໃນ30ປີມານີ້;ຄື:ພໍ່ແມ່ເຮັດວຽກໃນນາ,ແມ່ເກົາຫລັງໃຫ້ພໍ່,ພໍ່ຕັດເລັບຕີນໃຫ້ແມ່,ແມ່ຈູງຫລານນ້ອຍຮຽນຍ່າງ,ປ້ອນເຂົ້າໃຫ້ຫລານນ້ອຍແລະອື່ນໆ,30ປີຜ່ານໄປແລ້ວ,ຮອຍຫຍູ່ໃນໃບຫນ້າຂອງພໍ່ແມ່ນັບມື້ນັບຫລາຍ,ຜົມຫງອກຫມົດ,ຮ່າງຄີງຂອງພໍ່ແມ່ກໍ່ກົ່ງລົງ,ຫລານນ້ອຍທີ່ຮຽນຍ່າງຢ່າງໂກ່ງໂກະໂກ່ງໂກ້ຍໄດ້ສອບເຂົ້າຮຽນປະລິນຍາໂທ……ຊີວີດການເປັນຢູ່ຂອງຜົວເມຍເຖົ້າແກ່ຄູ່ຫນຶ່ງ,ຄວາມເປັນຫວ່ງເປັນໃຍເຊິ່ງກັນແລະກັນຢ່າງຈິງໃຈລະຫວ່າງລູກເຕົ້າກັບພໍ່ແມ່,ໄດ້ກະຕຸ້ນໃຈຫມົດທຸກຄົນ.
ປະມວນຮູບຖ່າຍສະບັບນີ້ເປັນການສືບຕໍ່ງານວາງສະແດງຮູບຖ່າຍ "ພໍ່ແມ່ຂອງຂ້ອຍ"ໃນປີ1998,ງານວາງສະແດງຄັ້ງນີ້ໄດ້ວາງສະແດງຢູ່10ກວ່າແຂວງແລະມະຫາວິທະຍາໄລ1000ກວ່າແຫ່ງຂອງຈີນ,ຈຳນວນຜູ້ຊົມມີລ້ານກວ່າຄົນ.ມີຜູ້ຊົມຫລາຍໆຄົນຈົນນ້ຳຕາ,ໄຫລອາບແກ້ມຫລາຍໆຄົນເມື່ອຊົມງານວາງສະແດງແລ້ວ,ຟ້າວປະວຽກປະງານ,ຂ້ຽວເດີນທາງເມືອບ້ານເກີດເມືອງນອນຢາມພໍ່ແມ່.ຊາວຫນຸ່ມໄດ້ລິເລີ່ມ"ມີຄວາມກະຕັນຍູຕໍ່ພໍ່ແມ່ຂອງເຮົາ." ເມື່ອເວົ້າເຖິງ ປະມວນຮູບຖ່າຍຊຸດນີ້,ທ່ານຈຽວບົວເວົ້າວ່າ:
"ຊີວິດການເປັນຢູ່ປະເພດນີ້ຂອງພວກເພິ່ນ,ສາມາດເວົ້າໄດ້ວ່າ,ໄດ້ຕາງຫນ້າຊີວິດການເປັນຢູ່ຂອງຄົນທຳມະດາສາມັນຄືພວກເພີ່ນເປັນຫມື່ນໆຄົນ.ຜູ້ຊົມທັງຫລາຍເວົ້າວ່າ,ໄດ້ກະຕຸ້ນໃຈຂອງພວກເຂົາເຈົ້າ,ເວົ້າວ່າຂ້ອຍໄດ້ເຮັດເລື່ອງທີ່ລູກເຕົ້າຫລາຍໆຄົນຢາກເຮັດແຕ່ບໍ່ໄດ້ເຮັດ."
ທ່ານຈຽວບົວທີ່ມີອາຍຸເກືອບ50ປີເກີດຢູ່ບ້ານພູດອຍນ້ອຍໆແຫ່ງຫນຶ່ງຂອງເມືອງຈີບົວແຂວງຊານຕຸ້ງ ທີ່ຢູ່ພາກຕາເວັນອອກຂອງຈີນ,ແຫ່ງນີ້ສອກຫລີກ,ທຸກຍາກແລະຫລ້າຫລັງ,ໃນຄາວຍັງນ້ອຍ,ພໍ່ໄດ້ຮຽນຫນັງສືພຽງ4ປີເທົ່ານັ້ນ.ທ່ານຈຽວບົວແມ່ນລູກຊາຍຫລ້າ,ແມ່ນຄວາມຫວັງພຽງຫນຶ່ງດຽວຂອງພໍ່.ໃນຕອນອາຍຸ15ປີ,ທ່ານຈຽວບົວສອບຜ່ານ,ໃນການຮັບສະຫມັກເປັນຄູສອນພໍ່ຮູ້ສຶກຕື້ນຕັນໃຈຫລາຍ,ໄດ້ຂາຍໄມ້ທ່ອນຊັ້ນດີທີ່ສຸດທີ່ສະສົມມາຫລາຍປີ,ໄດ້ເງິນ300ຢວນຊຶ້ລົດຖີບ,ໂມງແຂນແລະເສື້ອນວມໃຫ້ທ່ານຈຽວບົວ,ໃນເວລານັ້ນ,ລາຍໄດ້ຕໍ່ເດືອນຂອງພໍ່ຍັງບໍ່ຮອດ3ຢວນ. ຄວາມຮັກຂອງພໍ່ແມ່ທີ່ມີຣຕໍ່ຕົນເອງ,ທ່ານຈຽວບົວໄດ້ຊາບຊືມຢ່າງເລິກເຊິ່ງ.ປີ1974,ທ່ານຈຽວບົວໄດ້ຢືມກ້ອງຖ່າຍຮູບເກົ່າເຄື່ອງຫນຶ່ງເມືອຢາມບ້ານ,ໄດ້ຖ່າຍຮູບແຜ່ນທຳອິດໃນຊີວິດຂອງພໍ່ແມ່.ຖ່າຍຮູບເທື່ອທຳອິດ,ພວກເພິ່ນທັງລະມັດລະວັງທັງຕື່ນເຕັ້ນ.
ຫລັງຈາກນັ້ນ,ຖ້າຈຽວບົວມີໂອກາດເມືອຢາມບ້ານ,ກໍ່ຖ່າຍຮູບຈັກແຜ່ນສອງແຜ່ນໃຫ້ພໍ່ແມ່.ປີ1983,ຈຽວບົວສອບເຂົ້າສະຖາບັນການສຶກສາເມືອງຈີບົວ,ຫລັງຈາກຮຽນຈົບແລ້ວ,ຜ່ານຈາກຄວາມພະຍາຍາມ,ເພິ່ນໄດ້ເປັນນັກຂ່າວຖ່າຍຮູບຂອງສຳນັກງານຫນັງສືພິມແຫ່ງຫນຶ່ງຢ່າງສົມຫວັງ.ໃນຂະບວນການດັ່ງກ່າວນີ້,ເພິ່ນບໍ່ເຄີຍເຊົາດຖ່າຍຮູບໃຫ້ພໍ່ແມ່ຈັກເທື່ອ.ເພິ່ນເວົ້າວ່າ:
"ຕັ້ງແຕ່ຍາມນ້ອຍ,ຂ້ອຍກໍ່ຮັກພໍ່ແມ່ທີ່ສຸດ,ຢ້ານວ່າພວກເພີ່ນຈະຈາກໄປ,ເຮັດແນວໃດຈິ່ງເຮັດໃຫ້ພໍ່ແມ່ຢູ່ນຳເຮົາຕະຫລອດໄປໄດ້?ຂ້ອຍຮູ້ສຶກວ່າມີແຕ່ແມ່ນກ້ອງຖ່າຍຮູບເທົ່ານັ້ນ.ໃຊ້ກ້ອງຖ່າຍຮູບຖ່າຍເອົາຄວາມດີໃຈແລະຄວາມເສົ້າໃຈຂອງພວກເພິ່ນໄວ້,ຖ່າຍເອົາໄບຫນ້າແລະຮ່າງກາຍທີ່ນັບມື້ນັບແກ່ລົງຂອງພວກເພິ່ນໄວ້."
ປີ1998,ຜົນງານຂອງທ່ານຈຽວບົວໄດ້ຮັບ"ລາງວັນອຸທິດຂອງມະນຸດ" ເຊິ່ງເປັນລາງວັນສູງສຸດຂອງການແຂ່ງຂັນຖ່າຍຮູບຮີດຄອງປະເພນີພື້ນເມືອງສາກົນ,ທ່ານໄດ້ເອົາເງິນລາງວັນທີ່ໄດ້ຮັບ,ໃນວັນເກີດຄົບຮອບ86ປີຂອງແມ່,ຈັດງານວາງສະແດງ "ພໍ່ແມ່ຂອງຂ້ອຍ"ຢູ່ຫໍວິຈິດຕະກຳຈີນເຊິ່ງຫໍສິນລະປະສູງສຸດຂອງຈີນ.ເພິ່ນໄດ້ເປ້ແມ່ທີ່ເຈັບຫນັກມາຮອດຫໍວິຈິດຕະກຳ,ພໍ່ແມ່ຊາວກະສິກອນທີ່ຊື່ສັດຄູ່ນີ້ໄດ້ຮັບກຽດທີ່ບໍ່ເຄີຍມີ,ພວກເພີ່ນໄດ້ເອົາມີດຕັດເກົ່າທີ່ໃຊ້ມາຫລາຍສິບປີຈາກບ້ານເກີດໂດຍຈຳເພາະເພື່ອຕັດແຖບຜ້າໃນງານວາງສະແດງຮູບຖ່າຍຂອງທ່ານຈຽວບົວ.
ປີ2000,ທ່ານຈຽວບົວເລີ່ມໃຊ້ເຄື່ອງວິດີໂອດີຈີຕອນແລະກ້ອງຖ່າຍຮູບດີຈິຕອນຖ່າຍເອົາພໍ່ແມ່ນພ້ອມກັນ.ຈົນຮອດພໍ່ແມ່ເຖິງແກ່ກຳຕາມໆກັນ,ທ່ານຈຽວບົວໄດ້ຖ່າຍຮູບ12000ກວ່າແຜ່ນແລະວິດີ600ກວ່າຊົ່ວໂມງ.ມີຜູ້ຊ່ຽວຊານວິຈານວ່າ:"ທ່ານຈຽວບົວບໍ່ພຽງແຕ່ໄດ້ຈົ່ງພໍ່ແມ່ໄວ້ເທົ່ານັ້ນ,ຍັງໄດ້ຈົ່ງພາບຫຍໍ້ແຫ່ງຍຸກສະໄຫມແລະເນື້ອໃນຂອງປະຫວັດສາດໄວ້ອີກດ້ວຍ."
|