|
 |
(GMT+08:00)
2005-11-29 20:42:10
|
ຝ່າຍຈີນທວງໃຫ້ມາເລເຊຍລົງໂທດຜູ້ກໍ່ເຫດໃນເຫດການພົນລະເມືອງຈີນຖືກຢຽດຫຍາມຢ່າງເຂັ້ມງວດ
cri
Author: da
ຕາມຂ່າວCRI: ວັນທີ 29 ພະຈິກ ຢູ່ປັກກິ່ງ ທ່ານລິວຈ້ຽນຊ່າວ ໂຄສົກກະຊວງການຕ່າງປະເທດຈີນເວົ້າວ່າ,ຝ່າຍຈີນເອົາໃຈໃສ່ຢ່າງໜັກໜ່ວງຕໍ່ເຫດການພົນລະເມືອງຈີນຖືກຢຽດຫຍາມຫຼາຍເທື່ອຢູ່ມາເລເຊຍໃນຫວ່າງມໍ່ໆນີ້,ໄດ້ຕໍ່ວ່າຕໍ່ຂານຢ່າງເຄັ່ງຂືມຕໍ່ຝ່າຍມາເລເຊຍຫຼາຍຄັ້ງ,ທວງໃຫ້ຝ່າຍມາເລເຊຍລົງໂທດຜູ້ກໍ່ເຫດການຢ່າງເຂັ້ມງວດ.
ໃນເວລາຕອບຄຳຖາມຂອງນັກຂ່າວໃນງານຊຸມນຸມນັກຂ່າວທີ່ຈັດຂຶ້ນໃນມື້ດຽວກັນ ທ່ານລິວຈ້ຽນຊ່າວເວົ້າວ່າ,ຝ່າຍຈີນໄດ້ຮູ້ວ່າ ເຈົ້າໜ້າທີ່ຊັ້ນສູງຂອງລັດຖະບານມາເລເຊຍໄດ້ກ່າວວ່າຈະສຳຫຼວດເຫດການຢ່າງຈິງຈັງ,ຝ່າຍຈີນຈະສືບຕໍ່ເຕືອນໃຫ້ຝ່າຍມາເລເຊຍສຳຫຼວດແລະຊຳລະແກ້ໄຂຄະດີເຫຼົ່ານີ້ຢ່າງເຂັ້ມງວດແລະທ່ຽງທຳ,ລົງໂທດຜູ້ກໍ່ເຫດການຕາມກົດໝາຍ,ປ້ອງກັນບໍ່ໃຫ້ເກີດເຫດການທີ່ຄືກັນອີກ.
|
|
|