ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-29 20:42:48    
ອາ​ຊຽນ​ຮຽກ​ຮ້ອງ​ໃຫ້​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໂຈມ​ຕີ​ການ​ຕ້ອງ​ໂທດ​ຂ້າມ​ຊາດ

cri
ຕາມ​ຂ່າວສານ​ຊິນ​ຮວາ,ກອງ​ປະຊຸມ​ລະດັບ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ​ການ​ໂຈມ​ຕີ​ການ​ຕ້ອງ​ໂທດ​ຂ້າມ​ຊາດ​ຂອງ​ອາ​ຊຽນຄັ້ງ​ທີ5​ໄດ້​ໄຂ​ຂຶ້ນຢູ່​ຮາ​ໂນ​ຍ ນະ​ຄອນ​ຫຼວງ​ຫວຽດ​ນາມ​ໃນ​ວັນ​ທີ​29​ພະ​ຈິກ.​ຜູ່​ແທນ​200​ກວ່າ​ຄົນ​ທີ່​ມາ​ຈາກ​ບັນດາ​ປະ​ເທດ​ອາ​ຊຽນ​,ຈີນ,​ຍີ່​ປຸ່ນ​ແລະ​ສ.​ເກົາ​ຫຼີ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ,​ພ້ອມ​ກັນຫາ​ລື​ນະ​ໂຍບາຍ​ໂຈມ​ຕີ​ການ​ທ້ອງ​ໂທດ​ຂ້າມ​ຊາດ.

ໃນ​ເວລາ​ກ່າວ​ໄຂ​ກອງ​ປະຊຸມ,ທ່ານ​ອູ​ກວນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ກ່າ​ວວ່າ,​ການ​ໂຈມ​ຕີ​ການ​ຕ້ອງ​ໂທດ​ຂ້າມ​ຊາ​ດທວງ​ໃຫ້​ບັນ​ດາ​ປະ​ເທດ​ອາ​ຊຽນ​ເພີ່ມ​ທະວີ​ການ​ຊົມ​ໃຊ້​ແລະ​ແລກ​ປ່ຽນ​ຂ່າວ​ກອງ,​ແລະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ດ້ານ​ການ​ຄາດ​ຄະ​ເນ​ການ​ຕ້ອງ​ໂທດ,​ອົບ​ຮົມ​ຊັບ​ພະ​ຍາ​ກອນ​ມະນຸດ,​ແລກປ່ຽນ​ບົດຮຽນ​ແລະ​ດ້ານ​ຕຸ​ລາ​ການ​ເປັນ​ຕົ້ນ.​ທ່ານ​ອູ​ກວນ​ກ່າວ​ວ່າ,​ນອກ​ຈາກ​ບັນ​ດາ​ປະ​ເທດ​ອາ​ຊຽນ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ແລ້ວ,​ອາ​ຊຽນ​ຍັງ​ຄວນ​ຮັບ​ຮູ້​ຢ່າງ​ເຕັມ​ສ່ວນ​ຕໍ່​ຄວາມ​ສຳ​ຄັນ​ຂອງ​ການ​ຮ່ວມ​ມື​ກັບ​ສາມ​ປະ​ເທດ​ຄູ່​ເຈ​ລະ​ຈາ​ຄື​ຈີນ,​ຍີ່​ປຸ່ນ​ແລະ​ສ.​ເກົາ​ຫຼີ,​ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ​ແຫ່ງ​ນີ້.

ກອງ​ປະຊຸມ​ເທື່ອ​ນີ້​ຈະດຳ​ເນີນ​ເປັນ​ເວລາ​ໜຶ່ງ​ອາທິດ,ຫົວ​ຂໍ້​ແມ່ນ​ສ້າງ​ສາ​ອາ​ຊຽນ​ທີ່​ໝັ້ນ​ຄົງ,​ສາ​ມັກ​ຄີ​ແລະພັດທະນາ.