ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-29 21:21:58    
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ຈີນ​ບໍ່​ໄດ້​ຄອບ​ງຳ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຢວນ​ຈີນ

cri Author: zhangshuo
ຕາມ​ຂ່າວCRI:ວັນ​ທີ29​ພະຈິກ,ຢູ່​ທີ່​ປັກ​ກິ່ງ,​ທ່ານລິວ​ຈ້ຽນຊ່າວ ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ຈີນ​ບໍ່​ມີ​ນະ​ໂຍ​ບາຍ​ທີ່​ຄອບ​ງຳ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຢວນ​ຈີນ.

ວັນ​ທີ28​ພະຈິກ,ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ​ໄດ້​ຍື່ນ​ບົດ​ລາຍ​ງານ​ໃຫ້​ລັດ​ຖະ​ສະ​ພາ,​ໂດຍ​ໄດ້​ຮັບ​ຮອງ​ຢ່າງ​ຄັກ​ແນ່​ອີກ​ເທື່ອ​ໜຶ່ງ​ວ່າ,​ລັດ​ຖະ​ບານ​ຈີນ​ບໍ່​ໄດ້​ຄອບ​ງຳ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຢວນ​ຈີນ​.

​ໃນ​ເວລາ​ຕອບ​ຄຳ​ຖາ​ມທີ່​ກ່ຽວຂ້ອງ​ຂອງ​ນັກ​ຂ່າວ​ໃນ​ງານ​ຊຸມ​ນຸມ​ນັກ​ຂ່າວ​ປະ​ຈຳ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ​29​ພະ​ຈິກ,​ທ່ານ​ລິວ​ຈ້ຽນ​ຊ່າວ​​ເວົ້າ​ວ່າ,​ໃນ​ບັນ​ຫາ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຢວນ​ຈີນ,​ຈີນ​ແມ່ນ​ວາງ​ນະ​ໂຍ​ບາຍ​ອັດ​ຕາ​ແລກ​ປ່ຽນ​ແລະ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ອັດ​ຕາ​ແລກ​ປ່ຽນ​ໂດຍ​ອີງ​ຕາມ​ສະ​ພາບ​ຕົວ​ຈິງ​ຂອງ​ປະ​ເທດ​ຕົນ​ແລະ​ຢູ່​ບົນ​ຫຼັກ​ການ​ທີ່​ມີ​ຜົນ​ດີ​ຕໍ່​ປະ​ເທດ​ຕົນ​ແລະ​ຕໍ່​​ໂລກ.