ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-29 22:03:46    
ຈີນ​ລັດ​ເຊຍ​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເພື່ອ​ຫຼຸດ​ຜົນ​ຮ້າຍ​ທີ່​ເນື່ອງ​ຈາກ​ເຫດ​ການ​ແມ່​ນ້ຳ​ຊົ່ງ​ຮວ່າ​ຖືກ​ເຊື່ອມ​ພິດ​ໃຫ້​ຫຼາຍ​ເທົ່າ​ທີ່​ຈະ​ຫຼາຍ​ໄດ້

cri
ຕາມ​ຂ່າວcri,​ວັນ​ທີ​29​ພະ​ຈິກ​ຢູ່​ປັກ​ກິ່ງ,​ທ່ານ​ລິວ​ຈ້ຽນ​ຊ່າວ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ລັດ​ຖະ​ບານ​ທັງ​ສອງ​ປະ​ເທດ​ຈີນ​ລັດ​ເຊຍ​ເອົາ​ໃຈ​ໃສ່​ນຳ​ເຫດ​ການ​ແມ່​ນ້ຳ​ຊົ່ງ​ຮວ່າ​ຖືກ​ເສື່ອມ​ພິດ​ໃນ​ລະ​ດັບ​ສູງ,​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມືເ​ພື່ອ​ຫຼຸດ​ຜົນ​ຮ້າຍ​ທີ່​ເນື່ອງ​ຈາກ​ມົນ​ລະ​ພິດ​ໃຫ້​ຫຼາຍ​ເທົ່າ​ທີ່​ຈະ​ຫຼາຍ​ໄດ້.

ທ່ານ​ລີວຈ້ຽນຊ່າວ​ແມ່ນ​ກ່າວ​ຄຳ​ເວົ້າ​ດັ່ງ​ກ່າວ​ໃນ​ເວ​ລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ໃນ​ງານ​ຊຸມ​ນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ.​ທ່ານ​ກ່າວ​ວ່າ,​ລັດ​ຖະ​ບານ​ທັງ​ສອງ​ປະ​ເທດ​ຈີນ​ລັດ​ເຊຍ​ລ້ວນ​ແຕ່​ບໍ່​ຫວັງ​ໃຫ້​ເຫດ​ການ​ແມ່​ນ້ຳ​ຊົ່ງ​ຮວ່າ​ຖືກ​ເຊື່ອມ​ພິດ​ນັ້ນ​ສ້າງ​ຜົນ​ເສຍ​ຫາຍ​ຕໍ່​ການ​ພົວ​ພັນ​ສອງ​ປະ​ເທດ.​ພາຍ​ຫຼັງ​ເຫດ​ການ​ແມ່ນ​ນ້ຳ​ຊົ່ງ​ຮວ່ມ​ຖືກ​ເຊື່ອມ​ພິດ​ແລ້ວ,​ຝ່າຍ​ຈີນ​ໄດ້​ໃຊ້​ມາດ​ຕະ​ການ​ປົວ​ແປງ​ມົນ​ລະ​ພິດ​ໂດຍ​ຕະ​ຫຼອດ,​ແລະ​ນັບ​ແຕ່​ວັນ​ທີ​24​ພະ​ຈິກ​ເປັນ​ຕົ້ນ​ມາ,​ເລີ່ມ​ລາຍ​ງານ​ສະ​ພາບ​ຕິດ​ຕາມ​ກວດ​ກາ​ເຂດ​ເຊື່ອມ​ພິດ​ໃຫ້​ຝ່າຍ​ລັດ​ເຊຍ​ຊາບ​ທຸກໆ​ມື້​ເປັນ​ປະ​ຈຳ.

ນອກ​ນີ້,​ຕາມ​ລາຍ​ງານ​ວ່າ,​ຝ່າຍ​ຈີນ​ໄດ້​ມອບ​ເຄື່ອງ​ຕິດ​ຕາມ​ກວດ​ກາ​ສານ​ມົນ​ລະ​ພິດ​ປະ​ເພດ​ແບນ​ແຊນ​ຢ່າງ​ໄວ​ຊຸດ​ໜຶ່ງ​ໃຫ້​ລັດ​ເຊຍ,​ພາກ​ສ່ວນ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຂອງ​ຈີນ​ຈະ​ສົ່ງ​ພະ​ນັກ​ງານ​ໄປ​ລັດ​ເຊຍ​ຊ່ວຍ​ຕິດ​ຕັ້ງ​ເຄື່ອງ​ດັ່ງ​ກ່າວ,​ແລະ​ອົບ​ຮົມ​ພະ​ນັກ​ງານ​ຂອງ​ລັດ​ເຊຍ.