ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-29 22:08:51    
ຈີນ​ຍິນ​ດີ​ພ້ອມ​​ກັບ​ມົງ​ໂກ​ລີ​ຍົກ​ການ​ພົວ​ພັນ​ຄູ່​ຂາ​ຖານ​ບ້ານ​ໃກ້​​ເຮືອນ​ຄຽງ​ແລະ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ຈີນ​​ມົງ​ໂກ​ລີ​ຂຶ້ນ​ສູ່​ລະ​ດັບ​ໃໝ່

cri Author: zhangshuo


ທ່ານອູປາງກົວະພົບປະທ່ານນາມບາລີນ ເອັນເຮິບາຢາ

ຕາມ​ຂ່າວCRI:ວັນ​ທີ29​ພະຈິກ,ຢູ່​ທີ່ປັກ​ກິ່ງ,ທ່ານ​ອູ​ປາງ​ກົວະ ປະ​ທານ​ຄະ​ນະ​ປະ​ຈຳ​ສະ​ພາ ປະ​ຊາ​ຊົນ​​ແຫ່ງ​ຊາດ​ຈີນ​ແລະ​ທ່ານ​ເຈຍ​ຊີ້ງ​ລີນ ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ຕ່າງ​ໄດ້​ພົບ​ປະ​ທ່ານ​ນາມ​ບາ​ລີນ ​ເອັນ​​ເຮິ​ບາ​ຢາ ປະ​ທາ​ນາ​ທິ​ບໍ​ດີ​ມົງ​ໂກ​ລີ​ທີ່​ມາ​ຢ້ຽມ​ຢາມ. ຜູ້​ນຳ​ຈີນ​ກ່າວ​ວ່າ,ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັບ​ຝ່າຍ​ມົງ​ໂກ​ລີ,​ເປີດ​ກວ້າງ​ການ​ສົນ​ທະ​ນາ​ແລະ​ການ​ຮ່ວມ​ມື​ກັນ​ໃນ​ບັນ​ດາ​ຂົງ​ເຂດ​ລະ​ຫວ່າງ​ສອງ​ປະ​ເທດ,​ຍົກ​ການ​ພົວ​ພັນ​ຄູ່​ຂາ​ຖານ​ບ້ານ​​ໃກ້​ເຮືອນ​ຄຽງ​​ແລະ​ຕ່າງ​ໄວ້​ເນື້ອ​​ເຊື່ອ​ໃຈ​ກັນ​ລະ​ຫວ່າງ​ຈີນ​ກັບ​ມົງ​ໂກ​ລີ​ຂຶ້ນ​ສູ່​ລະ​ດັບ​​ໃໝ່.


ທ່ານເຈຍຊີ້ງລີນພົບປະທ່ານນາມບາລີນ ເອັນເຮິບາຢາ

ທ່ານ​ນາມ​ບາ​ລີ​ນ ​ເອັນ​ເຮິ​ບາ​ຢາ​ກ່າວ​ວ່າ,ມົງ​ໂກ​ລີ​ຫວັງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​​ເສດ​ຖະ​ກິດ​ການ​ຄ້າ​ເປັນ​ຕົ້ນ,​ບັນ​ລຸ​ການ​ພັດ​ທະ​ນາ​ພ້ອມ​​ກັນ.

​ໃນ​ມື້​ດຽວ​ກັນ,​ຈີນ​ກັບ​ມົງ​ໂກ​ລີ​ຍັງ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ,​ໂດ​ຍກ່າວ​ວ່າ,ຈະ​ຊຸກຍູ້​ການ​ພົວ​ລະ​ຫວ່າງ​ສອງ​ປະ​ເທດ​ຂະ​ຫຍາຍ​ຕົວ​ຕື່ມ​ອີກ.​ສອງ​ຝ່າຍ​ກ່າວ​ລື້ມ​ວ່າ,​ຕ່າງ​ໂຄ​ລົບ​ຄວາມ​ເປັນ​ເອ​ກະ​ລາດ ອະ​ທິ​ປະ​ໄຕ ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ແລະ​​ເສັ້ນ​ທາງ​ພັດ​ທະ​ນາ​ທີ່​ຕ່າງ​ເລືອກ​ເອົາ,​ບໍ່​ເຂົ້າ​ຮ່ວມ​ກຸ່ມ​ການ​ທະ​ຫານ​ແລະ​ການ​ເມືອງ​ໃດໆ​ທີ່​ແນ​ໃສ່​ຝ່າຍ​ກົງ​ກັນ​ຂ້າມ,ບໍ່ ​ເຊັນ​ສົນ​ທິ​ສັນ​ຍາ​ແລະ​ສັນ​ຍາ​ທີ່​ມີ​ຜົນ​ຮ້າຍ​ຕໍ່​ສິດ​ແລະ​ຜົນ​ປະ​ໂຫຍດ​ຂອງ​ຝ່າຍ​ກົງ​ກັນ​ຂ້າມ. ຝ່າຍ​ມົງ​ໂກ​ລີ​ກ່າວ​ລື້ມ​ວ່າ,​ບັນ​ຫາ​ໄຕ້​ຫວັນ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ,​ຝ່າຍ​ມົງ​ໂກ​ລີ​ເດັດ​ດ່ຽວ​ປະ​ຕິ​ບັດ​ຕາມ​ນະ​ໂຍ​ບາຍ​ປະ​ເທດ​ຈີນ​ດຽວ,​ສະ​ໜັບ​ສະ​ໜູນ​ການ​ໂຮມ​ຈີນ​​ເຂົ້າ​ເປັນ​ເອ​ກະ​ພາບ​ກັນ​ໂດຍ​ສັນ​ຕິ.