ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-30 13:02:47    
ທ່ານ​ເວີ່ນ​ເຈ່ຍ​ປາວຝາກ​ໂທລະ​ເລກ​ອວຍ​ພອນ​ກອງ​ປະຊຸມ​ລະ​ລຶກ"ວັນ​ສາກົນ​ສະໜັບ​ສະໜູນ​ປະຊາຊົນ​ປາ​ເລັສຕີນ"​ຈັດ​ຂຶ້ນ

cri Author: cai
ຕາມ​ໜັງ​ສື​ພິມ《​ເຢີ​ນມິນ​ຢື້​ປ້າວ》:ວັນ​ທີ 29 ພະຈິກ,ກອງ​ປະຊຸມ​ລະ​ລຶກ"ວັນ​ສາກົນສະໜັບສະໜູນປະຊາຊົນປາ​ເລັສຕີນ"​​ໄດ້​​ໄຂຂຶ້ນ​ຢູ່​ສຳນັກງານ​ໃຫຍ່​ສະຫະ​ປະຊາ​ຊາດ​ທີ່​ນີວຢອກ,ທ່ານ​​ເວີ່ນ​ເຈ່ຍ​ປາວ ນາຍົກລັດຖະມົນຕີຈີນ​ໄດ້​ຝາກ​ໂທລະເລກອວຍພອນ.

ໃນ​ໂທລະ​ເລກ​ອວຍພອນ​ຂຽນ​ວ່າ,ປີ​ນີ້,ຜູ້ນຳ​ປາ​ເລັສຕີນ​ກັບ​ອິສຣາແອນ​ໄດ້ພົບ​ປະກັນ,ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໄດ້ປົວ​ແປງ​ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່ຢຸດ​ຢັ້ງ.ອິສຣາແອນຖອນ​ອອກ​ຈາກ​ແຖບ​ກາຊາ​ແລະ​ເຂດ​ສ່ວນ​ໜຶ່ງ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ,​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ,ບັນຫາ​ປາ​ເລັສຕີນ​ອິສຣາແອນ​ໄດ້​ຢ່ວງ​ບາດກ້າວ​ສຳຄັນ​ໄປ​ສູ່​ທິດ​ທີ່ຖືກ​ຕ້ອງ.ພວກ​ຂ້າພະ​ເຈົ້າ​ສະ​ແດງ​ຄວາມ​ຍ້ອງຍໍ​ຕໍ່​ເລື່ອງ​ນີ້,ຫວັງ​ໃຫ້​ປາ​ເລັສຕີນ​ອິສຣາ​ແອນກຳ​ໂອກາດ​ໃຫ້​ດີ,ປັດ​ເຂ່ຍ​ການ​ລົບ​ກວນ,ພ້ອມກັນ​ຊຸກຍູ້​ຂະ​ບວນວິວັດ​ສັນຕິພາບ​​ໃຫ້ຂະຫຍາຍ​ໄປ​ໜ້າ.ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ປະຊາ​ຄົມ​​ໂລກ,ສືບ​ຕໍ່​ທຳ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດລະ​ເພື່ອ​ຊຸກຍູ້​ໃຫ້​ເຂດ​ຕາ​ເວັນ​ອອກ​ກາງມີ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.