ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-30 17:22:29    
ທ່ານ​ວາງ​ໄຈ້​ຊີ​ຮຽກ​ຮ້ອງ​ໃຫ້​ຊາວ​ຈີນ​ພົ້ນ​ທະ​ເລ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຕ້ານ​ການ​ແບ່ງ​ແຍກ​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ​ແລະ​ຊຸກ​ຍູ້​ການ​ທ້ອນ​ໂຮມ​ຈີນ​ເຂົ້າ​ເປັນ​ເອ​ກະ​ພາບ

cri
ຕາມ​ຂ່າວ​ສານ​ຊີນຮວາ,​ວັນ​ທີ​29​ພະ​ຈິກ​ຢູ່​ນິວ​ຢອກ,​ທ່ານ​ວາງ​ໄຈ້​ຊີ​ຮອງ​ຫົວ​ໜ້າ​ຫ້ອງ​ການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ລັດ​ຖະ​ບານ​ຈີນ​ຮຽກ​ຮ້ອງ​ໃຫ້​ຊາວ​ຈີນ​ອາ​ໄສ​ຢູ່​ອາ​ເມ​ລິ​ກາ​ຈົ່ງ​ປະ​ກອບ​ສ່ວນ​ໃຫ້​ຫຼາຍ​ເຂົ້າ​ໃນ​ການ​ຕ້ານ​ການ​ແບ່ງ​ແຍກ​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ​ແລະ​ຊຸກ​ຍູ້​ການ​ທ້ອນ​ໂຮມ​ຈີນ​ເຂົ້າ​ເປັນ​ເອ​ກະ​ພາບ.

ທ່ານວາງໄຈ້ຊີ​ແມ່ນ​ກ່າວ​ຄຳ​ດັ່ງ​ກ່າວ​ໃນເວ​ລາ​ສົນ​ທະ​ນາ​ກັບ​ວົງ​ການ​ຕ່າງໆ​ຄື​ວົງ​ການ​ຊາວ​ຈີນ​ຕ່າງ​ດ້າວ,​ວົງ​ການ​ວິ​ຊາ​ການ​ເປັນ​ຕົ້ນ​ຢູ່​ນີວ​ຢອກ​ໃນ​ວັນ​ທີ​29​ພະຈິກ.​ທ່ານ​ຊີ້​ອອກ​ວ່າ,​ເຖິງ​ວ່າ​ສະ​ເພາະ​ໜ້ານີ້,​ສະ​ຖາ​ນະ​ການ​ຊ່ອງ​ແຄບ​ທະ​ເລ​ໄຕ້​ຫວັນ​ໄດ້​ມີ​ການ​ໂຍະ​ຍານ​ລົງ​ກໍ່​ຕາມ,​ແຕ່​ຫຼັກ​ໝັ້ນ​ຂອງ ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ທີ່​ແບ່ງ​ແຍກ​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ​ພັດ​ຍັງ​ບໍ່​ທັນ​ໄດ້​ປ່ຽນ​ແປງ,​ອິດ​ທິ​ກຳ​ລັງ​ແບ່ງ​ແຍກ​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ​ກໍ່​ບໍ່​ໄດ້​ເຊົາ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ຈັກ​ເທື່ອ.​ການ​ຕ້ານ​ແລະ​ສະ​ກັດ​ກັ້ນ​ການ​ແບ່ງ​ແຍກ​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ​ຍັງ​ແມ່ນ​ໜ້າ​ທີ່​ສຳ​ຄັນ​ລາຍ​ໜຶ່ງ​ຂອງ​ພີ່​ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ​ຊ່ອງ​ແຄບ​ແລະ​ລູກ​ຫຼານ​ປະ​ຊາ​ຊາດ​ຈີນ​ທັງ​ປວງ​ໃນ​ໄລ​ຍະ​ຂ້າງ​ໜ້າ​ນີ້.​ສະ​ນັ້ນ​ທ່ານ​ຈຶ່ງ​ຮຽກ​ຮ້ອງ​ໃຫ້​ຊາວ​ຈີນ​ທີ່ອາ​ໄສ​ຢູ່​ອາ​ເມ​ລິ​ກາ​ຈົ່ງ​ປະ​ກອບ​ສ່ວນ​ໃຫ້​ຫຼາຍ ເຂົ້າ​ໃນ​ການ​ຕ້ານ​ການ​ແບ່ງ​ແຍກ​ໄຕ້​ຫວັນ​ເປັນ​ເອກະລາດ​ແລະ​ຊຸກ​ຍູ້​ການ​ທ້ອນ​ໂຮມ​ຈີນ​ເຂົ້າ​ເປັນ​ເອ​ກະ​ພາບ.

ທ່ານ​ວາງ​ໄຈ້​ຊີ​ກ່າວ​ວ່າ,​ພີ່ນ້​ອງ​ຮ່ວມ​ຊາດ​ພົ້ນ​ທະ​ເລ​ອັນ​ກວ້າງ​ໃຫຍ່​ໄພ​ສານ​ແມ່ນ​ອິດ​ທິ​ກຳ​ລັງ​ສຳ​ຄັນ​ທີ່​ຂະ​ຫຍາຍ​ການ​ພົວ​ພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ແລະ​ຊຸກ​ຍູ້​ການ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອ​ກະ​ພາບ​ກັນ.