ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-30 18:49:31    
ທ່ານ​ຈາງ​ອີ​ສານ​ຕາງ​ໜ້າ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ອະ​ທິ​ບາຍ​ຫຼັກ​ໝັ້ນ​ໃນ​ບັນ​ຫາ​ອັຟ​ກາ​ນີ​ສະ​ຖານ

cri
ຕາມ​ຂ່າວcri,ວັນ​ທີ29ພະຈິກ,​ໃນ​ເວ​ລາ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ​60​ພິ​ຈາ​ລະ​ນາ​ຫົວ​ຂໍ້​ອັຟ​ກາ​ນີ​ສະ​ຖານ,​ທ່ານ​ຈາງ​ອີ​ສານ ຮອງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຕາງ​ໜ້າ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ກ່າວ​ຄຳ​ປາ​ໄສ,​ອະ​ທິ​ບາຍ​ຫຼັກ​ໝັ້ນ​ທີ່​ກ່ຽວ​ຂ້ອງ.

ທ່ານ​ຈາງ​ອີ​ສານ​ກ່າວ​ວ່າ,​ອັຟກາ​ນີສະ​ຖານ​ບັນ​ລຸ​ສັນ​ຕິ​ພາບ,​ສະ​ຖຽນ​ລະ​ພາບ​ແລະ​ການ​ພັດ​ທະ​ນາ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ອັຟ​ກາ​ນີ​ສະ​ຖານ,​ກໍ່​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພຶ້ນ​ແຫ່ງ​ນີ້​ແລະ​ທົ່ວ​ໂລກ.​ປະ​ຊາ​ຄົມ​ໂລກ​ຄວນ​ເຄົາ​ລົບ​ອະ​ທິ​ປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ ຄວາມ​ເປັນ​ເອ​ກະ​ພາບ​ແຫ່ງ​ຊາດ​ຂອງ​ອັຟ​ກາ​ນີ​ສະ​ຖານ,​ເຄົາ​ລົບ​ລະ​ບອບ​ສັງ​ຄົມ​ແລະ​ເບົ້າ​ແບບ​ພັດ​ທະ​ນາ​ທີ່​ປະ​ຊາ​ຊົນ​ອັຟ​ກາ​ນີ​ສະ​ຖານ​ເລືອກ​ເອົາ​ໂດຍ​ເປັນ​ເຈົ້າ​ຕົນ​ເອງ,​ບໍ່​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ອັຟ​ກາ​ນີ​ສະ​ຖານ.​ສະ​ຫະ​ພັນ​ຕ້ານ​ການ​ກໍ່​ການ​ຮ້າຍ​ສາ​ກົນ​ຄວນ​ຮ່ວມ​ມື​ກັບ​ລັດຖະ​ບານ​ອັຟ​ກາ​ນີສະ​ຖານ​ຢ່າງ​ສະ​ໜິດ​ແໜ້ນ,​ເຮັດ​ວຽກ​ຕາມ​ສິດ​ທີ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ມອບ​ໃຫ້,​ແລະ​ຕ້ອງ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ທີ່​ຊອບ​ກົດ​ໝາຍ​ຂອງ​ອັຟ​ກາ​ນີສະຖານ.

ທ່ານ​ຈາງ​ອີສານ​ຍັງ​ຊີ້​ອອກ​ວ່າ,​ອັຟ​ກາ​ນີ​ສະ​ຖານ​ຖ້າ​ຢາກ​ບັນ​ລຸ​ສັນ​ຕິ​ພາບ​ຖາ​ວອນ​ແລະ​​ເສດ​ຖະ​ກິດ​ສັງ​ຄົມ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ,​ກໍ່​ຕ້ອງ​ສ້າງ​ສາ​ອັຟ​ກາ​ນີ​ສະ​ຖານ​ໃຫ້​ມີ​ສະ​ຖຽນ​ລະ​ພາບ,​ສ້າງ​ສະ​ພາບ​ແວດ​ລ້ອມ​ອ້ອມ​ຂ້າງ​ທີ່​ມີ​ໄມ​ຕິ​ຈິດ​ແລະ​ການ​ຮ່ວມ​ມື,​ແລະ​ສືບ​ຕໍ່ສະ​ແຫວ​ງຫາ​ຄວາມ​ສະ​ໜັບ​ສະ​ໜູນ​ແລະ​ການ​ຊ່ອຍ​ເຫຼືອ​ຂອງ​ປະ​ຊາ​ຄົມ​ໂລກ​ທີ່​ນຳ​ພາ​ໂດຍ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ