ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-30 19:02:49    
ຫົວ​ໜ້າ​ກົມ​ໃຫຍ່​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ​ຈະ​ອອກ​ແຮງ​ສຸດ​ຂີດ​ບໍ່​ໃຫ້​ການ​ເຊື່ອມ​ພິດ​ແມ່​ນ້ຳ​ຊົ່ງ​ຮວ່າ​ຂ້າມ​ຊາຍ​ແດນ

cri
ຕາມ​ຂ່າວ​ສານ​ຊີນຮວາ,​ວັນ​ທີ30​ພະ​ຈິກ​ຢູ່​ປັກ​ກິ່ງ,​ທ່ານ​ເຊ້​ເຈີ້ນ​ຮວາ ຫົວ​ໜ້າ​ກົມ​ໃຫຍ່​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,​ຈະ​ອອກ​ແຮງ​ຄວບ​ຄຸມ​ການ​ເຊື່ອມ​ພິດ​ແມ່​ນ້ຳ​ຊົ່ງ​ຮວ່າ​ຢູ່​ພາຍ​ໃນ​ເຂດ​ແດນ​ຈີນ,​ໃຊ້​ທຸກ​ວິ​ທີ​ຫຼຸດ​ຜົນ​ເສຍ​ຫາຍ​ແລະ​ຜົນ​ສະ​ທ້ອນ​ທາງ​ລົບ​​ໃຫ້​ລົງ​ຮອດ​ລະ​ດັບ​ຕ່ຳ​ສຸດ.

ທ່ານ​ເຊ້​ເຈີ້​ຮວາ​ກ່າ​ວວ່າ,​ເຫດ​ການ​ແມ່​ນ້ຳ​ຊົ່ງ​ຮວ່າ​ຖືກ​ເຊື່ອມ​ພິດ​ກ່ຽວ​ພັນ​ເຖິງ​ຄວາມ​ປອດ​ໄພ​ນ້ຳ​ກິນ​ຂອງ​ປະ​ຊາ​ຊົນ​ສອງ​ຊາດ​ຈີນ​ລັດ​ເຊຍ,​ຕ້ອງ​ຕິດ​ຕາມ​ກວດ​ກາ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ສິ່ງ​ເຊື່ອມ​ພິດ​ແລະ​ການ​ປະ​ເມີນ​ຊີ​ວະ​ພາບ​ແລະ​ວຽກ​ປົວ​ແປງ​ຄືນ​ໃໝ່​ດ້ວຍ​ທ່າ​ທີ​ຮັບ​ຜິດ​ຊອບ​ຕໍ່​ປະ​ຊາ​ຊົນ,​ຮັບ​ຜິດ​ຊອບ​ຕໍ່​ປະ​ເທດ​ໃກ້​ຄຽງ,​ຮັບ​ຜິດ​ຊອບ​ຕໍ່​ສະ​ພາບ​ແວດ​ລ້ອມ​ຊີ​ວະ​ພາບ.

ກົມ​ໃຫຍ່​ອະ​ນຸລັກ​ສິ່ງ​ແວດ​ລ້ອມ​ໄດ້​ແຈ້ງ​ບັນ​ຊີ​ສານ​ເຊື່ອມ​ພິດ​ໃນ​ແມ່​ນ້ຳ​ຊົ່ງ​ຮວ່າ​ໃຫ້​ສະ​ຖານ​ທູດ​ລັດ​ເຊຍ​ປະ​ຈຳ​ຈີນ​ຊາບ​ໃນ​ວັນ​ທີ​29​ພະ​ຈິກ.

ນອກ​ນີ້,​ຕາມ​ໄດ້​ຊາບ,​ນະ​ຄອນ​ຮາ​ບີນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຈີນ​ທີ່​ຖືກ​ຜົນ​ກະ​ທົບ​ແຫ່ງ​ການ​ເຊື່ອມ​ພິດ​ແມ່​ນ້ຳ​ຊົ່ງ​ຮວ່າ​ຂ້ອນ​ຂ້າງ​ຫຼາຍ​ໄດ້​ຟື້ນ​ຟູ​ການ​ສະ​ໜອງ​ນ້ຳປະ​ປາ​ຢ່າງ​ເປັນ​ປົກ​ກະ​ຕິ​ໃນ​ຂັ້ນ​ພື້ນ​ຖານ,​ແລະ​ທາດ​ນ້ຳ​ໄດ້​ບັນ​ລຸ​ມາດ​ຖານ​ນ້ຳ​ກິນ​ທີ່​ລັດ​ຖະ​ບານ​ກຳ​ນົດ.​ວັນ​ທີ​30​ນັກ​ຮຽນ​ປະ​ຖົມ​ແລະ​ມັດ​ທະ​ຍົມ​4​ແສນ​ຄົນ​ຢູ່​ນະ​ຄອນ​ຮາ​ບີນ​ໄດ້​ຟື້ນ​ຟູ​ການ​ຮຽນ​ຕາມ​ເວລາ​ກຳ​ນົດ.​ວິ​ສາ​ຫະ​ກິດ​ທີ່​ຈຳ​ເປັນ​ຕ້ອງ​ຫຼຸດ​ຜະ​ລິດ​ຜົນ​ຫຼື​ຢຸດ​ຜະ​ລິດ​ຜົນ​ຍ້ອນ​ນະ​ຄອນ​ຮາ​ບີນ​ຢຸດ​ການ​ສະ​ໜອງ​ນ້ຳປ​ະປ​າກໍ່​ໄດ້​ທະ​ຍອຍ​ກັນ​ຟື້ນ​ຟູ​ການ​ຜະ​ລິດ​ຜົນ​ໃນ​ຫວ່າງ​ມໍ່ໆ​ນີ້.

ປັດ​ຈຸ​ບັນ,​ສິ່ງ​ເຊື່ອມ​ພິດ​ຂຸ້ນ​ໃນ​ແມ່​ນ້ຳ​ຊົ່ງ​ຮວ່າ​ພວມ​ໄຫຼ​ໄປ​ຍ່ານ​ໃຕ້.