ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-30 22:08:06    
ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ສະ​ເໜີ​ການ​ຕໍ່​ວ່າ​ຕໍ່​ຂານ​ຕໍ່​ມາ​ເລ​ເຊຍ​ກ່ຽວ​ກັບ​ເຫດ​ການ​ທີ່​ພົນ​ລະ​ເມືອງ​ຈີນ​ຖືກ​ທຳ​ຮ້າຍ​ຢູ່​ມາ​ເລ​ເຊຍ

cri
ຕາມ​ຂ່າວCRI:ວັນ​ທີ30​ພະ​ຈິກ,​ຢູ່​ທີ່​ປັກ​ກິ່ງ,​ທ່ານ​ອູ​ຕ້າ​ເຫວີຍ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ນັດ​ພົບ​ທ່ານ​ແຊດ ​ໂນ​ລູ​ຊາ​ມານ ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ມາ​ເລ​ເຊຍ​ປະ​ຈຳ​ຈີນ,​ສະ​ເໜີ​ການ​ຕໍ່​ວ່າ​ຕໍ່​ຂານ​ຢ່າງ​ເຂັ້ມ​ງວດ​ຢູ່​ມາ​ເລ​ເຊຍ​ ໄດ້​ເກີດ​ເຫດ​ການ​ພົນ​ລະ​ເມືອງ​ຈີນ​ຖືກ​ຢຽດ​ຫຍາມ​ແລະ​ທຳ​ຮ້າຍ​ຢ່າງ​ລຽນ​ຕິດ.

ທ່ານ​ອູ​ຕ້າ​ເຫວີຍ​ກ່າວ​ວ່າ,ລັດຖະບານ​ຈີນ​ສຸດທິ​ເອົາ​ໃຈ​ໃສ່ນຳ​ການ​ປົກ​ປັກ​ຮັກ​ສາ​ກຽດ​ສັກ​ສີ​ແລະ​ຄວາມ​ປອດ​ໄພ​ຂອງ​ພົນລະ​ເມືອງ​ຈີນ,ທວງ​ໃຫ້​ຝ່າຍ​ມາ​ເລ​ເຊຍ​ສືບ​ສວນ​ຕັດ​ສິນ​ຄະ​ດີ​ທີ່​ກ່ຽວ ຂ້ອງ​ດ້ວຍ​ທ່າ​ທີ​ເອົາ​ຈິງ​ເອົາ​ຈັງ​ແລະ​ຮັບ​ຜິດ​ຊອບ,​ແລະ​ໃຊ້​ມາດ​ຕະ​ການ​ທີ່​ຕິດ​ແທດ​ຕົວ​ຈິງ​ແລະ​ບັງ​ເກີດ​ຜົນ,​ຫຼີກ​ເວັ້ນ​ບໍ່​ໃຫ້​ເຫດ​ການ​ຄ້າຍ​ຄື​ກັນ​ນີ້​ເກີດ​ຂຶ້ນ​ອີກ.

ທ່ານ​ແຊດ ​ໂນ​ລູຊາ​ມານ​ກ່າວ​ວ່າ,ລັດຖະບານ​ແລະ​ບຸກ​ຄົນ​ວົງ​ການ​ຕ່າງໆ​ຂອງ​ມາ​ເລ​ເຊຍ ລ້ວນ​ແຕ່​ຮູ້ສຶກ​ຕື່ນ​​ເຕັ້ນ​ໃຈ​ຕໍ່​ການ​ເກີດ​ເຫດການ​ຮ້າຍ​ແຮງ​ດັ່ງ​ກ່າວ,​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ບາ​ດາ​ວີ​ໄດ້ມີການ​ຊີ້​​ແຈ້ງຢ່າງ​ແຈ່ມ​ແຈ້ງ​ຕໍ່​ການ​ຊຳ​ລະ​ຄະ​ດີ,​ລັດ​ຖະ​ບານ​ມາ​ເລ​ເຊຍ​ຈະ​ສືບ​ສວນ​ຕັດ​ສິນ​ເຫດ​ການ​ຢ່າງ​ເຂັ້ມ​ງວດ.​ລັດ​ຖະ​ບານ​ມາ​ເລ​ເຊຍ​ເອົາ​ໃຈ​ໃສ່​​ໃນ​ລະ​ດັບ​ສູງ​ຕໍ່​ການ​ພົວ​ພັນ​ມາ​ເລ​ເຊຍ​ຈີນ,​ຫວັງ​ໃຫ້​ການ​ຮ່ວມ​ມື​ທີ່​ມີ​ໄມ​ຕີ​ຈິດ​ລະ​ຫວ່າງ​ສອງ​ປະ​ເທດ​ບໍ່​ຖືກ​ກະ​ທົບ​ກະ​ເທືອນ.