ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-01 10:48:53    
ຫວຽດ​ນາມ​ໃໝ່​​ພວມ​ໂປ​ໂລ​ຂຶ້ນ(ຕອນປາຍ) (ສຽງ)

cri Author: da


ຄຽງ​ຄູ່​ກັບການ​ປ່ຽນ​ແປງ​ໃໝ່​ໄດ້​ຮັບ​ຜົນ​ອັນ​ໃຫຍ່​ຫຼວງ​ຢ່າງ​ບໍ່​ຢຸດ​ຢັ້ງ,ຊີວິດ​ການ​ເປັນ​ຢູ່ ​​ແລະທັດສະນະຄະຕິ​ໃນ​ການ​ບໍລິ​ໂພ​ກຂອງ​ຄົນ​ຫວຽດນາມກໍ​ປ່ຽນ​ແປງ​ໄປ​ນຳ. ​ໃນ​ລາຍການ​ເຂົ້າສູ່​ອາ​ຊຽນມື້ນີ້,​ເຊີນ​ຟັງຕອນ​ປາຍ​ຂອງບົດ​ແຈ້ງ​ຂ່າວ​ທີ່​ພາດ​ຫົວ​ເລື່ອງ​ວ່າ:ຫວຽດນາມ​ໃໝ່​ພວມໂປ​ໂລ​ຂຶ້ນ.

ຜົນ​ການ​ປ່ຽນ​ແປງ​ຂອງ​ຫວຽດນາມ​ເຫັນ​ໄດ້​ບາຍ​​ເຖິງ.​​ເວົ້າສະ​ເພາະ​ແຕ່ອາຫານ​​ເທິງ​ໂຕະຂອງ​ຄົນ​ຫວຽດນາມ​,ການ​ປ່ຽນ​ແປງ​ໃໝ່​ໃນ​ຫຼາຍ​ປີ​ມາ​ນີ້ໄດ້​ເຮັດ​ໃຫ້​ປະຊາຊົນ​ມີ​ເງິນ​ຫຼາຍ​ຂຶ້ນ,​​ສະນັ້ນ ອາຫານ​ເທິງ​ໂຕະຂອງ​ພວກ​ເຂົາ​ເຈົ້າຈຶ່ງ​ໄດ້​ປ່ຽນຈາກ"ຜັກ​ຫຼາຍ​ກວ່າ​ຊີ້ນ"ກາຍມາ​ເປັນ"ຊີ້ນ​ຫຼາຍ​ກວ່າ​ຜັກ"​ແລ້ວ.​ໂດຍ​ສະ​ເພາະ​ແມ່ນ,ຄົນ​ຫວຽດນາມ​ນັບ​ມື້​ນັບ​ຫຼາຍ​ເລີ່​ມ​ເອົາ​ໃຈ​ໃສ່​ນຳ​ການ​ກິນນ້ຳ​ນົມ​ແລະ​ໝາກ​ໄມ້ ​ເພື່ອຮັກສາ​ໃຫ້​ສຸຂະພາບ​ເຂັ້ມ​ແຂງ.​ໃນ​ດ້ານ​ຍວດ​ຍານ​ພາຫະນະ​,ລົດຖີບ​ແລະ​ລົດ 3 ລໍ້ກໍບໍ່​ແມ່ນ​ຍານພາຫະນະ​ສຳຄັນ​ຂອງ​ຕົວ​ເມືອງ​ອີກ. ​ລົດຈັກ​ນັບ​ມື້​ນັບມີ​ຄົນ​ໃຊ້​​ຫຼາຍ​ຂຶ້ນ. ​ເມືອງ​ໃຫຍ່​​ແລະ​ເມືອງ​ສ່ຳ​ກາງຄື ນະຄອນຫຼວງຮ່າ​ໂນ້ຍ ​ເມືອງ​ໂຮ​ຈິ​ມິນ​ ​ແລະ​ເມືອງຮາ​ຍຟອງ​ເປັນຕົ້ນ​ໄດ້​ກາຍ​ເປັນ​ໂລກ​ລົດຈັກ. ນອກ​ນີ້,ລັດຖະບານ​ຫວຽດນາມ​ກໍ​ເອົາ​ໃຈ​ໃສ່​ທີ່​ສຸດນຳ​ການ​ພັດທະນາ​ຄົມມະນາຄົມ​ສາທາລະນະ,ລົດຕັກ​ຊີ​ກໍມີ​ຫຼາຍ​ຂຶ້ນ​ໃນ​ຕົວ​ເມືອງ,ລົດ​ 3 ລໍ້​ທີ່​​ແລ່ນເຕັມ​ເມືອງ​ໃນ​ເມື່ອ​ກ່ອນ​ກໍຄ່ອຍໆ​ຖອນ​ອອກຈາກ​​ເວຖີປະຫວັດສາດ.

ໝາກຜົນ​ທີ່​ໄດ້​ຮັບ​ໃນການ​ປ່ຽນ​ແປງ​ໃໝ່​ແລະ​ໄຂ​ປະຕູ​ໄດ້​ເຮັດ​ໃຫ້​ພັກ​ແລະ​ປະຊາຊົນ​ຫວຽດນາມ​ມີ​ຄວາມ​ຕັດສິນ​ໃຈ​ແລະ​ຄວາມ​ໝັ້ນ​ໃຈຢ່າງ​ເຕັມ​ປ່ຽມທີ່ຈະ​ຍຶດໝັ້ນ​​ພາລະກິດ​ປ່ຽນ​ແປງ​ໃໝ່​ແລະ​​ໄຂ​ປະຕູ​ລົງ​ສູ່​ລວງ​ເລິກ. ​ເພື່ອ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຕື່ມ​ອີກ,ລັດຖະບານ​ຫວຽດນາມ​ໄດ້​ເພີ່ມ​ທະວີ​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ,ຕັ້ງໜ້າ​​​ສັບ​ຊ້ອນອົງ​ປະກອບ​ອຸດສາຫະກຳ,​ເລັ່ງລັດ​ການ​ປະຕິ​ຮູບຂອງ​ລັດ​ວິ​ສາ​ຫະກິດ ​ໂດຍ​ສະ​ເພາະ​ແມ່ນ​ຂະ​ບວນວິວັດ​ຂອງລະບອບ​ຫຸ້ນ​ສ່ວນຂອງ​ລັດ​ວິ​ສາ​ຫະກິດ; ​​ເພີ່ມ​ຄວາມ​ແຮງ​ໃນ​ການ​ດູດ​ດຶງ​ເອົາທຶນ​ຕ່າງປະ​ເທດ,​ເຮັດ​ໃຫ້ທຳນຽມ​ການ​ລົງທຶນງ່າຍ​ເຂົ້າ,ຍົກ​ປະສິດທິ​ຜົນ​ຂອງ​ການ​ລົງທຶນ​ໃຫ້​ສູງ​ຂຶ້ນ; ຕັ້ງໜ້າ​​​ແລະ​ເປັນ​ເຈົ້າການເຊື່ອມ​ໂຍງ​ເຂົ້າຂະ​ບວນວິວັດ​ຂອງລະບົບ​ເສດຖະກິດ​ສາກົນ,ຊຸກຍູ້​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ກັບ​ຕ່າງປະ​ເທດ,ຊຸກຍູ້ການຄ້າຂາອອກ​ແລະ​ຫຼຸດ​ຂຸມ​ການ​ເງິນ​ໃຫ້​ໜ້ອຍ​ລົງ.

ຄົນ​ຫວຽດ​ນາມທີ່​ຮັ່ງມີ​ຂຶ້ນ​ໃນ​ການ​ປ່ຽນ​ແປງ​ໃໝ່​ໃນ​ຫຼາຍ​ປີ​ມາ​ນີ້ ​ໄດ້​ມີຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ສູງ​ກວ່າ​ເກົ່າ​ໃນ​ດ້ານ​ຊີວິດ​ການ​ເປັນ​ຢູ່. ທ່ານ​ຫງວນ​ເວີນ​ລິວ ​ໄທ​ເມືອງ​ຫວຽດ​ນາມ​ເວົ້າ​ດ້ວຍ​ຄວາມ​ຮູ້ສຶກ​ເລິກ​ເຊິ່ງ​ວ່າ,​ຄວາມ​ທຸກ​ຍາກ​ໄດ້​ຜ່ານ​ພົ້ນ​ໄປ​​ໂດນ​ບໍ່​ກັບ​ຄືນ​ມາ​ອີກ​ແລ້ວ,​ຊີວິດ​ໄດ້​ເປີດ​ໜ້າ​ໃໝ່.​ການ​ກິນອາ​ຫານ​ດີ​ໃຫ້​ມີ​ສຸຂະ​ພາບ​ແຂງ​ແຮງ​ແລະ​ສະ​ເຫວີຍ​ຄວາມ​ສຸກ​ໃນ​ຊີວິດ​ໄດ້​ກາຍ​ເປັນ​ທັດສະນະ​ຄະຕິ​ໃໝ່​ຂອງ​ຄົນ​ໃນ​ທ້ອງ​ຖິ່ນ​ນີ້. ​ໂຕະອາ​ຫານ​ຂອງ​ຄົນ​ທັງ​ຫຼາຍ​ໄດ້ກັບ​ຄືນ​ສູ່​ສະພາບ​ທີ່"ຜັກ​ຫຼາຍ​ກວ່າ​ຊີ້ນ"ອີກ,​ແຕ່​​ເທື່ອ​ນີ້ພັດ​ຕ່າງ​ກັບ​ແຕ່​ກ່ອນ​ໃນດ້ານ​ທາດ​​ແທ້,ຄົນ​ທັງ​ຫຼາຍ​ກິນ​ຊີ້ນ​ໜ້ອຍ​ລົງ ​ແມ່ນ​ເພື່ອບໍ່​ໃຫ້​ອ້ວນ,​​ເພື່ອ​ໃຫ້​​ແຂງ​ແຮງ. ປະຈຸ​ບັນ,ຢູ່​ຕາມສະ​ໂມ​ສອນ​ຫັດ​ກາຍ ຫໍ​ກິລາ​ແລະ​ສະຖານ​ທີ່​ຫຼິ້ນ​ກິ​ລາ​ກາງ​ແຈ້ງ​ຕ່າງໆ,ບໍ່​ວ່າ​ເຊົ້າຫຼື​ຄ່ຳ​ມີຄົນ​ໄປ​ຫຼິ້ນ​ກິລາ​ນັບ​ມື້​ນັບ​ຫຼາຍ​,ຫໍ​ກິລາ​ແລະ​ສະໜາມ​ກິລາ​ສ່ວນ​ຫຼາຍ​ໄດ້​ມີ​ຄົນ​ຈອງ​ໄວ້​ລ່ວງ​ໜ້າ​ໝົດ​ແລ້ວ. ​ເຖິງ​ວ່າ​ລົດ​ຈັກ​ຍັງ​ແມ່ນ​ຍານ​ພາຫະ​ນະສຳ​ຄັນ,​ແຕ່​ຄົນ​ຫວຽດນາມ​ຜູ້​ຮັ່ງມີ​ສ່ວນ​ຫຼາຍ​ ​ໄປ​ໃສ​ມາ​ໃສ​ລ້ວນ​ແຕ່​ຂັບ​ລົດ​ເອງ​ທັງ​ນັ້ນ.ຕາມ​ສະຖິ​ຕິ,ປະຈຸ​ບັນ,​ໃນ​ປະຊາ​ກອນ 82 ລ້ານ​ກວ່າ​ຄົນ​ໃນ​ທົ່ວ​ປະ​ເທດ​ຫວຽດ​ນາມ, 14 ລ້ານ​ຄົນມີ​ໃບ​ຂັບຂີ່,​ໃນ​ນັ້ນ ລົດ​ຈັກ 13 ລ້ານ​ຄັນ,​ລົດ​ຍົນ 9 ​ແສນ 2 ໝື່ນ​ຄັນ.​ແຕ່ຕົວ​ເລກ​ຕົວ​ຈິງ​ຍັງ​ຫຼາຍ​ກວ່ານີ້.

ລະດັບ​ຊີວິດ​ການ​ເປັນ​ຢູ່ຂອງ​ຄົນ​ຫວຽດ​ນາມ​ດີຂຶ້ນ​ຍັງ​ສ່ອງ​ແສງ​ໃຫ້​ເຫັນ​ໃນ​ດ້ານ​ເງື່ອນ​ໄຂ​ເຮືອນ​ຢູ່​ມີ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ.​ແຕ່​ກ່ອນ,​ເຮືອນ​ຂອງ​ປະຊາ​ຊົນ​ໃນ​ຕົວ​ເມືອງ​ແມ່ນ​ຄັບ​​ແຄບ​ຫຼາຍ, 3 ​ເຊັ່ນ​ຄົນຢູ່​​ເຮືອນ​ຫ້ອງ​ດຽວ​ແມ່ນ​ເລື່ອງ​ທຳ​ມະ​ດາ​ທີ່​ສຸດ.​ໄທ​​ຊົນນະ​ບົດ ສ່ວນ​ຫຼາຍ​ຢູ່ເຮືອນ​​ດິນ​ມຸງ​ຫຍ້າ​. ດຽວ​ນີ້,ຄົນ​​ໃນ​ເມືອງ​ພາກັນ​ໄປຊື້​ດິນປຸກ​ເຮືອນ​​ໃນ​ຊົນນະ​ບົດ,​ຈຶ່ງ​ມີເຮືອນ​ຕຶກ​ສ່ວນ​ຕົວ​ທີ່​ໃໝ່​ອ່ຽມ​ຕັ້ງ​ລຽນ​ຊ້າຍ​ລ້າຍ,ຈໍ່​ຕົວ​ເປັນ​ພາບວິວ​ທີ່​ສວຍ​ງາມ​ຢູ່​ແຫ່ງ​ນັ້ນ. ​ໄທ​ຊົນນະ​ບົດ​ສ່ວນ​ຫຼາຍ​ກໍ​ປຸກ​ເຮືອນ​ໃໝ່​ແລ້ວ.​ໂດຍ​ສະ​ເພາະ​ແມ່ນ,ຊາວ​ໜຸ່ມ​ນັບ​ມື້​ນັບ​ຫຼາຍ​ພາກັນ​ນິຍົມ​ຊື້​​ເຮືອນ​ສິນ​ຄ້າ​​ເປັນ​ຊຸດທີ່​ກວ້າງ​ໃຫຍ່ ​ອອກ​ແບບ​ເໝາະ​ສົມ ​ແລະ​ຄຸ້ມ​ຄອງ​ເປັນ​ແບບ​ສະບັບ​. ສິ່ງ​ທີ່​ເຮັດ​ໃຫ້​ຄົນ​ຫວຽດ​ນາມ​ດີ​ໃຈ​ຫຼາຍ​ທີ່​ສຸດ​ນັ້ນ​ແມ່ນ,​ລັດຖະ​ບານ​ຫວຽດ​ນາມ​ໄດ້​ສະ​ເໜີ​ວ່າ​ຈະ​ເລັ່ງ​ລັດ​ບາດ​ກ້າວ​​ປຸກ​ເຮືອນ,​ເມື່ອ​ຮອດ​ປີ 2010,​ຍາດ​ແຍ່ງ​​ໃຫ້​ບັນລຸ​ເປົ້າ​ໝາຍ​ທີ່​ເຮັດ​ໃຫ້​ເນື້ອ​ທີ່​ເຮືອນ​ຢູ່​ສະ​ເລ່ຍຕໍ່​ຫົວ​ຄົນ​ຈາກ 10 ​ແມັດ​ກາ​ເລ​ໃນ​ປະຈຸ​ບັນ​ເພີ່ມ​ຂຶ້ນ​ເຖິງ 15 ​ແມັດ​ກາ​ເລ.

ຫວ່າງ​ມໍ່ໆ​ນີ້,​ລັດຖະ​ບານ​ຫວຽດ​ນາມ​ໄດ້​ສະ​ເໜີ​ແຜນ​ການ​ພັດ​ທະນາ​ເສດ​ຖະກິດ​ສັງຄົມ 5 ປີ​ຕໍ່​ໄປ,ກ່າວ​ເນັ້ນ​ວ່າ​ຕ້ອງ​ສືບ​ຕໍ່​ຊຸກຍູ້​ຂະ​ບວນ​ການ​ປ່ຽນ​ແປງ​ໃໝ່,​ພະຍາ​ຍາມ​ຍາດ​​ແຍ່ງ​ໃຫ້ GDP ​​ແຕ່​ປີ 2006 ຫາ​ປີ 2010 ເພີ່ມ​ຂຶ້ນ​ຮອດ 7,5% ຫາ 8% ສະ​ເລ່ຍຕໍ່​ປີ​,ພະຍາ​ຍາມ​ຍາດ​ແຍ່ງ​ໃຫ້​ເພີ່ມ​ຂຶ້ນ 8%. GDP ສະ​ເລ່ຍຕໍ່​ຫົວ​ຄົນ​ເພີ່ມ​ຂຶ້ນ​ຮອດ 1050 ຫາ 1100 ​ໂດ​ລາ​ສະຫະ​ລັດ. ຄົນ​ທັງ​ຫຼາຍ​ເຊື່ອ​ວ່າ,​ຄຽງ​ຄູ່​ກັບ​ການ​ປ່ຽນ​ແປງ​ໃໝ່​ແລະ​ໄຂ​ປະຕູ​ລົງ​ສູ່​ລວງ​ເລິກ,​ອະນາ​ຄົດ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ​ຍິ່ງ​ຈະ​ ​ສວຍ​ງາມ​ກວ່າ​ເກົ່າ.