|
 |
(GMT+08:00)
2005-12-01 11:13:56
|
ທ່ານເປເລັສປະກາດຖອນອອກຈາກພັກກຳມະກອນອິສຣາແອນ
cri
Author: cai
ຕາມຂ່າວ CRI:ວັນທີ 30 ພະຈິກ,ທ່ານເປເລັສ ຮອງນາຍົກລັດຖະມົນຕີ ອະດີດປະທານພັກກຳມະກອນອິສຣາແອນໄດ້ປະກາດຖອນອອກຈາກພັກກຳມະກອນ,ແລະຈະສະໜັບສະໜູນທ່ານຊາຣອນໃນການເລືອກຕັ້ງທົ່ວໄປທີ່ຈະຈັດຂຶ້ນໃນເດືອນມີນາປີ 2006.
ໃນງານຖະແຫຼງຂ່າວທີ່ຈັດຂຶ້ນໃນຕອນຄ່ຳວັນທີ 30 ພະຈິກ,ທ່ານເປເລັສເວົ້າວ່າ,ການຖອນອອກຈາກພັກກຳມະກອນແມ່ນການຕົກລົງທີ່ຍາກຫຼາຍ,ແຕ່ວ່າ,ສັນຕິພາບແມ່ນບັນຫາທີ່ຂ້ຽວຂາດກວ່າໝູ່ແລະສຳຄັນກວ່າໝູ່ຂອງອິສລາແອນ,ສ່ວນທ່ານຊາຣອນມີຄວາມອາດເປັນໄປໄດ້ຫຼາຍກວ່າໝູ່ທີ່ຈະຈັດການເຈລະຈາສັນຕິພາບລະຫວ່າງປາເລັສຕີນກັບອິສລາແອນ.
ທ່ານເປເລັສເວົ້າວ່າ,ທ່ານຈະສະໜັບສະໜູນທ່ານຊາຣອນແຂ່ງຂັນເລືອກຕັ້ງນາຍົກລັດຖະມົນຕີຊຸດໜ້າ.ແຕ່ທ່ານບໍ່ໄດ້ເວົ້າຢ່າງແຈ່ມແຈ້ງວ່າ,ຈະເຂົ້າຮ່ວມພັກກ້າວຂຶ້ນທີ່ນຳໂດຍທ່ານຊາຣອນຫຼືບໍ່.
|
|
|