ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-01 14:20:34    
ຜູ້​ນຳ​ຈີນ​ຝາກ​ໂທ​ລະ​ເລກ​ອວຍ​ພອນ​ວັນ​ຊາດ​ລາວ​ຄົບ​ຮອບ 30 ​ປີ

cri Author: da
ຕາມ​ຂ່າວ​CRI: ວັນ​ທີ 2 ທັນວາ​​ແມ່ນ​ວັນ​ຊາດ​ລາວ. ວັນ​ທີ 1 ທັນ​ວາ,​ທ່ານ​ຫູ​ຈິນ​ທາວ ​ເລ​ຂາ​ທິ​ການ​ໃຫຍ່​ຄະນະ​ກຳມະ​ການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດ​ຈີນ,ທ່ານ​ອູ​ປາງ​ໂກ ​ປະ​ທານ​ຄະນະ​ປະຈຳ​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ແລະ​ທ່ານ​ເວີນ​ເຈຍ​ປາວ ນາຍົກ​ລັດຖະ​ມົນ​ຕີຈີນ​ຕ່າງ​ໄດ້​ຝາກ​ໂທລະ​ເລກ​ໄປ​ຍັງ​ທ່ານ​ຄຳ​ໄຕ ສີ​ພັນ​ດອນ ປະທານ​ຄະນະ​ກຳມະ​ການ​ສູນ​ກາງ​ພັກ​ປະຊາ​ຊົນ​ປະຕິ​ວັດ​ລາວ ປະທານ​ປະ​ເທດ​ລາວ,​ທ່ານ​ສະ​ໝານ ວິ​ຍາ​ເກດ ປະ​ທານ​ສະພາ​ແຫ່ງ​ຊາດ​ລາວ​ແລະ​ທ່ານ​ບຸນຍັນ ວໍລະ​ຈິດ ນາ​ຍົກລັດ​ຖະ​ມົນຕີ​ລາວ, ອວຍ​ພອນ​ວັນ​ຊາດ​ລາວ​ຄົບ​ຮອບ 30 ​ປີ.​

ໂທລະ​ເລກ​ອວຍ​ພອນ​ຂຽນ​ວ່າ,​ໃຕ້​ການ​ນຳພາ​ຂອງ​ພັກ​ປະຊາ​ຊົນ​ປະຕິ​ວັດ​ລາວ,ປະ​ຊາ​ຊົນ​ລາວ​ໄດ້​ຮັບ​ຜົນສຳ​ເລັດ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ພາ​ລະກິດ​ສ້າງສາ​ປະ​ເທດ​ແລະ​ປ່ຽນ​ແປງ​ໃໝ່​ໄຂ​ປະຕູ​ສູ່​ພາຍ​ນອກ. ສັງ​ຄົມ​ການ​ເມືອງ​ໝັ້ນ​ທ່ຽງ,​ເສດ​ຖະກິດ​ພັດ​ທະນາ​ຢ່າງ​ຕໍ່​ເນື່ອງ,​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຊົນ​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,ຖານະ​ສາ​ກົນ​ນັບ​ມື້​ນັບ​ສູງ​ຂຶ້ນ,​ປະຊາ​ຊົນ​ຈີນ​ຮູ້​ສຶກປິ​ຕິ​ຊົມ​ຊື່ນ​ດ້ວຍ​ຄວາມ​ຈິງ​ໃຈ​.

ໂທລະ​ເລກ​ອວຍພອນ​ຂຽນ​ວ່າ,ຈີນ​ຍິນ​ດີ​ພ້ອມ​ກັນ​ຝ່າຍ​ລາວ,ລົງ​ເລິກ​ຮ່ວມ​ມື​ກັນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຈີນ​ ​ລາວ​ຂະຫຍາຍຕົວ​ລົງ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ.

ມື້​ດຽວ​ກັນ,ທ່ານ​ຫຼີຈ້າວ​ຊິງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ກໍ​ໄດ້​ຝາກ​ໂທລະ​ເລກ​ອວຍພອນ​ໄປ​ຍັງ​ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ ລັດຖະມົນຕີ​ການ​ຕ່າງປະ​ເທດ​ລາວ.