|
 |
(GMT+08:00)
2005-12-01 20:26:01
|
 |
ກອງປະຊຸມຂັ້ນລັດຖະມົນຕີອາຊຽນກັບຈີນ ຍີ່ປຸ່ນແລະສ.ເກົາຫຼີກ່ຽວກັບການໂຈມຕີການຕ້ອງໂທດຂ້າມຊາດໄຂຂຶ້ນຢູ່ຮ່າໂນ້ຍຂອງຫວຽດນາມ
cri
Author: da
ຕາມຂ່າວສານຊິນຮວາ: ກອງປະຊຸມຂັ້ນລັດຖະມົນຕີອາຊຽນກັບຈີນ ຍີ່ປຸ່ນແລະສ.ເກົາຫຼີຄັ້ງທີ 2 ກ່ຽວກັບການໂຈມຕີການຕ້ອງໂທດຂ້າມຊາດໄດ້ໄຂຂຶ້ນຢູ່ຮ່າໂນ້ຍນະຄອນຫຼວງຫວຽດນາມໃນວັນທີ 30 ພະຈິກ. ກອງປະຊຸມໄດ້ກ້າວເຖິງຂັ້ນມີຄວາມຮັບຮູ້ຄືກັນກ່ຽວກັບການເພີ່ມທະວີການໂຈມຕີການເຄື່ອນໄຫວຕ້ອງໂທດຂ້າມຊາດ ໂດຍສະເພາະແມ່ນໂຈມຕີການເຄື່ອນໄຫວຂອງລັດທິກໍ່ການຮ້າຍສາກົນເປັນຕົ້ນ.
ທ່ານເມີ້ງຮົງເຫວີຍ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຂອງຈີນໄດ້ນຳພາຄະນະຜູ້ແທນຈີນເຂົ້າຮ່ວມກອງປະຊຸມ,ແລະເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂັ້ນລັດຖະມົນຕີອາຊຽນກັບຈີນກ່ຽວກັບການໂຈມຕີການຕ້ອງໂທດຂ້າມຊາດຄັ້ງປະຖົມມະເລີກ.
ໃນກອງປະຊຸມ 10 ບວກ 3 ,ຄະນະຜູ້ແທນຈີນໄດ້ບັນຍາຍນະໂຍບາຍແລະເຈດຈຳນົງທີ່ສະເໝີພາບ ໄຂປະຕູ ຮ່ວມມື ແລະໄດ້ຜົນທັງສອງຝ່າຍກ່ຽວກັບການໂຈມຕີການຕ້ອງໂທດຂ້າມຊາດ,ແລະວາງຂໍ້ສະເໜີລະອຽດກ່ຽວກັບການເພີ່ມທະວີການຮ່ວມມືໃນການປະຕິບັດກົດໝາຍແລະການອົບຮົມພະນັກງານ.ກອງປະຊຸມໄດ້ຜ່ານແຜນການວຽກງານໂຈມຕີການຕ້ອງໂທດຂ້າມຊາດຂອງກອງປະຊຸມ 10 ບວກ 3 .
|
|
|