|
 |
(GMT+08:00)
2005-12-01 20:56:51
|
 |
ເຈົ້າຊີວິດກຳປູເຈຍຊົງອະນຸມັດສົນທິສັນຍາເສັ້ນຊາຍແດນກຳປູເຈຍຫວຽດນາມສະບັບເພີ່ມເຕີມ
cri
ຕາມຂ່າວສານຊິນຮວາ,ວັນທີ30ພະຈິກ,ສົມເດັດນະໂລດົມ ສີຮະໂມນີ ເຈົ້າຊີວິດກຳປູເຈຍໄດ້ຊົງລົງລາຍເຊັນໃນພະລາຊະດຳລັດ,ອະນຸມັດປະກາດໃຊ້ສົນທິສັນຍາເພີ່ມເຕີບຂອງສົນທິສັນຍາຊາຍແດນລະຫວ່າງກຳປູເຈຍຫວຽດນາມກ່ຽວກັບເສັ້ນຊາຍແດນເມື່ອປີ1985.
ເຈົ້າຊີວິດສີຮະໂມນີແມ່ນລົງລາຍເຊັນໃນພະລາຊະດຳລັດອະນຸມັດສົນທິສັນຍາເພີ່ມເຕີບດັ່ງກ່າວໂດຍອີງຕາມລັດຖະທຳມະນູນກຳປູເຈຍແລະຂໍ້ສະເໜີຂອງທ່ານເຈຍຊິມປະທານສະພາສູງ,ສະເດັດລະນະລິດ ປະທານສະພາລາຊະດອນແລະທ່ານຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍ.
ສົນທິສັນຍາເພີ່ມເຕີບຂອງສົນທິສັນຍາກ່ຽວກັບເສັ້ນຊາຍແດນລະຫວ່າງກຳປູເຈຍຫວຽດນາມເມື່ອປີ1985ແມ່ນທ່ານຮຸນແຊນ ກັບທ່ານຟານວັນຂາຍ ນາຍົກລັດຖະມົນຕີຫວຽດນາມຮ່ວມກັນລົງນາມໃນເວລາທ່ານຢ້ຽມຢາມຫວຽດນາມເມື່ອວັນທີ10ພະຈິກ.ອີງຕາມສົນທິສັນຍາດັ່ງກ່າວ,ກຳປູເຈຍແລະຫວຽດນາມຈະກຳນົດເສັ້ນຊາຍແດນລະຫວ່າງສອງປະເທດໂດຍອີງຕາມແຜນທີ່ປີ1963ຫາປີ1969.ວຽກງານສຳຫຼວດເສັ້ນຊາຍແດນເທິງບົກຈະເຮັດສຳເລັດໃນປີ2008.
|
|
|