ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-01 22:16:33    
ຝ່າຍ​ຈີນ​ຖື​ທ່າ​ທີ​ເປີດ​ປະ​ຕູ​ຕໍ່​ຂໍ້​ສະ​ເໜີ​ທີ່​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ຂະ​ບວນ​ວິ​ວັດ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ

cri
ຕາມ​ຂ່າວcri,​ວັນ​ທີ1​ທັນ​ວາ​ໃນ​ງານ​ຊຸມ​ນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທ່ານ​ຊີນ​ກາງ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ທະ​ແນມ​ແຕ່​ແມ່ນ​ຂໍ້​ສະ​ເໜີ​ແລະ​ເຈດ​ຈຳ​ນົງ​ທີ່​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ຂະ​ບວນ​ວິ​ວັດ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ,​ຝ່າຍ​ຈີນ​ກໍ່ຈະ​ຖື​ທ່າ​ທີ​ເປີດ​ປະຕູ ທັງ​ນັ້ນ.

ໃນເວລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ​ຂອງ​ນັກ​ຂ່າວ,​ທ່ານ​ຊີນ​ກາງ​ເວົ້າ​ວ່າ,​ຝ່າຍ​ສ​.ເກົາ​ຫຼີ​ໄດ້​ວາງ​ຂໍ້​ສະ​ເໜີ​ຈຳ​ນວນ​ໜຶ່ງ​ກ່ຽວ​ກັບ​ບັນ​ຫາ​ຕ່າງໆ​ເຊັ່ນ​ຮູບ ການ​ກ່ຽວ​ກັບ​ການ​ຈັດ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ເປັນ​ຕົ້ນ,​ຝ່າຍ​ຈີນ​ຍິນ​ດີ​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ແລະ​ແລກ​ປ່ຽນ​ຫາ​ລື​ຢ່າງ​ແໜ້ນ​ແຟ້ນ​ກັບ​ບັນດາ​ຝ່າຍ​ກ່ຽວ​ກັບ​ເຮັດ​ແນວ​ໃດ​ຊຸກຍູ້​ຂະ​ບວນ​ວິ​ວັດ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ.

ຕາມ​ໄດ້​ຊາບ,​ທ່ານ​ຊົງ​ມີນ​ຊຸນ ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ສ.​ເກົາຫຼີ​ທີ່​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແລະ​ການ​ຄ້າ​ຂອງ​ສ.​ເກົາ​ຫຼີ​ຈະ​ມາ​ຢ້ຽມ​ຢາມ​ຈີນ​ໃນ​ວັນ​ທີ2​ທັນ​ວາ,​ທ່ານ​ຊົງ​ມິນ​ຊຸນ​ກັບ​ທ່ານ​ອູ​ດ້າ​ເວີຍ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຈະ​ປະ​ເມີນ​ສະ​ຖາ​ນະ​ການ​ທີ່​ກ່ຽວ​ຂ້ອງ​ໃນ​ສະ​ເພາະ​ໜ້າ​ນີ້,​ແລະ​ຫາ​ລື​ແຜນ​ການ​ທີ່​ກ່ຽວ​ຂ້ອງ​ແຫ່ງ​ການ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ຫົກ​ຝ່າຍ.