ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-01 22:38:33    
ເຄືອ​ຂ່າຍ​ວິ​ທະ​ຍຸ​ໂທ​ລະ​ພາບ​ມີ​ສາຍ​ຫວຽດ​ນາມ​ຮັບ​ລາຍ​ການ​ໂທ​ລະ​ພາບ​ທ້ອງ​ຖິ່ນ​ຂອງ​ຈີນ​ເປັນ​ຄັ້ງ​ທຳ​ອິດ

cri
ຕາມຂ່າວສານຈີນ,​ຫວ່າງ​ມໍ່ໆນີ້,​ລາຍ​ການ​ໂທ​ລະ​ພາບ​ຂອງ​ໂທ​ລະ​ພາບ​ດາວ​ທຽມ​ຢຸນ​ນານ​ຈີນ​ໄດ້​ເລີ່ມ ອອກ​ອາ​ກາດ​ຢ່າງ​ເປັນ​ທາງ​ການ​ໃນ​ເຄືອ​ຂ່າຍ​ວິ​ທະ​ຍຸ​ໂທ​ລະ​ພາບ​ມີ​ສາຍ​ຂອງ​ນະ​ຄອນ​ຮ່າ​ໂນ້ຍ​ແຫ່ງ​ຫວຽດ​ນາມ.​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ຂອງ​ແຂວງ​ຢຸນ​ນານ​ທີ່​ແປະ​ກັບ​ຫວຽດ​ນາມ​ກ່າວ​ວ່າ,​ຢຸນ​ນານ​ໄດ້​ກາຍ​ເປັນ​ແຂວງ​ທຳ​ອິດ​ຂອງ​ຈີນ​ທີ່​ເຂົ້າ​ສູ່​ເຄືອ​ຂ່າຍ​ໂທ​ລະ​ພາບ​ມີ​ສາຍ​ຂອງ​ປະ​ເທດ​ອາ​ຊຽນ.

ໃນ​ພິທີ​ອອກ​ອາ​ກາດ,​ທ່ານ​ຊີ​ຈ້ຽນ​ກົວ ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ຫວຽດ​ນາມ​ກ່າວ​ວ່າ,​ລາຍ​ການ​ໂທ​ລະ​ພາບ​ດາວ​ທຽມ​ຢຸນ​ນານ​ເຂົ້າ​ຮ່າ​ໂນ້ຍ​ເທື່ອ​ນີ້,​ຈະ​ເພີ່ມ​ຄວາມ​ເຂົ້າ​ໃຈ​​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ຢຸນ​ນານ​ກັບ​ຫວຽດ​ນາມ ເພີ່ມ​ທະ​ວີ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ຕື່ມ​ອີກ,​ແລະ​ໂຄ​ສະ​ນາ​ແຂວງ​ຢຸນ​ນານ​ໃຫ້​ດີກ​ວ່າ​ເກົ່າ.

ທ່ານ​ຫງວຽນ​ວຽດ​ຮັງ ຫົວ​ໜ້າ​ວິ​ທະ​ຍຸ​ໂທ​ລະ​ພາບ​ຮ່າ​ໂນ້ຍ​ກ່າວ​ວ່າ,​ຜູ້​ຊົມ ຫວຽດ​ນາມ​ມັກ​ເບິ່ງ​ລາຍ​ການ​ໂທ​ລະ​ພາບ​ຂອງ​ຈີນ​ທີ່​ສຸດ,​ໂທ​ລະ​ພາບ​ຮ່າ​ໂນ້ຍ​ເຄີຍ​ອອກ​ອາ​ກາດ​ລາຍ​ການ​ທ່ຽວ​ຢຸນ​ນານ​ທີ່​ຖ່າຍ​ທຳ​ໂດຍ​ໂທ​ລະ​ພາບ​ແຂວງ​ຢຸນ​ນານ,​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຜູ້​ຊົມ​ຮ່າ​ໂນ້ຍ​ຫຼາຍ.