ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-01 22:42:32    
ລັດ​ຖະ​ບານ​ຈີນ​ເອົາ​ໃຈ​ໃສ່​ໃນ​ລະ​ດັບ​ສູງ​ຕໍ່​ເຂດ​ພິ​ເສດ​ຮົງ​ກົງ​ພັດ​ທະ​ນາ​ລະ​ບອບ​ການ​ເມືອງ

cri Author: zhangshuo
ຕາມ​ຂ່າວCRI:ວັນ​ທີ1​ທັນວາ,​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ,​ທ່ານ​ຊິນ​ກ່າງ ​ໂຄ ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ແຕ່​ໃດ​ມາ​ລັດ​ຖະ​ບານ​ຈີນ​ກໍ​ເອົາ​ໃຈ​ໃສ່​ໃນ​ລະ​ດັບ​ສູງ​ແລະ​ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ​​ເຂດ​ພິ​ເສດ​ຮົງ​ກົງ​ພັດ​ທະ​ນາ​ລະ​ບອບ​ການ​ເມືອງ​ຂອງ​ຮົງ​ກົງ ​ຢ່າງ​ຄ່ອຍ​ເປັນ​ຄ່ອຍ​ໄປ​ໂດຍ​ອີງ​ຕາມ​ຂໍ້​ກຳ​ນົດ​​ໃນ​ກົດ​ໝາຍ​ພື້ນ​ຖານ​ແລະ​ສະ​ພາບ​ຕົວ​ຈິງ​ຂອງ​ຮົງ​ກົງ.

ຕາ​ມຂ່າວ​ແຈ້ງວ່າ,ວັນ​ທີ29​ພະ​ຈິກ,ທ່ານ​ນາງ​ໄລ​ສ໌ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ພົບ​ປະ​ທ່ານ​ຫຼີ​ຈູ້​ມີງ ສະ​ມາ​ຊິກ​ສະ​ພາ​ນິ​ຕິ​ບັນ​ຍັດ​ຮົງ​ກົງ​ສັງ​ກັດ​ພັກ​ປະ​ຊາ​ທິ​ປະ​ໄຕ​​ທີ່​ໄປ ຢ້ຽມ​ຢາມ​ອາ​ເມ​ລິ​ກາ.​ຫຼັງ​ການ​ພົບ​ປະ,​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ, ອາ​ເມ​ລິ​ກາ​ສະ​ໜັບ​ສະ​ໜູນ​ປະຊາ​ທິປະ​ໄຕ​ແລະ​ການ​ເລືອກ​ຕັ້ງ​ທົ່ວ​​ໄປ​ຂອງ​ຮົງ​ກົງ.​ໃນ​ເວລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ​ຂອງ​ນັກ​ຂ່າວ,ທ່ານ​ຊິນ​ກ່າງ​ກ່າວ​ວ່າ,​ວຽກ​ງານ​ຮົງ​ກົງ​ແມ່ນ​ວຽກ​ພາຍ​ໃນ​ຂອງ​ຈີນ,​ຈີນ​ຄັດ​ຄ້ານ​ປະ​ເທດ​ໃດໆ​ແຊກ​ແຊງ.​ຝ່າຍ​ຈີນ​ເຊື່ອ​ໝັ້ນ​ວ່າ,​ທະ​ແນມ​ແຕ່​ບຸກ ຄົນ​ວົງການຕ່າງໆ​ຂອງ​ສັງ​ຄົມ​ຮົງ​ກົງ​​ເລີ່​ມ​ຈາກ​ພາບ​ສ່ວນໃຫຍ່​ທີ່​ຊຸກ​ຍູ້​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ສະ​ຖຽນ​ລະ​ພາບ​ເປັນ​ເວລາ​ຍາວ​ນານ​ຂອງ​ຮົງ​ກົງ,ສະ​ແຫວງ​ຫາ​ຄວາມ​ຮັບ​ຮູ້​ຄື ກັນ,​ແລ້ວ​ກໍ​ຈະ​ສາ​ມາດ​ຊຸກ​ຍູ້​ລະ​ບອບ​ການ​ເມືອງ​ຂອງ​ຮົງ​ກົງ​ກ້າວ​ໄປ​ໜ້າ​ຢ່າງ​ໝັ້ນ​ທ່ຽງ ໜັກ​ແໜ້ນ​ແລະ​ມີ​ລະ​ບຽບ,​ຕັ້ງ​ໜ້າ​ສ້າງ​ເງື່ອນ​ໄຂ​​ແກ່​ການ​ບັນ​ລຸ​​ເປົ້າ​ໝາຍ​ເລື​ອກ​ຕັ້ງ​ຜູ້​ວ່າ​ການ​ບໍ​ລິ ຫານ​ແລະ​ສະ​ມາ​ຊິກ​ທຸກ​ຖ້ວນ​ໜ້າ​ຂອງ​ສະ​ພາ​ນິ​ຕິ​ບັນ​ຍັດ​ໂດຍ​ກົງ​ເຊິ່ງ​ກຳ​ນົດ​ໄວ້​ໃນ​ກົດ​ໝາຍ​ພື້ນ​ຖານ​ນັ້ນ​ໃນ​ທີ່​ສຸດ.