|
|
(GMT+08:00)
2005-12-02 16:11:16
|
|
ການແຂ່ງຂັນມະນຸດກົນທີ່ຈັດຂຶ້ນໂດຍນັກສຶກສາ
cri
ຕາມຂ່າວCRI,ມະນຸດກົນແມ່ນໜຶ່ງໃນການປະດິດສ້າງທີ່ຍິ່ງໃຫຍ່ກວ່າໝູ່ຂອງມະນຸດໃນສະຕະວັດທີ 20,ຍ້ອນວ່າການບຳລຸງສ້າງຊາວໜຸ່ມເຍົາວະຊົນໃຫ້ມີຄວາມສົນໃຈແລະນິຍົມຊົມຊອບຕໍ່ການພັດທະນາແລະຄົ້ນຄວ້າມະນຸດກົນສາມາດສະສົມຜູ້ມີຄວາມຮູ້ຄວາມສາມາດໃຫ້ແກ່ການພັດທະນາອຸດສາຫະກຳມະນຸດກົນ,ສະນັ້ນ ວຽກງານລາຍນີ້ຈຶ່ງໄດ້ຮັບຄວາມເອົາໃຈໃສ່ຈາກຫຼາຍປະເທດ. ຈີນກໍຄືກັນ.
ທີມທີ່ເຂົ້າຮ່ວມການແຂ່ງຂັນຮອບນີ້ມາຈາກມະຫາວິທະຍາໄລ 39 ແຫ່ງຂອງຈີນ,ນ້ຳໜັກລວມຂອງມະນຸດກົນຂອງແຕ່ລະທິມບໍ່ໃຫ້ເກີນ 50 ກິໂລ,ທຳມະດາແລ້ວ,ແຕ່ລະທິມສາມາດແຕ່ງມະນຸດກົນ 4 – 5 ເຄື່ອງເຂົ້າຮ່ວມການແຂ່ງຂັນ. ມະນຸດກົນທັງໝົດທີ່ເຂົ້າຮ່ວມການແຂ່ງຂັນ,ແຕ່ການອອກແບບຮອດການລົງມືເຮັດລ້ວນແຕ່ແມ່ນນັກສຶກສາສຳເລັດເອົາເອງ.
ການແຂ່ງຂັນໃຊ້ລະບອບຄັດຕົກ,ມີກະຕິກາແນວນີ້ຄື: ສອງຝ່າຍທີ່ເຂົ້າຮ່ວມການແຂ່ງຂັນຝ່າຍໃດມີລູກບານໜັງ 32 ໜ່ວຍວາງໄວ້ຢູ່ໜ້າດິນຂອງສະໜາມແຂ່ງຂັນ. ບັນດານັກກິລາສາມາດໃຊ້ຮູບການຕ່າງໆ,ຄວບຄຸມມະນຸດກົນທີ່ຕົນຄົ້ນຄວ້າຜະລິດນັ້ນຍົກເອົາບານເຫຼົ່ານີ້ໄປໄວ້ຢູ່ໃນພາດຊະນະ 9 ໜ່ວຍທີ່ມີຄວາມສູງແລະຮູບຊົງຕ່າງກັນພາຍໃນເວລາກຳນົດ,ຝ່າຍໃດໄວ້ບານເຂົ້າຫຼາຍກວ່າ,ຝ່າຍນັ້ນກໍໄດ້ຈະຮັບໄຊຊະນະ.
ນັກຂ່າວໄດ້ຊົມການແຂ່ງຂັນນັດໜຶ່ງ. ໄດ້ເຫັນວ່າຫຼັງຈາກການແຂ່ງຂັນເລີ່ມຕົ້ນແລ້ວ,ມະນຸດກົນທີ່ປະກົດຕົວໃນສະໜາມແຂ່ງຂັນນັ້ນແມ່ນຕ່າງກັນ,ບາງເຄື່ອງພັດປະມານ 1,7 ແມັດ; ບາງເຄື່ອງນ້ອຍແຕ່ໄຫວພິບ,ສູງພຽງແຕ່ປະມານ 30 ຊັງຕີແມັດ; ບາງເຄື່ອງແມ່ນມະນຸດກົນອັດຕະໂນມັດ,ບາງເຄື່ອງແມ່ນຕ້ອງການນັກກິລາຄວບຄຸມຢູ່ທາງໄກ… ໃນການແຂ່ງຂັນ,ຕໍ່ພາດຊະນະທີ່ຂ້ອນຂ້າງສູງ,ມະນຸດກົນບາງເຄື່ອງກໍໃຊ້ແຂນຈັກຍົກເອົາບານໄປໄວ້ຢູ່ໃນພາດຊະນະ,ບາງເຄື່ອງພັດຍິງລູກບານເຂົ້າໃນພາດຊະນະຢ່າງແມ່ນຢຳຄືຍິງລູກລະເບີດ.
ມະນຸດກົນເລກ"ຈູ່ນຈູ"ຂອງມະຫາວິທະຍາໄລເຈີ້ຈ່ຽງແມ່ນມະນຸດກົນຂະໜາດນ້ອຍທີ່ຄວບຄຸມດ້ວຍມື,ມັນຮັບຜິດຊອບການຍົກເອົາລູກບານໄປໄວ້ໃນພາດຊະນະທີ່ຕ່ຳແລະມີເນີນຄ້ອຍ. ມະນຸດກົນທີ່ເບິ່ງຊົງຄືວ່າອັດສະຈັນແລະສັບສົນ,ແຕ່ໃນການຄົ້ນຄວ້າຜະລິດນັ້ນ,ພັດໄດ້ໃຊ້ຫຼັກມູນວິທະຍາສາດທີ່ເຫັນໂດຍທົ່ວໄປ. ທ້າວຈ່າງຈູ້ນ ນັກສຶກສາຜູ້ອອກແບບມະນຸດກົນເລກ"ຈູ່ນຈູ"ແນະນຳວ່າ:
"ການຄົ້ນຄວ້າຜະລິດມະນຸດກົນເຄື່ອງນີ້ແມ່ນນຳໃຊ້ຫຼັກມູນທຳມະດາສາມັນທັງນັ້ນ,ຕົວຢ່າງຄືຫຼັກມູນຂອງຈັກກ່ຽວເຂົ້າ,ພວກເຮົາໃຊ້ເຄື່ອງໜຶ່ງຄ້າຍຄືຈັກກ່ຽວເຂົ້າ,ໃຫ້ມະນຸດກົນສາມາດເຂ່ຍລູກບານແລະຄວບຄຸມໄວ້,ແລ້ວໃຊ້ຫຼັກມູນຂອງສາຍສົ່ງ,ອາໃສແຮງຂັດສີຍົກເອົາລູກບານຂຶ້ນມາ,ເຮັດໃຫ້ລູກບານສູງກວ່າພາດຊະນະ,ແລ້ວນຳໃຊ້ເນີນຄ້ອຍເຮັດໃຫ້ລູກບານກິ້ງລົງໃສ່ພາດຊະນະ."
ໃນການແຂ່ງຂັນ,ນອກຈາກຕ້ອງຍົກເອົາລູກບານຂອງຝ່າຍຕົນເຂົ້າໃນພາດຊະນະໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ແລ້ວ,ຍັງຕ້ອງຊອກຫາວິທີບໍ່ໃຫ້ຄູ່ແຂ່ງຂັນສົ່ງລູກບານເຂົ້າພາດຊະນະ,ໝາຍຄວາມວ່າ,ມະນຸດກົນບໍ່ພຽງແຕ່ຕ້ອງຮູ້ບຸກໂຈມຕີທໍ່ນັ້ນ,ຍັງຕ້ອງຮູ້ການປ້ອງກັນອີກດ້ວຍ. ມະນຸດກົນເລກ"ຈູ່ນຈູ"ຂອງມະຫາວິທະຍາໄລເຈີ້ຈ່ຽງທີ່ພວກເຮົາກ່າວມາຂ້າງເທິງນີ້ກໍມີພັດລົມທີ່ຕິດຕັ້ງໃນເຄື່ອງເປັນອາວຸດ. ທ້າວຈ່າງຈູ້ນໄດ້ແນະນຳຜົນປະໂຫຍດອັດສະຈັນຂອງພັດລົມນີ້ວ່າ:
"ພັດລົມນີ້ບໍ່ຄືພັດລົມທຳມະດາ,ມັນໄດ້ໃຊ້ໝາກປີ່ນໃນຮູບຈຳລອງ ເຮືອບິນ,ລົມທີ່ພັດອອກມາຂ້ອນຂ້າງໂຮມສູນ,ເຊິ່ງສາມາດພັດເອົາບານທີ່ຝ່າຍກົງກັນຂ້າມໂຍນເຂົ້າໃນພາດຊະນະທີ່ຂ້ອນຂ້າງຕື້ນແລ້ວນັ້ນອອກມາ."
ນອກຈາກພັດລົມແບບໝາກປີ່ນຊະນິດນີ້ແລ້ວ,ມະນຸດກົນຍັງມີອາວຸດຫຼາຍຢ່າງຫຼາຍແນວ. ຕົວຢ່າງຄືມະນຸດກົນບາງເຄື່ອງມີຕາຂ່າຍ,ພາຍຫຼັງສົ່ງລູກບານເຂົ້າໃນພາດຊະນະແລ້ວ,ກໍວາງຕາຂ່າຍຢູ່ເທິງພາດຊະນະ,ເຮັດໃຫ້ຄູ່ແຂ່ງຂັນບໍ່ສາມາດໂຍນລູກບານເຂົ້າໃນພາດຊະນະອີກ; ມະນຸດກົນຕົວສູງບາງເຄື່ອງມັກຕຳຄູ່ແຂ່ງຂັນໃຫ້ລົ້ມລົງ,ມະນຸດກົນນ້ອຍບາງເຄື່ອງຍັງຮູ້ວາງສິ່ງກີດຂວາງບົນເສັ້ນທາງທີ່ຄູ່ແຂ່ງຂັນຕ້ອງຜ່ານແລະອື່ນໆ.
ການແຂ່ງຂັນເທື່ອນີ້ແມ່ນການແຂ່ງຂັນມະນຸດກົນຂອງນັກສຶກສາທີ່ຈີນຈັດຂຶ້ນຄັ້ງທີ 4 ແລ້ວ. ໃນທີ່ສຸດ,ທິມມະຫາວິທະຍາໄລວິທະຍາສາດເຕັກໂນໂລຢີປັກກິ່ງໄດ້ເປັນແຊມປຽນ. ທ່ານສາດສະດາຈານຈົ່ງຮວາກວ່າງແມ່ນຫົວໜ້າຂອງຄະນະກຳມະການປະກວດຂອງການແຂ່ງຂັນເທື່ອນີ້,ເລີ່ມແຕ່ການແຂ່ງຂັນຄັ້ງທຳອິດ,ທ່ານກໍເປັນກຳມະການປະກວດຕະຫຼອດມາ,ທ່ານເວົ້າວ່າ,
"ເມື່ອສັງເກດຈາກສະພາບການແຂ່ງຂັນແລ້ວ,ຂ້າພະເຈົ້າຮູ້ສຶກວ່າລະດັບຂອງມະນຸດກົນທີ່ນັກສຶກສາອອກແບບນັ້ນນັບມື້ນັບສູງຂຶ້ນ. ຫົວຄິດປະດິດສ້າງຂອງນັກສຶກສາທັງຫຼາຍແມ່ນດີຫຼາຍ,ລະດັບກຳມະວິທີການຜະລິດຂອງມະນຸດກົນກໍສູງຂຶ້ນ; ແນວຄິດຍຸດທະສາດຍຸດທະວິທີທີ່ນຳໃຊ້ໃນການແຂ່ງຂັນກໍໄດ້ສູງກວ່າເມື່ອກ່ອນ."
|
|
|