ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-02 16:23:49    
ທ່ານ​ວັງ​ຈ້າຍ​ຊີ່​ເວົ້າ​ວ່າ ບັນ​ຫາ​ໄຕ້​ຫວັນ​ບໍ່​ອະ​ນຸ​ຍາດ​ໃຫ້​ຕ່າງ​ປະ​ເທດ​ແຊກ​ແຊງ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 1 ທັນວາ ຢູ່​ວໍ​ຊິງ​ຕັນ ທ່ານ​ວັງ​ຈ້າ​ຍຊີ່ ຮອງ​ຫົວໜ້າຫ້ອງການ​ວຽກ​ງານໄຕ້​ຫວັນຂອງ​ລັດຖະບານ​ຈີນ​ກ່າວ​ເນັ້ນວ່າ,ບັນຫາ​ໄຕ້​ຫວັນ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ທັງ​ນັ້ນ,​ເດັດຂາດ​ບໍ່​ອະນຸຍາດ​ໃຫ້​ຕ່າງປະ​ເທດ​ແຊກ​ແຊງ.

ທ່ານ​ວັງ​ຈ້າຍ​ຊີ່​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​​ເວລາສົນທະນາກັບ​ຊາວ​ຈີນ​ຕ່າງ​ດ້າວ​ແລະ​ຜູ້​ແທນ​ວົງ​ການ​ການ​ສຶກສາ​ຢູ່​ທ້ອງ​ຖິ່ນ.ທ່ານ​ຍັງ​ເວົ້າວ່າ,ປີ 2005,ສະຖານະ​ການ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ຕັ້ງໜ້າ. ​ແຕ່​ອິດ​ທິກຳລັງແບ່ງ​ແຍກ​ໄຕ້​ຫວັນ​ເປັນ​ເອກະລາດ​ ພັດ​ບໍ່​ໄດ້​ຢຸດ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​​ຈັກ​ເທື່ອ. ຍ້ອນ​ວ່າ​​ເຈົ້າໜ້າ​ທີ່​ໄຕ້​ຫວັນ​ປະຕິ​ເສດ​ບໍ່​ຮັບຮອງຫຼັກການ​ຈີນ​ດຽວ,ບໍ່​ຮັບ​ຮອງ"ມະຕິ​ເອກະສັນ​ປີ 1992"ທີ່​ສ່ອງ​ແສງ​ໃຫ້​ເຫັນ​ຫຼັກການ​ຈີນ​ດຽວ,ຈຶ່ງ​ເຮັດ​ໃຫ້ການ​ສົນທະນາ​ແລະ​ການ​ເຈລະຈາ​ລະຫວ່າງ​ສອງ​ຝັ່ງ​ ຟື້ນ​ຟູ​ບໍ່​ໄດ້.

ທ່ານ​ວັງ​ຈ້າຍ​ຊີ່​ເວົ້າວ່າ,​ແຜ່ນດິນ​ໃຫຍ່​ປະ​ເທດ​ຊາດມີ​ຄວາມ​ຈິງ​ໃຈ​ແລະ​ຄວາມ​ອົດທົນ​ຕໍ່​ການ​ຟື້ນ​ຟູ​ການ​ສົນທະນາ​ແລະ​ການ​ເຈລະຈາລະຫວ່າງ​ສອງ​ຝັ່ງ​ແລະ​ຊຸກຍູ້​ການ​ໂຮມ​ສອງ​ຝັ່ງ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ໂດຍ​ສັນຕິ,ປະຕູ​​ແຫ່ງ​ການສົນທະນາ​ແລະ​ເຈລະຈາ​ກັບ​ເຈົ້າໜ້າ​ທີ່​ໄຕ້​ຫວັນຍັງ​ເປີດ​ຢູ່. ທະ​ແນມ​ແຕ່​ເຈົ້າໜ້າ​ທີ່​ໄຕ້​ຫວັນ​ຮັບຮອງ"ມະຕິ​ເອກະສັນປີ 1992",ການ​ສົນທະນາ​ແລະ​ການ​ເຈລະຈາ​ລະຫວ່າງ​ສອງ​ຝັ່ງ​ກໍ​ຈະ​ຟື້ນ​ຟູ​​ໃນ​ທຸກ​ເວລາ​ໄດ້,ບໍ່​ໜຳບັນຫາ​ໃດໆ​ກໍ​ເຈລະຈາ​ກັນ​ໄດ້. ຫຼັກໝັ້ນດັ່ງກ່າວ​ແມ່ນ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ,ຕໍ່​ໄປ​ພາຍ​ໜ້າ ກໍ່​ບໍ່​ຫ່ອນ​ຈະປ່ຽນ​ແປງ.