ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-02 20:44:31    
ຈີນ​ກັບ​ສິງ​ກະ​ໂປ​ເຊັນ​ສັນ​ຍາ​ວ່າ​ດ້ວຍ​ການ​ຂົນ​ສົ່ງ​ທາງ​ອາ​ກາດ​ສະ​ບັບ​ໃໝ່

cri
ຕາມ​ຂ່າວ​ສານ​ຊີນຮວາ,ຫວ່າງ​ກ່ອນ​ນີ້​ຢູ່​ປັກ​ກິ່ງ,​ເຈົ້າ​ໜ້າ​ທີ່​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ການ​ບິນ​ພົນລະ​ເຮືອນ​ຂອງ​ຈີນ​ແລະ​ສິງ​ກະ​ໂປ​ໄດ້​ເຊັນ​ບົດ​ບັນທຶກ​ຊ່ອຍ​ຈຳ​ຄວາມ​ເຂົ້າ​ໃຈ​ກັນ​ກ່ຽວ​ກັບ​ການ​ເປີດ​ກວ້າງ​ການ​ຈັດ​ວາງ​ການ​ຂົນ​ສົ່ງ​ທາງ​ອາ​ກາດ​ລະ​ຫວ່າງ​ຈີນ​ກັບ​ສິງ​ກະ​ໂປ.

ອີງ​ຕາມ​ບົດ​ບັນ​ທຶກ​ດັ່ງ​ກ່າວ,​ສອງ​ຝ່າຍ​ຈະ​ເປີດ​ຕະ​ຫຼາດ​ຂົນ​ສົ່ງ​ທາງ​ອາກາດ​ລະຫວ່າງ​ສອງ​ປະ​ເທດ​ຕໍ່​ກັນ,ວິ​ສາ​ຫະກິດ​ຂົນ​ສົ່ງ​ທາງ​ອາກາດ​ຂອງ​ສອງ​ຝ່າຍ​ສາ​ມາດ​ທຸ​ລະ​ກິດ​ຖ້ຽວ​ບິນ​ໂດຍ​ສານ​ແລະ​ຂົນ​ສົ່ງ​ເຄື່ອງ​ຂອງ​ຈາກ ບ່ອນ​ໃດໆ​ພາຍ​ໃນ​ປະ​ເທດ​ຕົນ​ໄປ​ສູ່ບ່ອນ​ໃດໆ​ຂອງ​ປະ​ເທດ​ກົງ​ກັນ​ຂ້າມ​ຢ່າງ​ບໍ່​ຖືກ​ຈຳ​ກັດ,​ຈຳ​ນວນ​ຖ້ຽວ​ບິນ​ກໍ່​ບໍ່​ຈຳ​ກັດ.

ບຸກຄົນ​ພາຍ​ໃນ​ຂະ​ແໜງ​ການ​ຊີ້​ອອກ​ວ່າ,​ການ​ເຊັນ​ສັນ​ຍາ​ວ່າ​ດ້ວຍ​ການ​ຈັດ​ວາງ​ການ​ຂົນ​ສົ່ງ​ທາງ​ອາ​ກາດ​ຈີນ​ສິງ​ກະ​ໂປ​ເທື່ອນີ້,​ຈະ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຂົນ​ສົ່ງ​ທາງ​ອາ​ກາດ​ເປີດ​ກວ້າງ​ກິດ​ຈະ​ການ​ຂົນ​ສົ່ງ​ໂດຍ​ສານ​ແລະ​ເຄື່ອງ​ຂອງ,​ແລະ​ກໍ່​ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ການ​ທ່ອງ​ທ່ຽວ​ແລະ​ການ​ໄປ​ມາ​ຫາ​ສູ່​ກັນ​ດ້ານ​ບຸກ ຄະ​ລາ​ກອນ​ຂອງ​ສອງ​ປະ​ເທດ.

ໃນຫຼາຍ​ປີມານີ້,​ການ​ພົວ​ພັນ​ການ​ບິນ​ພົນ​ລະ​ເຮືອນ​ລະ​ຫວ່າງ​ຈີນ​ກັບ​ສິງ​ກະ​ໂປ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.​ປີ​2004,​ຜູ້​ໂດຍ​ສານ​ທີ່​ວິ​ສາ​ຫະ​ກິດ​ຂົນ​ສົ່ງ​ທາງ​ອາ​ກາດ​ຂອງ​ສອງ​ຝ່າຍ​ຮັບ​ສົ່ງ​ໃນ​ສາຍ​ການ​ບິນ​ຈີນ​ສິງ​ກະ​ໂປ​ນັ້ນ​ໄດ້​ບັນລຸ​1​ລ້ານ​8​ແສນ​7​ໝື່ນ​ເທື່ອ​ຄົນ.