ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-02 21:27:14    
ນາ​ຍົກ​ລັດ​ຖະ​ມົນ​ຕີນ​ຈີນ​ເຢຍ​ລະ​ມັນ​ເປັນ​ເອ​ກະ​ສັນ​ກັນ​ກ່າວ​ວ່າ​ຈະ​ຊຸກ​ຍູ້​ການ​ພົວ​ພັນ​ຂອງ​ສອງ​ປະ​ເທດ​ໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ

cri
ຕາມ​ຂ່າວ​ສານ​ຊີນ​ຮວາ,​ຕອນ​ຄ່ຳ​ວັນ​ທີ1​ທັນ​ວາ,​ທ່ານ​ເວີ່ນ​ເຈຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ໂທ​ລະ​ສັບ​ລົມ​ກັບ​ທ່ານ​ນາງ​ເມີ​ເກນ​ນາ​ຍົກ​ລັດ​ຖະ ມົນ​ຕີ​ເຢຍ​ລະ​ມັນ,​ຊົມ​ເຊີຍ​ທ່ານ​ນາງ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ນາ​ຍົກ​ເຢຍ​ລະ​ມັນ​ແລະ​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ເສີມ​ສ້າງ​ການ​ພົວ​ພັນ​ໄມ​ຕິ​ຈິດ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ເຢຍ​ລະ​ມັນ​ຕື່ມ​ອີກ.​ສອງ​ຝ່າຍ​ເປັນ​ເອ​ກະ​ສັນ​ກັນ​ກ່າວ​ວ່າ​ຈະ​ພ້ອມ​ກັນ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ພົວ​ພັນ​ຈີນ​ເຢຍ​ລະ​ມັນ​ໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ເວີ່ນ​ເຈຍ​ປາວ​ກ່າວ​ລື້ມວ່າ,​ລັດ​ຖະ​ບານ​ຈີນ​ຈະ​ເອົາ​ໃຈ​ໃສ່​ນຳ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ກັບ​ເຢຍ​ລະ​ມັນ​ຄື​ແຕ່​ເກົ່າ​ເມືອ​ຫຼັງ.​ທ່ານ​ຫວັງ​ໃຫ້​ຂັ້ນ​ສູງ​ຂອງ​ສອງ​ຝ່າຍ​ຮັກ​ສາ​ການ​ໄປ​ມາ​ຫາ​ສູ່​ກັນ,​ເພີ່ມ​ທະ​ວີ​ການ​ສົນ​ທະ​ນາ​ແລະ​ປຶກ​ສາ​ຫາ​ລື​ກັນ​ທາງ​ການ​ເມືອງ,​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ຮ່ວມ​ມື​ຂອງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ,​ເຕັກ​ນິກ​ວິ​ທະ​ຍາ​ສາດ,​ການ​ສຶກ​ສາ, ວັດ​ທະ​ນະ​ທຳ​ແລະ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ເປັນ​ຕົ້ນ.

ທ່ານນາງ​ເມີເກນ​ກ່າວ​ເນັ້ນ​ວ່າ,​ລັດຖະ​ບານ​ຊຸດ​ໃໝ່​ຂອງ​ເຢຍ​ລະ​ມັນ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຈີນ​ດຽວ​ຢ່າງ​ໝັ້ນ​ໜຽວ,​ຫວັງ​ຢາກ​ເດີນ​ຕາມ​ໂຄ​ຈອນ​ທີ່​ການ​ພົວ​ພັນ​ເຢຍ​ລະ​ມັນ​ຈີນ​ຂະ​ຫຍາຍ​ຕົວ​ຢ່າງ​ສະ​ດວກ​ໃນ​ຫຼາຍ​ປີ​ມາ​ນີ້,​ເປີດ​ກວ້າງ​ແລະ​ລົງ​ເລິກ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ທຸກ​ຂົງ​ເຂດ​ຢ່າງ​ບໍ່​ຢຸດ​ຢັ້ງ.