ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-02 21:36:28    
ໂຄງ​ການ​ເອົາ​ໃຈ​ໃສ່​ນຳ​ເດັກ​ນ້ອຍ​ທີ່​ອົງ​ການ​ຢູ​ນີ​ເຊັຟ​ສະ​ຫະ​ປະ​ຊາ​ຊາດ​ທົດ​ລອງ​ຢູ່​ຈີນ​ໄດ້​ຮັບ​ໝາກຜົ​ນ​ຢ່າງ​ເດັ່ນ​ຊັດ

cri Author: zhangshuo
ຕາມ​ຂ່າວCRI:ວັນ​ທີ2​ທັນວາ,ນັກຂ່າວ​ໄດ້​ຊາບ​ຈາກ​ງານ​ສຳ​ມະ​ນາຄັ້ງໜຶ່ງ​ທີ່ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ​ວ່າ,​​​ເມື່ອ​ໄດ້​ປະ​ຕິ​ບັດ​ມາ​ເປັນ​ເວລາ​ຫ້າ​ປີ​ແລ້ວ,​ໂຄງ​ການ​ເອົາ​ໃຈ​ໃສ່​ນຳ​ເດັກ​ນ້ອຍ​ທີ່​ຊື່ວ່າ "​ການ​ສະ​ໜັບ​ສະ​ໜູນ​ຂອງ​ຄອບ​ຄົວ​ແລະ​ຄຸ້ມ​ເຮືອນ​ຢູ່"ທີ່​ອົງ​ການ​ຢູນີ​ເຊັຟ​ສະ​ຫະ​ປະ​ຊາ​ຊາດ​ທົດ​ລອງ​ຢູ່​ຈີນ​ໄດ້​ຮັບ​ໝາກ​ຜົນ​ຢ່າງ​ເດັ່ນ​ຊັດ.

​ໂຄງການ​ດັ່ງກ່າວ​ແມ່ນ​ອົງການ​ຢູນີ​ເຊັຟສະຫະ​ປະຊາ​ຊາດ​ກັບ​ຄະນະ​ກຳມະການການ​ພັດ​ທະ​ນາ​ແລະ​ການ​ປະ​ຕິ​ຮູບ​ແຫ່ງ​ລັດ​ຈີນ​ຮ່ວມ​ກັນ​ປະຕິບັດ,​ເລີ່​ມ​ແຕ່​ປີ2001,​ແລະ​ສິ້ນ​ສຸດ​ລົງ​​ໃນ​ປີ​ນີ້.​ໂຄງ​ການ​ດັ່ງ​ກ່າວ​ຕ່າງໄດ້​ເລືອກ​ເອົາ​ຄຸ້ມ​​ເຮືອນ​ຢູ່​ແຫ່ງ​ໜຶ່ງ​ຂອງ​ນະ​ຄອນ​ປັກ​ກິ່ງ ທຽນ​ສິນ​ແລະ​ຊຽງ​ໄຮ້​ເປັນ​ຈຸດ​ທົດ​ລອງ,​ຄົ້ນ​ຄວ້າ​ກົນ​ໄກ​​ໃໝ່​ແຫ່ງ​ການ​ບໍ​ລິ​ການ​ເດັກ​ນ້ອຍ​​ໃນ​ຄຸ້ມ​ເຮືອນ​ຢູ່.

ໂຄງການ​ດັ່ງກ່າວ​ຜ່ານຈາກ​ການ​ໂຄສະນາ"ສົນທິສັນຍາ​ສິດ​ປະ​ໂຫຍດ​ຂອງ​ເດັກ​ນ້ອຍ"ຂອງ​ສະ​ຫະ​ປະ​ຊາ​ຊາດ​ໃນ​ຄຸ້ມ​​ເຮືອນ​ຢູ່,​ຍົກ​ອັດ​ຕາ​ຮູ້​ຈັກ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ​ໃຫ້​ສູງ​ຂຶ້ນ;​ຊັກ​ນຳ​ຊາວ​ໜຸ່ມ​ຜູ້​ອາ​ສາ​ສະ​ໝັກ​ຮັບ​ໃຊ້​ເດັກ​ນ້ອຍ​ເຍົາ​ວະ​ຊົນ;​ສ້າງ​ຕັ້ງ​ສູນ​ພັດ​ທະ​ນາ​ເດັກ​ນ້ອຍ​ໃນ​ຄຸ້ມ​ເຮືອນ​ຢູ່,​ພະ​ຍາ​ຍາມ​ປົວ​ແປງ​ຈິນ​ຕະ​ນາ​ການ​ສຶກ​ສາ​ແລະ​ສິ່ງ​ແວດ​ລ້ອມ​ໃນ​ການ​ເຕີບ​ໃຫຍ່​ຂອງ​ເດັກ​ນ້ອຍ​ໃຫ້​ດີ​ຂຶ້ນ,​ເຊິ່ງ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ຄອບ​ຄົວ​ໃນ​ເຂດ​ທົດ​ລອງ.