ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-02 21:36:38    
ຜູ້​ຊ່ຽວ​ຊານ​ອົງ​ການ​ອະ​ນາ​ໄມ​ໂລກ​ຍ້ອງ​ຍໍ​ສັນ​ລະ​ເສີນ​ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ໄຂ້​ຫວັດ​ສັດ​ປີກ​ຂອງ​ແຂວງ​ອານ​ຫຸ່ຍ​ຈີນ

cri
ຕາມ​ຂ່າວສານ​ຊີນຮວາ,​ແຕ່​ວັນ​ທີ​28​ຫາ​ວັນ​ທີ30​ພະ​ຈິກ,​ໜ່ວຍ​ກວດ​ກາ​ຮ່ວມ​ທີ່​ປະ​ກອບ​ດ້ວຍ​ຜູ້​ຊ່ຽວ​ຊານ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ແລະ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຈີນ​ໄດ້​ກວດ​ກາ​ວຽກ​ງານ​ຮັບ​ມື​ກັບ​ກໍ​ລະ​ນີ​ຄົນ​ເປັນ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ຂອງ​ແຂວງ​ອານ​ຫຸ່ຍ​ຈີນ.​ຜູ້​ຊ່ຽວ​ຊານ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ຂອງ​ແຂວງ​ອານ​ຫຸ່ຍ.

ຜູ້​ຮັບຜິດຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​ໜ່ວຍ​ກວດ​ກາ​ເຫັນ​ວ່າ,​ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ​ຂອງ​ແຂວງ​ອານ​ຫູ່ຍ​ໄດ້​ເອົາ​ໃຈ​ໃສ່​ທີ່​ສຸດ​ນຳ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ຄົນ​ເປັນ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ,​ໄດ້​ສ້າງ​ສູນ​ບັນ​ຊາ​ການ​ທີ່​ບັງ​ເກີດ​ຜົນ​ທີ່​ສຸດ,​ໄດ້​ເຮັດ​ວຽກ​ຢ່າງ​ຫຼວງ​ຫຼາຍ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ຄົນ​ເປັນ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ.​ໄດ້​ພົບ​ຄົນ​ເປັນ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ໃນ​ເວລາ​ສັ້ນໆ,​ແລະ​ຮູ້​ຜົນ​ກວດ​ກາ​ອັນ​ແມ່ນ​ຢຳ​ໃນ​ເວລາ​ສັ້ນ​ທີ່​ສຸດ,​ແລະ​ໄດ້​ຮັບ​ຄວາມ​ຢືນ​ຢັນ​ຈາກ​ຫ້ອງ​ທົດ​ລອງ​ຂອງ​ສູນ​ປ້ອງ​ກັນ​ແລະ​ຄວຍ​ຄຸມ​ພະ​ຍາດ​ແຫ່ງ​ຊາດ.

ເທື່ອນີ້,​ໜ່ວຍ​ກວດ​ກາ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ລວມ​ມີ​9​ຄົນ,​ໄດ້​ກວດ​ກາ​ຢູ່​ແຂວງ​ອານ​ຫຸ່ຍ​ເປັນ​ເວລາ​3​ມື້.​ໃນ​ໜ່ວຍ​ກວດ​ກາ​ມີ​ຜູ້​ຊ່ຽວ​ຊານ​ພະ​ຍາດ​ລະ​ບາດ,​ຜູ້​ຊ່ຽວ​ຊານ​ຫ້ອງ​ທົດ​ລອງ,​ຜູ້​ຊ່ຽວ​ຊານ​ດ້ານ​ສັດ​ແລະ​ຜູ້​ຊ່ຽວ​ຊານ​ປິ່ນ​ປົວ​ເປັນ​ຕົ້ນ.