ພາກໃຕ້ຂອງໄທມີຝົນຕົກແຮງຢ່າງລຽນຕິດ,ພາໃຫ້ໄພນ້ຳຖ້ວມ,ມີ7ຄົນເສຍຊີວິດ
cri
Author: zhangshuo
ຕາມຂ່າວສານຊິນຮວາ:ຕາມສື່ມວນຊົນຂອງໄທແຈ້ງຂ່າວວ່າ,ຝົນຕົກແຮງແລະໄພນ້ຳ ຖ້ວມທີ່ເກີດຂຶ້ນຢູ່ພາກໃຕ້ຂອງໄທໃນໜຶ່ງອາທິດມານີ້ໄດ້ພາໃຫ້7ຄົນເສຍຊີວິດ,ຊີວິດການເປັນຢູ່ຂອງເກືອບ2ແສນຄົນຖືກກະທົບກະເທືອນ.ນ້ຳຖ້ວມໄດ້ທຳລາຍເຮືອນຢູ່ເສັ້ນທາງ ຟາມລ້ຽງປາສ່ວນໜຶ່ງແລະນາສວນຈຳນວນຫຼວງຫຼາຍ,ພາໃຫ້ມີຄວາມເສຍຫາຍດ້ານເສດ ຖະກິດປະມານ80ລ້ານບາດ.
ຕາມພາກສ່ວນປ້ອງກັນແລະຄວບຄຸມໄພພິບັດຂອງໄທຄາດຄະເນວ່າ,ໃນສອງສາມມື້ຂ້າງໜ້ານີ້,ອ່າວໄທຍັງຈະເກີດມີລົມແຮງແລະມີຝົນຕົກລຽນຕິດພ້ອມກັນ.ເພື່ອຮັບມືກັບໄພນ້ຳ ຖ້ວມໃຫ້ດີກວ່າເກົ່າ,ລັດຖະບານໄທໄດ້ສ້າງຕັ້ງສູນປ້ອງກັນໄພນ້ຳຖ້ວມຊົ່ວຄາວແຫ່ງໜຶ່ງ, ຈັດສັນຜູ້ກອບກູ້ດ່ວນຢູ່ຈັງຫວັດຕ່າງໆທົ່ວປະເທດ,ຕິດຕາມຄວບຄຸມສະພາບໄພນ້ຳຖ້ວມ 24ຊົ່ວໂມງ.
|
|