ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Saturday    Apr 19th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-02 22:12:15    
ຕີ​ມໍ​ຕາ​ເວັນ​ອອກ​ຫວັງ​ເຂົ້າ​ຮ່ວມ​ອາ​ຊຽນ​ພາຍ​ໃນ​ຫ້າ​ປີ

cri Author: zhangshuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ2​ທັນວາ,ຢູ່​ທີ່​ກົວ​ລາ​ລຳ​​ເປີ ນະ​ຄອນ​ຫຼວງ​ມາ​ເລ​ເຊຍ,​ເຈົ້າ​ໜ້າ​ທີ່​ຕີ​ມໍ​ຕາ​ເວັນ​ອອກ​ເວົ້າ​ວ່າ,​ຕີ​ມໍ​ຕາ​ເວັນ​ອອກ​ຫວັງ​ເຂົ້າ​ຮ່ວມ​ອາ​ຊຽນ​ພາຍ​ໃນ​ຫ້າ​ປີ.

ອຸປະ​ທູດ​ຊົ່ວຄາວ​ຕີ​ມໍຕາ​ເວັນ​ອອກ​ປະຈຳ​ມາ​ເລ​ເຊຍ​ເວົ້າວ່າ,ປະຈຸ​ບັນ​ນີ້​ຕີ​ມໍຕາ​ເວັນ​ອອກ​ພຽງ​ແຕ່​ແມ່ນ​"ປະ​ເທດ​ແຂກ​ຜູ້ມີ​ກຽດ"​ຂອງ​ອາ​ຊຽນ​ເທົ່າ​ນັ້ນ,ຫວັງ​ກາຍ​ເປັນ​ປະ​ເທດ​ນັກ​ສັງ​ເກດ​ການ​ຂອງ​ອາ​ຊຽນ​ໃນ​ໄວໆ​ນີ້,​ແລ້ວ​ພະ​ຍາ​ຍາມ​ກາຍ​ເປັນ​ສະ​ມາ​ຊິກ​ທາງ​ການ​ຂອງ​ອາ​ຊຽນ.​ທ່ານ​ເວົ້າ​ວ່າ,​ດຽວ​ນີ້,ຕີ​ມໍຕາ​ເວັນ​ອອກ​ຍັງ​ບໍ່​ໄດ້​ຕັ້ງ​ສະ​ຖານ​ທູດ​ຢູ່​ປະ​ເທດ​ພາຄີ​ທັງ​ໝົດ​ຂອງ​ອາ​ຊຽນ,​ການ​ຕັ້ງ​ສະ​ຖານ​ທູດ​ແມ່ນ​ເງື່ອນ​ໄຂ​ຕົ້ນຕໍ​ອັນ​ໜຶ່ງ​ແຫ່ງ​ການ​ເຂົ້າ​ຮ່ວມ​ອາ​ຊຽນ.​ທ່ານ​ກ່າວ​ວ່າ,​ເຊື່ອ​ວ່າ,​ເມື່ອ​ຕີ​ມໍ​ຕາ​ເວັນ​ອອກ​ເຂົ້າ​ຮ່ວມ​ອາ​ຊຽນ​ແລ້ວ,​ຍ່ອມ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ສັງ​ຄົມ​ຂອງ​ອາ​ຊຽນ.
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040