ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-05 09:03:25    
ລາຍ​ການ​ພິ​ເສດ​ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ​ລາວ​(ສຽງ)

cri Author: zhangshuo


ທີ່​ນີ້​ວິທະຍຸ​ສາກົນ​​ແຫ່ງ​ປະ​ເທດ​ຈີນ,ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ຊົມ​ເຊີຍ​ທ່ານ​ຮັບ​ຟັງ​ລາຍ ການ​ນັດ​ພົບ​ໃນ​ວັນ​ອາ​ທິດ.​ມື້​ນີ້​ແມ່ນ​ວັນ​ທີ4​ທັນ​ວາ,​ກົງ​ກັບ​ມື້​ທີ​ສາມ​ຂອງ​ມື້​ພັກ​ວັນ​ຊາດ​ລາວ.​ທ່ານ​ຜູ້​ຟັງ​ທັງ​ຫຼາຍ​ຍັງ​ຢູ່​ທ່າມ​ກາງ​ບັນ​ຍາ​ກາດ​ມ່ວນ​ຊື່ນ​ເບີກ​ບານ.ໃນ​ລາຍ​ການ​ພາກ​ນີ້,ຂ້າ ພະ​ເຈົ້າ​ໄດ້​ເລືອກ​ເອົາ​ເພງ​ພື້ນ​ເມືອງ​ຈີນ​ປະ​ມວນ​ໜຶ່ງ​ທີ່​ທ່ານ​ຜູ້​ຟັງ​ທັງ​ຫຼາຍ​ຂຽນ​ຈົດ​ໝາຍ​ມາ​ວ່າ​ມັກຟັງ​ທີ່​ສຸດ​ໃນ​ລາຍ​ການ​ພາກ​ກ່ອນ,​ຫວັງ​ວ່າ​ທ່ານ​ຄົງ​ຈະ​ມັກ.

ກ່ອນ​ອື່ນ​ເຊີນ​ຟັງ​ເພງ "ອ່າລ່າ​ມູ້​ຮ້ານ" ​ເພງ​ພື້ນ​ເມືອງ​ເຜົ່າ​ເວີຍ​ຫວູ​ເອີ.​ອ່າ​ລ່າ​ມູ້​ຮ້ານ​ແມ່ນ​ຊື່​ຂອງ​ນາງ​ສາວ​ເຜົ່າ​ເວີຍ​ຫວູ​ເອີ​ຜູ້​ໜຶ່ງ.​ເພງ​ນີ້​ໄດ້​ສັນ​ລະ​ເສີນ​ນາງ​ອ່າ​ລ່າ​ມູ້​ຮ້ານ​ ຜູ້​ສາວ​ທີ່​ງາມ​ປານ​ດອກ​ໄມ້​ແລະ​ສະ​ແດງ​ຄວາມ​ຮັກ​ແພງ​ຕໍ່​ນາງ​ດ້ວຍ​ທຳນອງ​ເພງ​ທີ່​ມ່ວນ​ຊື່ນ​ແລະ​ຄວາມ​ເວົ້າ​ທີ່​ຊວນ​ຫົວ.

ໃນ​ເພງ​ພື້ນ​ເມືອງ​ເຜົ່າ​ເວີຍ​ຫວູ​ເອີ​ອັນ​ມະ​ຫາ​ສານ,​ມີ​ເພງ​ຮັກ​ຫຼາຍ​ກວ່າ​ເພິ່ນ.​ເພງ​ເຫຼົ່າ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຍິງ​ຊາຍ​ເຜົ່າ​ເວີຍ​ຫວູ​ເອີ​ມີ​ຄວາມ​ຊື່​ສັດ​ຕໍ່​ຄວາມ​ຮັກ​ຫາ​ອັນ​ປຽບ​ບໍ່​ໄດ້​ແລະ​ການ​ສະ​ແຫວງ​ຫາ​​ຄວາມ​ຮັກ​ຢ່າງ​ຟົດ​ຟື້ນ.ຕໍ່​ໄປ,​ເຊີນ​ຟັງ​ເພງ​ "ຢູ່​​ເທິງ​ທ້ອງ​ຟ້າ​ຂອງ​ເຈົ້າ​ມີດ​ວງຈັນ​ບໍ່" ​ເຊິ່ງ​ເປັນ​ເພງ​ຮັກ​ທີ່​ມີ​ຊື່​ສຽງ​ເພງ​ໜຶ່ງ​ຂອງ​​ເຜົ່າ​ເວີຍ​ຫວູ​ເອີ.​ເພງ​ນີ້​ມີ​ທຳ​ນອງ​ອ່ອນ​ໂຍນ​ອອນ​ຊອນ,ໄດ້​ສະ​ແດງຄູ່​ຮັກ​ສອງ​ຄົນ​ໂອ້​ລົມ​ກັນ​ຢ່າງ​ສະ​ໜິດ​ສະ​ໜົມ.

ຊາວເຜົ່າ​ເກົາຫຼີຂອງ​ຈີນ​ສ່ວນ​ຫຼາຍຕັ້ງພູມລຳ​ເນົາຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຈີນ,​ພວກ​ເຂົາ​ເຈົ້າ​ຊ່າງ​ຮ້ອງ​ເພງ​ຊ່າງ​ຟ້ອນຊ່າງ​ລຳ,ມີ​ເພງ​ພື້ນ​ເມືອງ​ທີ່​ໜ້າ​ຟັງ​ຈຳ​ນວນ​ຫຼວງ​ຫຼາຍ. ​ເພງ "​​ໂດ​ລ່າ​ຈີ່" ​ແມ່ນ​ເພງ​ທີ່​ປະ​ຊາ​ຊົນ​ຈີນ​ຊົນ​ເຜົ່າ​ຕ່າງໆ​ນິ​ຍົມ​ຫຼາຍ. "​ໂດລ່າ​ຈີ່"​ແມ່ນ​ຜັກ​ປ່າ​ຊະ​ນິດ​ໜຶ່ງ​ທີ່​ຊາວ​ເຜົ່າ​ເກົາ​ຫຼີ​ມັກ​ກິນ.ເພງ​ນີ້​ມີ​ທຳ​ນອງ​ຫຼ່ຽນ​ໄຫຼ​ມ່ວນ​ຊື່ນ,​ ຈັງ​ຫວະ​​ເໝາະ​ສຳ ລັບ​ຟ້ອນ,​ສະ​ແດງ​ພາບ​ທີ່​ປະ​ຊາ​ຊົນ​ເຜົ່າ​ເກົາ​ຫຼີ​ຂອງ​ຈີນ​ອອກ​ແຮງ​ງານ​ຢ່າງ​​ເບີກ​ບານ​ມ່ວນ​ຊື່ນ.ຕໍ່​ໄປ​ເຊີນ​ຟັງ​ເພງ "​​ໂດລ່າ​ຈີ່" ​ທີ່​ຂັບ​ຮ້ອງ​ໂດ​ຍຄະນະ​ຮ້ອງ​ຮວມ​ໝູ່​ສຽວ​ຈົ້ງ.

ເພງ​ພື້ນ​ເມືອງ​ທຳ​ນອງ​ຍາວ​ແມ່ນ​ເພງ​ພື້ນ​ເມືອງ​ເຜົ່າ​ມົງ​ໂກ​ທາງ​ພາກ​ເໜືອ​ຂອງ​ຈີນ​ທີ່​ມີ​ລັກ​ສະ​ນະ​ຕົວ​ແທນ​ທີ່​ສຸດ,ມີ​ທຳ​ນອງ​ແກ່​ສຽງ​ຍາວໆ,​ຈັງ​ຫວະ​ຕາມ​ໃຈ,​ມີ​ກິ່ນ​ອາຍ​ທົ່ງ​ຫຍ້າ​ອັນ ເຂັ້ມຂຸ້ນ. "ເພງ​ລ້ຽງ​ສັດ"​ແມ່ນ​ເພງ​ທີ່​ຊາວ​ມົງ​ໂກ​ມັກ​ຮ້ອງ​ທີ່​ສຸດ,​ມັນ​ໄດ້​ບັນ​ລະ​ຍາຍ​ພາບ​ວິວ ທົ່ງ​ຫຍ້າ​ອັນ​ກວ້າງ​ໃຫຍ່​​ໄພ​ສານ​ຂອງ​ເຂດ​ມົງ​ໂກ​ໃນ​ຈີນ,​ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກ ແພງ​ຕໍ່​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຊາວ​ລ້ຽງ​ສັດ.

ສຸດ​ທ້າຍ,​ເຊີນ​ຟັງ​ເພງ "​ເພງຟ້ອນ​​ເດັດໃບຊາ".​ເພງ​ນີ້​ແມ່ນ​ເພງ​ພື້ນ​ເມືອງ​ທີ່​ນິ​ຍົມ​ກັນ​ຢູ່​​ແຂວງ​ເຈີ້​ຈ່ຽງ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ,​ເພງ​ນີ້​ມີ​ທຳ​ນອງ​ທີ່​ມ່ວນ​ຊື່ນ,​ໄດ້​ສະ​ແດງ​ໃຫ້​ເຫັນ​ພາບ​ທີ່​ນາງ​ສາວ​ທັງ​ຫຼາຍ​ທັງ​ເດັດ​ໃບ​ຊາ​ຕາມ​ພູ,​ທັງ​ຮ້ອງ​ເພງ​ໄປ​ນຳ​ຢ່າງ​ມ່ວນ​ຊື່ນ.​​ເນື້ອ​ຮ້ອງ​ມີ​ຢູ່​ວ່າ: "ນ້ຳຫ້​ວຍ​ໃສ​ສະ​ອາດ​ ໄຫຼລິດໆ​ຢູ່​ບໍ່​ເຊົາ,ສອງ​ຝັ່ງ​ນ້ຳຫ້ວຍ​ຂຸ້ນ​ເດັດ​ຊາ.ທັງ​​ໄວ​ທັງ​​ໄດ້​​ຫຼາຍ,​ຊາ​ລົງ​ຈິງ ປີ​ໃດ​ກໍ​ເດັດ​ໄດ້​ຫຼາຍ."

ທ່ານ​ຜູ້ຟັງ​ທີ່​ໂຄລົບ,ລາຍການ​ນັດ​ພົບ​ໃນ​ວັນ​ອາທິດ​ພາກ​ນີ້​ຂໍ​ສ້ຽງ​ສຸດ​ລົງ​ພຽງ​ທໍ່​ນີ້,​ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ,​ຂໍ​ອວຍ​ພອນ​ທ່ານ​ຜູ້​ຟັງ​ທັງ​ຫຼາຍ​ຈົ່ງ​ມີ​ຄວາມ​ມ່ວນ​ຊື່ນ​ເບີກ​ບານ​ໃນ​ໄລ​ຍະ​ວັນ​ພັກ​ວັນ​ຊາດ​ລາວ,​ແລະ​ຂໍ​ອວຍ​ພອນ​ສປປ​ລາວ​ນັບ​ມື້​ນັບ​​ຈະ​ເລີນ​ຮຸ່ງ​ເຮືອງ​ຂຶ້ນ​ເລື່ອຍໆ.​ສະ ບາຍ​ດີ.