ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-03 20:35:28    
ຜູ້​ວ່າ​ການ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ກ່າວ​ວ່າ ມີ​ຄວາມ​ໝັ້ນ​ໃຈ​ຈັດ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ອົງ​ການ​ການ​ຄ້າ​ໂລກ​ຢູ່​ຮົງ​ກົງ​ໃຫ້​ດີ​ໄດ້

cri
ຕາມ​ຂ່າວສານ​ຊິນຮວາ: ວັນ​ທີ 2 ທັນວາ, ຢູ່​ທີ່​ຮົງ​ກົງ, ທ່ານ​​ເຈິ່ງ​ອິ່ນ​ສວນ ຜູ້​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​​ເວົ້າ​ວ່າ, ​ກອງ​ປະ​ຊຸມ​ຂັ້ນ​ລັດຖະມົນຕີ​ຄັ້ງ​ທີ 6 ຂອງ​ອົງການ​ການ​ຄ້າ​ໂລກ​ທີ່​ຈະ​ຈັດ​ຂຶ້ນ​ໃນ​​ໄວໆ​ນີ້​ມີ​ການ​ທ້າ​ທາຍ​ຫຼາຍຢ່າງ, ​ແຕ່​ອົງການ​ປົກ​ຄອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງມີ​ຄວາມ​ໝັ້ນ​ໃຈ​​ຮັບ​ມື​ກັບ​ເຫດການ​ແລະ​ບັນຫາ​ຍາກ​​ໃດໆທີ່​ເກີດ​ຂຶ້ນ​ຢູ່​ໃນ​ແລະ​​ນອກ​ສະຖານ​ທີ່ປະຊຸມ.

ກອງ​ປະຊຸມ​ຂັ້ນ​ລັດຖະ​ມົນຕີ​ຄັ້ງ​ນີ້​ຈະ​ຈັດ​ຂຶ້ນ​​ແຕ່ວັນ​ທີ 13 ຮອດວັນ​ທີ 18 ທັນວາ. ທ່ານເຈິ່ງ​ອິ່ນ​ສວນ​ເວົ້າ​ວ່າ, ການ​ຈັດ​ກອງ​ປະຊຸມ​ເທື່ອ​ນີ້​ແມ່ນ​ເລື່ອງ​ໃຫຍ່​ຂອງ​ຮົງ​ກົງ. ອົງການ​ການ​ຄ້າ​ໂລກ​ມອບ​ໝາຍໃຫ້​ຮົງ​ກົງ​​ຈັດ​ກອງ​ປະຊຸມ​​ສຳຄັນເທື່ອ​ນີ້, ​ແມ່ນ​ຮັບຮູ້​ຄວາມ​ສາມາດ​ຂອງ​ຮົງ​ກົງ​ທີ່​ເປັນ​ເມືອງ​ໃຫຍ່​ສາກົນ.

ພ້ອມ​ນີ້, ທ່ານ​ເຈິ່ງ​ອິ່ນ​ສວນຍັງ​ເວົ້າ​ວ່າ, ກອງ​ປະ​ຊຸມ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ຊຸກ​ຍູ້​​ໃຫ້​ທົ່ວ​ໂລກຫັນ​ເປັນ​ແບບ​ເສລີ​​ແລະ​ລະບອບ​ການ​ຄ້າ​ຫຼາຍຝ່າຍ, ຮົງ​ກົງ​ໃນ​ຖານ​ເປັນ​ຜູ້​ສະໜັບ​ສະໜູນ​ລະບອບ​ການ​ຄ້າ​ຫຼາຍຝ່າຍ, ຈະ​ຊ່ອຍ​ປັບປຸງ​ລະບອບ​ດັ່ງກ່າວ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ.