ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-05 21:14:24    
ທ່ານ​ຊາ​ດາມ​ໄດ້​ຂຶ້ນ​ສານ​ຖືກ​​ໄຕ່ສວນ​ອີກ

cri

ຕາມ​ຂ່າວCRI: ວັນ​ທີ 5 ທັນວາ, ທ່ານ​ຊາ​ດາມອະດີດ​ປະ​ທາ​ນາ​ທິບໍດີ​ອີຣັກແລະ​ຜູ່​ຊ່ອຍວຽກ​ຂອງ​ທ່ານ​ໄດ້​ຂຶ້ນ​ສານ​ຊັ້ນ​ສູງ​ອີຣັກອີກ, ຖືກ​ໄຕ່​ສວນ​ກ່ຽວ​ກັບຄະດີເຂົ້າ​ຮ່ວມ​ແລະ​ກໍ່​ການ​ສັງຫານ​ໂທດ​ບ້ານ​ຕູ​ຈາ​ເມື່ອ​ປີ 1982.ຕາມ​​ໂທລະພາບ​ອານ​ຈາ​ຊີ​ລາ​ລາຍ​ງານ​ວ່າ, ​ໃນ​​​ເວລາ​ຖືກ​​ໄຕ່​ສວນ, ກ່ອນ​ອື່ນໝົດ, ​ເຈົ້າ​ໜ້າ​ທີ່​ໄອ​ຍະ​ການຜູ່​ທີ​ໜຶ່ງ​ທວງ​ໃຫ້​ໄລ່​ທີ່​ປຶກສາ​ຕ່າງປະ​ເທດ​ຂອງ​ຝ່າຍ​​ແກ້ຄວາມອອກ​ຈາກ​ສານ, ​ແຕ່​ຖືກ​ທ່ານ ຣິດກາ ​ໂມ​ຮັມ​ເມັດ ອາ​ມິນ ຜູ່​ພິພາກສາ​ປະ​ຕິ​ເສດ, ຖັດມາ​ທ່ານ​ອາ​ມິນ​ຄະນະ​ທະນາຍຄວາມ​​ເກີດ​ຄວາມ​ເຫັນ​ຂັດ​ກັນອັນ​ນັກ​ໜ່ວງ​ກ່ຽວ​ກັບ​ຝ່າຍ​ແກ້​ຄວາມມີ​ສິດ​ສົງ​ໄສ​ສານ​ຊອບ​ກົດໝາຍ​ຫຼື​ບໍ່​. ຖັດຈາກ​ນັ້ນຄະນະ​ທະນາຍຄວາມ​ຖອນຕົວ​ອອກ​ຈາກສານ​ດ້ວຍ​ເຫດຜົນ​ສານຊັ້ນ​ສູງ​ອີຣັກບໍ່​ຊອບ​ກົດໝາຍ​​ເວລາ​ນີ້.

ທ່ານ​ຊາ​ດາມ​ປະ​ທ້ວງ​ສານ​ຊັ້ນ​ສູງ​ສືບ​ຕໍ່ພິຈາລະນາຄະດີ​​ໃຕ້​ສະພາບ​ການ​ທີ່​ບໍ່​ມີ​ຄະນະ​ທະນາຍຄວາມ, ​ແລະ​ປະຕິ​ເສດ​ຮັບ​ເອົາທະນາຍຄວາມ​ທີ່​ສານ​ຊັ້ນ​ສູງ​ແຕ່​ງ​ໃຫ້. ທ່ານ​ອາ​ມິນ​ປະກາດພັກ​ສານ​ເປັນ​ຊົ່ວຄາວ.