|
 |
(GMT+08:00)
2005-12-06 16:01:22
|
 |
ປະຊາຄົມໂລກກ່າວປະນາມຢ່າງຮຸນແຮງຕໍ່ເຫດການຫຼອນໂຈມຕີກໍ່ການຮ້າຍທີ່ເກີດຂຶ້ນຢູ່ອິສຣາແອນ
cri
Author: cai
ຕາມຂ່າວCRI:ວັນທີ 5 ທັນວາ,ປະຊາຄົມໂລກໄດ້ທະຍອຍກັນກ່າວປະນາມຢ່າງຮຸນແຮງຕໍ່ເຫດການຫຼອນໂຈມຕີກໍ່ການຮ້າຍທີ່ເກີດຂຶ້ນຢູ່ເນທານຢາແຫ່ງອິສຣາແອນໃນມື້ດຽວກັນ,ແລະສະແດງຄວາມໄວ້ອາໄລຢ່າງເສົ້າສະຫຼົດໃຈຕໍ່ຜູ້ປະສົບເຄາະຮ້າຍພ້ອມດ້ວຍຄອບຄົວ.
ສີ່ຝ່າຍທີ່ກ່ຽວພັນເຖິງບັນຫາຕາເວັນອອກກາງຄື ອົງການສະຫະປະຊາຊາດ ຣັດເຊຍ ອາເມລິກາແລະສະຫະພາບເອີລົບໄດ້ອອກຖະແຫຼງການຮ່ວມໂດຍກ່າວເນັ້ນວ່າ,ສີ່ຝ່າຍກ່າວປະນາມການກະທຳກໍ່ການຮ້າຍທຸກຮູບແບບ,ຫວັງໃຫ້ລົງໂທດຜູ້ກໍ່ເຫດການໂດຍໄວເທົ່າທີ່ຈະໄວໄດ້.ພ້ອມກັນນັ້ນ,ຖະແຫຼງການຮຽກຮ້ອງໃຫ້ອິສຣາແອນແລະປາເລັສຕີນຈົ່ງຮັກສາຄວາມອົດກັ້ນໄວ້,ຮັບປະກັນຊ່ອງທາງເຈລະຈາ,ຢ່າສູ່ກະທົບກະເທືອນເຖິງການຂະຫຍາຍຕົວຂອງຂະບວນວິວັດສັນຕິພາບຕາເວັນອອກກາງ.
ທ່ານອາເຮີເມັດ ອາບູເລີ ເກອິດ ລັດຖະມົນຕີການຕ່າງປະເທດເອຢິບຊີ້ອອກວ່າ,ການຫຼອນໂຈມຕີປະເພດນີ້ຈະທຳລາຍຢ່າງແຮງຕໍ່ໂອກາດຂອງປະຊາຊົນປາເລັສຕີນໃນການຮັບສິດຂອງຕົນແລະສ້າງຕັ້ງປະເທດຂອງຕົນ,ແມ່ນການກະທຳທີ່ບໍ່ເອົາຫົວຊານຳສະພາບຕົວຈິງຂອງປາເລັສຕີນກັບອິສຣາແອນໃນປະຈຸບັນ.
|
|
|