ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-06 21:03:18    
ຝ່າຍ​ຈີນ​ຫວັງ​ໃຫ້​ຝ່າຍ​ມາ​ເລ​ເຊຍໃຊ້​ມາດ​ຕະການອັນ​ບັງ​ເກີດ​ຜົນ​ເພື່ອ​ຮັບປະກັນ​ຄວາມ​ປອດ​​ໄພ​ທາງຮ່າງກາຍ​ແລະ​ທາງຊັບສິນຂອງ​ພົນລະ​ເມືອງ​ຈີນ

cri

ຕາມ​ຂ່າວcri​:ວັນ​ທີ6 ທັນວາ,​ໃນ​ງານ​ຊຸມ​ນຸມນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,ທ່ານ​ຊິນ​ກ່າງ ​ໂຄສົກ​ກະຊວງການ​ຕ່າງປະ​ເທດ​ຈີນກ່າວ​ວ່າ,ຝ່າຍ​ຈີນ​ຫວັງ​ໃຫ້​ຝ່າຍ​ມາ​ເລ​ເຊຍຈົ່ງໃຊ້​ມາດຕະການອັນ​ບັງ​ເກີດ​ຜົນ​,ຮັບ​ປະກັນ​ຄວາມ​ປອດ​​ໄພທາງ​ຮ່າງກາຍ​ແລະ​ທາງຊັບສິນ​ຂອງ​ພົນລະ​ເມືອງ​ຈີນ​ຢູ່​ມາ​ເລ​ເຊຍ,ຮັບປະກັນ​ກຽດ​ສັກ​ສີ​ຂອງ​ພວກ​ເພີ່ນ​ບໍ່​ຖືກລ່ວງ​ລ້ຳ.

ມື້​ດຽວ​ກັນ,ທ່ານ​ອາສມີ ລັດຖະມົນຕີ​ກະຊວງພາຍ​ໃນ​ມາ​ເລ​ເຊຍ​ໄດ້​ຈັດ​ງານ​ຖະ​ແຫລ​ງຂ່າວ​ຢູ່​ປັກ​ກິ່ງ,ສະ​ແດງຄວາມ​ຂໍ​ໂທດ​ຕໍ່​ເຫດການ​ພົນລະ​ເມືອງ​ຈີນ​ຖືກ​ທຳຮ້າຍ​ຢູ່​ມາ​ເລ​ເຊຍໃນ​ຫວ່າງ​ມໍ່ໆ​ນີ້.​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ,ທ່ານ​ຊິນ​ກ່າງ​ກ່າວ​ວ່າ,ຝ່າຍ​ຈີນທວງ​ໃຫ້​ຝ່າ​ຍມາ​ເລ​ເຊຍ​ຈົ່ງ​ສື​ບສວນ​ໂດຍ​ໄວ,​ລົງ​ໂທດ​ຜູ້ກໍ່​ເຫດ​ຕາມ​ກົດຫມາຍ,​ແລະ​ແຈ້ງ​ຜົນສືບສວນ​ໃຫ້​ຝ່າຍ​ຈີນ​ຊາບ​ໂດຍ​ໄວ.ຝ່າຍ​ຈີນ​ຫວັງ​ໃຫ້​ຝ່າຍ​ມາ​ເລ​ເຊຍ​ຮັບ​ປະກັນບໍ່​ໃຫ້​ເກີດ​ເຫດການ​ຄ້າຍຄື​ກັນ​ອີກ​ຕໍ່​ໄປ.