ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-06 21:35:38    
ຈີນ​ສະ​ໜັບ​ສະ​ໜູນ​ການ​ເຈ​ລະ​ຈາ​ຮອບ​ໂດ​ຮາ​ຂອງ​ອົງ​ການ​ການ​ຄ້າ​ໂລກ​ສິ້ນ​ສຸດ​ລົງ​ໃນ​ປີ 2006

cri Author: da
 ຕາມ​ຂ່າວ​CRI: ​ໃນ​ງານ​ຊຸ​ມນຸມນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 6 ທັນວາ,ທ່ານ​ຊິນ​ກ່າງ ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເວົ້າວ່າ, ຈີນ​ສະໜັບ​ສະໜູນ​ການ​ເຈລະຈາ​ຮອບ​ໂດ​ຮາຂອງ​ອົງກ​ານ​ການ​ຄ້າ​ໂລກ​ສິ້ນ​ສຸດລົງ​ໃນ​ປີ 2006,ຍິນ​ດີ​ຮ່ວມ​ມື​ກັບ​ສະມາຊິກ​ອື່ນໆ​ໃນອົງກາ​ນການ​ຄ້າ​ໂລກ,ພ້ອມ​ກັນ​ຊຸກຍູ້​ກອງ​ປະຊຸມ​ຮົງ​ກົງ​ຮັບ​ຜົນສຳ​ເລັດ,​ເຮັດ​ໃຫ້ການ​ເຈລະຈາ​ຮອບ​ໂດ​ຮາຮັບຜົນ​ກ້ຳ​ເກິ່ງ​ກັນໂດຍ​ໄວ​ເທົ່າ​ທີ່ຈະ​ໄວ​ໄດ້.

ທ່ານ​ຊິນ​ກ່າງ​ເວົ້າວ່າ,​ຝ່າຍ​ຈີນ​ເຫັນ​ວ່າ ການ​ເຈລະ​ຈາ​ຮອບ​ໂດ​ຮາ​ ຄວນ​ຮັບ​ປະກັນ​ການ​ຖື​ການ​ພັດ​ທະນາ​ເປັນ​ຂໍ​ປະ​ເດັນ​ສຳຄັນ​,ຊຸກຍູ້​ຂະ​ບວນການ​ຄ້າ​ເສລີ​ຢ່າງ​ແທ້​ຈິງ,​ປົວ​ແປງ​ໂອ​ກາດ​ອະນຸມັດ​ເຂົ້າຕະ​ຫຼາດ​ຂອງ​ສະມາຊິກ​ປະ​ເທດ​ພວມ​ພັດທະນາ​ໃຫ້​ດີ​ຂຶ້ນ,​ພ້ອມ​ກັນ​ນັ້ນ ຄວນ​ພິຈາລະນາ​ເຖິງ​ຄວາມ​ຫຍຸ້ງ​ຍາກ​ຂອງ​ປະ​ເທດ​ພວມ​ພັດ​ທະນາໃນ​ຂະ​ບວນການ​ຄ້າ​ເສລີ​ຢ່າງ​ເຕັມ​ທີ່,ສະ​ໜອງ​ການ​ປະຕິບັດ​ຕໍ່​ທີ່​ຕ່າງ​ກັນໃຫ້​ພວກ​ເຂົາ​ເຈົ້າ​ຢ່າງ​ແທ້​ຈິງ​ແລະ​ບັງ​ເກີດຜົນ.

​ເພື່ອ​ເຮັດ​ໃຫ້ການ​ເຈ​ລະ​ຈາ​ຮອບ​ໂດ​ຮາຮັບຜົນ​ພວງ​ດຽວ​ທີ່​ກ້ຳ​ເກິ່ງ​ກັນ,ບັນດາ​ສະມາຊິກຕ້ອງ​ກ້າວ​ເຖິງຂັ້ນ​ເປັນ​ເອກະສັນ​ກັນ​ໃນ​ບັນຫາ​ແກນ​ກາງຂອງ​ການ​ເຈລະຈາ​ຮອບ​ໂດ​ຮາ​ໃນ​ກອງ​ປະຊຸມ​ຮົງ​ກົງ.