ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-06 21:41:37    
ຈີນ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນຕິ ຈະ​ບໍ່​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ໃດ

cri Author: da
ຕາມ​ຂ່າວCRI: ​ໃນ​ງານ​ຊຸ​ມນຸມນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 6 ທັນວາ,ທ່ານ​ຊິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເວົ້າວ່າ, ຈີນ​​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິຢ່າງ​ໝັ້ນໜຽວບໍ່​ປ່ຽນ​​ແປງ,ຈະບໍ່​ຂົ່ມຂູ່​ຜູ້​ໃດ,ກໍ​ບໍ່​ທຳລາຍ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ໃດ.

ທ່ານ​ຊິນ​ກ່າງ​ເວົ້າວ່າ,​ຫວ່າງ​ມໍ່ໆ​ນີ້ ບາງ​ສື່​ມວນ​ຊົນ​ປ່າວ​ຂ່າວ​ວ່າ ການ​ພົວພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ຟຼກາຂະ​ຫຍາຍ​ຕົວ​ນັ້ນ​ໄດ້​ຂົ່ມຂູ່​ຜົນ​ປະ​ໂຫຍ​ດຂອງ​ອາ​ເມ​ລິ​ກາ,ນີ້​ບໍ່​ມີ​ຫຼັກ​ອ້າງ​ອີງ. ຫວ່າງ​ກ່ອນ​ນີ້​ບໍ່​ດົນ,​​ໃນ​ເວລາ​ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດອາ​ເມ​ລິ​ກາທີ່​ຮັບ​ຜິດ​ຊອງ​ວຽກ​ງານ​ອາ​ຟຼີກາ​ຢ້ຽມ​ຢາ​ຈີນນັ້ນ ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ເລິ​ກ​ເຊິ່ງ​ກັບ​ຜູ້​ຮັບຜິດ​ຊອບ​ທີ່ກ່ຽວ​ຂ້ອງ​ຂອງ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ, ກ່ຽວ​ກັບ​ສະຖານະການ​ອາ​ຟຼີກາ ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ເຫັນ​ວ່າ,​ຈີນ​ກັບອາ​ເມ​ລິ​ກາ​ມີ​ຄວາມສົນ​ໃຈ​ຮ່ວມໃນ​ວຽກ​ງານ​ອາ​ຟຼີກາ,​ສອງ​ຝ່າຍ​ສາມາດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ​​ໃນ​ດ້ານ​ນີ້​ໃນ​ຕໍ່​ໄປ​ພາຍ​ໜ້າ.