ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-06 21:45:42    
ກົນ​ໄກ​ການ​ຮ່ວມ​ມື​ຕ່າງໆ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​​ແມ່ນ​ບໍ່​ຂັດ​ກັນ ​ແລະ​ຊຸກ​ຍູ້​​ເຊິ່ງ​ກັນ​ແລະ​ກັນ

cri Author: da
ຕາມ​ຂ່າວ​CRI: ​ໃນ​ງານ​ຊຸມ​ນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 6 ທັນ​ວາ,​ທ່ານ​ຊິນ​ກ່າງ ​ໂຄສົກ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ​ເວົ້າ​ວ່າ​,ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ປະ​ຖົມ​ມະ​ເລີກ​ໄດ້​ສ້າງ​ແທ່ນ​ໃໝ່​ແກ່​ການ​ສົນ​ທະນາ​ແລະ​ການ​ຮ່ວມ​ມື​ກັນ​ລະຫວ່າງ​ບັນດາ​ປະ​ເທດ​ທີ່​ກ່ຽວ​ຂ້ອງ, ກົນ​ໄກ​ການ​ຮ່ວມ​ມື​ຕ່າງໆ​ລະຫວ່າງ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​​​ບໍ່​ຂັດ​ກັນ ​ແລະ​ຊຸກ​ຍູ້​ເຊິ່ງ​ກັນ​ແລະ​ກັນ.

ທ່ານ​ຊິນ​ກ່າງ​ເວົ້າ​ວ່າ,​ຝ່າຍ​ຈີນ​ມີ​ເຈດ​ຈຳນົງ​ວ່າ ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄວນ​ມີ​ຜົນ​ດີ​ຕໍ່​ການ​ຊຸກຍູ້​ການ​ຮ່ວມ​ມື​ຂອງ​ອາຊີ​ຕາ​ເວັນ​ອອກໃນ​ປະຈຸ​ບັນ,ມີ​ຜົນ​ດີ​ຕໍ່​ການ​ຊຸກຍູ້​ການ​ພັດທະນາ​ພ້ອມ​ກັນ​ລະ​ຫວ່າງ​ອາຊີ​ຕາ​ເວັນ​ອອກ​ກັບ​ພາກ​ພື້ນ​ອື່ນ. ຝ່າຍ​ຈີນ​ຊົມ​ເຊີຍ​ອົສ​ຕຼາລີ ອິນ​ເດຍ​ແລະ​ນູ​ແວນ​ເຊ​ລັງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ,​ຍິນ​ດີ​ຮັກສາ​ການ​ແລ​ກປ່ຽນ​ແລະປະ​ສານ​ງານ​ກັນ,​ຮັດ​ແໜ້ນ​ການ​ຮ່ວມ​ມື​ດ້ວຍ​ໄມຕີ​ຈິດ​ລະ​ຫວ່າງ​ສອງ​ຝ່າຍ​,ພ້ອມ​ກັນ​ຊຸກຍູ້​ສັນຕິ​ພາບ ການ​ພັດ​ທະນາ​ແລະ​ການ​ຮ່ວມ​ມື​ຂອງ​ພາກ​ພື້ນ​ແຫ່ງ​ນີ້​.

ທ່ານ​ຊິນ​ກ່າງ​ກ່າວ​​ເນັ້ນ​ວ່າ,​ໃນ​ບັນ​ຫາ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ແລະ​ການ​ຮ່ວມ​ມື​ກັນ​ລະ​ຫວ່າງ​ອາ​ຊຽນ​ກັບປະ​ເທດ​ອື່ນ,​ອາ​ຊຽນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ການ​ນຳ​ຕົ້ນຕໍ,​ຝ່າຍ​ຈີນ​ເຫັນ​ວ່າ ຄວນ​ໂຄລົບ​ແລະ​ສະ​ໜັບສະ​ໜູນ​ບົດບາດ​ການນຳ​ຕົ້ນຕໍ​ຂອງ​ອາ​ຊຽນ.